Warning: Constant WPCACHEHOME already defined in /home1/wae7mo0adcqq/public_html/wp-config.php on line 95

Warning: Constant WPCACHEHOME already defined in /home1/wae7mo0adcqq/public_html/wp-config.php on line 96

Warning: Cannot modify header information - headers already sent by (output started at /home1/wae7mo0adcqq/public_html/wp-config.php:95) in /home1/wae7mo0adcqq/public_html/wp-content/plugins/all-in-one-seo-pack/app/Common/Meta/Robots.php on line 87

Warning: Cannot modify header information - headers already sent by (output started at /home1/wae7mo0adcqq/public_html/wp-config.php:95) in /home1/wae7mo0adcqq/public_html/wp-includes/feed-rss2.php on line 8
ບົດຄວາມກ່ຽວກັບຄວາມງາມ | Twin Bees https://twinbees.la Thu, 21 Mar 2019 08:01:36 +0000 en-US hourly 1 https://wordpress.org/?v=6.4.4 ວິຕາມິນ DHC ຍີ່ປຸ່ນ ບຳລຸງຜິວພັນ ເພື່ອຄວາມງາມຈາກພາຍໃນ https://twinbees.la/2019/03/21/dhc-vitamin/?utm_source=rss&utm_medium=rss&utm_campaign=dhc-vitamin https://twinbees.la/2019/03/21/dhc-vitamin/#respond Thu, 21 Mar 2019 08:01:23 +0000 http://twinbees.la/?p=433 DHC ເປັນບໍລິສັດທີ່ເປັນທີ່ຮູ້ຈັກກັນຢ່າງແຜ່ຫລາຍ ແລະ ຜະລິດຕະພັນຂອງບໍລິສັດກໍ່ໄດ້ຮັບການຕອບຮັບເປັນຢ່າງດີ ຈາກຜູ້ຊົມໃຊ້ທັງໃນປະເທດຍີ່ປຸ່ນ, ໄທ ແລະ ອາເມລິກາ. ຜະລິດຕະພັນຂອງ DHC ລວມມີວິຕາມິນ, ອາຫານເສີມ, ເຄື່ອງສຳອາງ ແລະ ສິນຄ້າບຳລຸງຜິວພັນຫລາກຫລາຍຊະນິດ. ສຳລັບວິຕາມິນ DHC ສ່ວນຫລາຍຈະຊ່ວຍບຳລຸງສຸຂະພາບ ກໍ່ຄືສຸຂະພາບຜິວ ແລະ ຄວາມງາມ ມີຫລາຍຢ່າງດັ່ງນີ້: 1. DHC Vitamin C ຖືໄດ້ວ່າເປັນລະດັບນາງເອກຂອງວົງການ ເຊິ່ງຈະຊ່ວຍຫລຸດຄວາມຫມອງຄໍ້າເທິງໃບຫນ້າ ແລະ ຜິວກາຍ. ຫລຸດຈຸດດ່າງດຳ, ຝ້າ, ເມັນ ໃຫ້ຄ່ອຍໆຈາງລົງ. ຜິວພັນກະຈ່າງໃສ ມີນໍ້າມີນວນຂຶ້ນ. ຊ່ວຍໃຫ້ຫລອດເລືອດແຂງແຮງ. ຊ່ວຍເສີມສ້າງພູມຄຸ້ມກັນ ປ້ອງກັນຫວັດໄດ້ດີ. ຊ່ວຍຟື້ນຟູເນື້ອເຍື່ອທີ່ຖືກທຳລາຍຈາກແສງລັງສີ UV (ແສງແດດ). ເປັນຕົວຊ່ວຍເພີ່ມປະສິດທິພາບໃນການດູດຊຶມຂອງອາຫານເສີມອື່ນໆໃຫ້ໄດ້ຜົນດີຂຶ້ນ. 2. DHC Vitamin E ວິຕາມິນ E ເປັນວິຕາມິນທີ່ຊ່ວຍບຳລຸງຜິວພັນ, ຫລຸດຮອຍຈາກສິວ, ຮອຍດ່າງດຳຕ່າງໆ, ຫລຸດການເກີດຝ້າ ແລະ ເມັນ, […]

The post ວິຕາມິນ DHC ຍີ່ປຸ່ນ ບຳລຸງຜິວພັນ ເພື່ອຄວາມງາມຈາກພາຍໃນ first appeared on Twin Bees.]]>

DHC ເປັນບໍລິສັດທີ່ເປັນທີ່ຮູ້ຈັກກັນຢ່າງແຜ່ຫລາຍ ແລະ ຜະລິດຕະພັນຂອງບໍລິສັດກໍ່ໄດ້ຮັບການຕອບຮັບເປັນຢ່າງດີ ຈາກຜູ້ຊົມໃຊ້ທັງໃນປະເທດຍີ່ປຸ່ນ, ໄທ ແລະ ອາເມລິກາ. ຜະລິດຕະພັນຂອງ DHC ລວມມີວິຕາມິນ, ອາຫານເສີມ, ເຄື່ອງສຳອາງ ແລະ ສິນຄ້າບຳລຸງຜິວພັນຫລາກຫລາຍຊະນິດ.

ສຳລັບວິຕາມິນ DHC ສ່ວນຫລາຍຈະຊ່ວຍບຳລຸງສຸຂະພາບ ກໍ່ຄືສຸຂະພາບຜິວ ແລະ ຄວາມງາມ ມີຫລາຍຢ່າງດັ່ງນີ້:

1. DHC Vitamin C

  • ຖືໄດ້ວ່າເປັນລະດັບນາງເອກຂອງວົງການ ເຊິ່ງຈະຊ່ວຍຫລຸດຄວາມຫມອງຄໍ້າເທິງໃບຫນ້າ ແລະ ຜິວກາຍ.
  • ຫລຸດຈຸດດ່າງດຳ, ຝ້າ, ເມັນ ໃຫ້ຄ່ອຍໆຈາງລົງ.
  • ຜິວພັນກະຈ່າງໃສ ມີນໍ້າມີນວນຂຶ້ນ.
  • ຊ່ວຍໃຫ້ຫລອດເລືອດແຂງແຮງ.
  • ຊ່ວຍເສີມສ້າງພູມຄຸ້ມກັນ ປ້ອງກັນຫວັດໄດ້ດີ.
  • ຊ່ວຍຟື້ນຟູເນື້ອເຍື່ອທີ່ຖືກທຳລາຍຈາກແສງລັງສີ UV (ແສງແດດ).
  • ເປັນຕົວຊ່ວຍເພີ່ມປະສິດທິພາບໃນການດູດຊຶມຂອງອາຫານເສີມອື່ນໆໃຫ້ໄດ້ຜົນດີຂຶ້ນ.

2. DHC Vitamin E

ວິຕາມິນ E ເປັນວິຕາມິນທີ່ຊ່ວຍບຳລຸງຜິວພັນ, ຫລຸດຮອຍຈາກສິວ, ຮອຍດ່າງດຳຕ່າງໆ, ຫລຸດການເກີດຝ້າ ແລະ ເມັນ, ຫລຸດບັນຫາຜິວແຫ້ງ, ຫລຸດຮອຍຫ່ຽວ ຄືນຄວາມອ່ອນເຍົາໃຫ້ແກ່ຜິວພັນໃຫ້ກັບມາໃສນຸ້ມຊຸ່ມຊື່ນອີກຄັ້ງ. ເປັນສານຕ້ານອະນຸມູນອິດສະຫລະ ແລະ ຊ່ວຍຢັບຢັ້ງການອັກເສບຂອງຜິວ ແນະນຳໃຫ້ກິນຄູ່ກັບວິຕາມິນ C ຈະເຮັດໃຫ້ຜິວກະຈ່າງໃສ ແລະ ຫລຸດຈຸດດ່າງດຳຮອຍສິວໄດ້ດີຫລາຍ.

3. DHC Hyaluronsan

DHC Hyaluronsan (ໄຮຢາລູຣອນ) ຫນຶ່ງໃນວິຕາມິນບຳລຸງຄວາມງາມທີ່ເປັນທີ່ນິຍົມທີ່ສຸດ ແລະ ຂາຍດີຫລາຍໃນຍີ່ປຸ່ນ. Hyaluronic Acid ມັກໃຊ້ປະສົມໃນເຄື່ອງສຳອາງ ເພື່ອບຳລຸງຜິວພັນໃຫ້ນຽນ, ໃສ, ເດັ້ງ ເພີ່ມຄວາມເປັ່ງປັ່ງໃຫ້ຜິວມີສຸຂະພາບດີ.

ເຫມາະສຳລັບຄົນທີ່ສຸຂະພາບຜິວແຫ້ງຫຍາບ ຊ່ວຍເຕີມນໍ້າຫລໍ່ລ້ຽງໃຫ້ຜິວທີ່ຫມອງຄໍ້າຈາກມົນລະພິດ ໃຫ້ກັບມາເຕັ່ງຕຶງມີຊີວິດຊີວາ, ນຸ້ມນຽນ ຄືກັບຕອນເປັນສາວ ແລະ ຫລຸດຮອຍຫ່ຽວໄດ້ເປັນຢ່າງດີ.

4. DHC Vitamin B-Mix

ວິຕາມິນ B ລວມ ຊ່ວຍປ້ອງກັນການເກີດສິວ, ຫລຸດບັນຫາສິວສ້ຽນ, ສິວອຸດຕັນ, ຜື່ນເທິງໃບຫນ້າ, ຊ່ວຍໃຫ້ຫນ້າລຽບນຽນ ແລະ ຍັງຊ່ວຍແກ້ໄຂບັນຫາຜູ້ແຕ່ງຫນ້າບໍ່ຄ່ອຍຕິດ ເພື່ອສຸຂະພາບຮ່າງກາຍທີ່ແຂງແຮງ ແລະ ຜິວພັນສົດໃສ ປາສະຈາກສິວ.

5. DHC Zinc

ສັງກະສີ (Zinc) ມີຄວາມຈຳເປັນສຳລັບສຸຂະພາບຂອງຜິວຫນັງ, ປ້ອງກັນການເກີດສິວ, ບັນເທົາອາການອັກເສບຂອງສິວ, ຫລຸດຜ່ອນຫນ້າມັນ, ບຳລຸງຜົມ, ເພີ່ມພູມຄຸ້ມກັນພະຍາດໃຫ້ຮ່າງກາຍ ການໄຫລວຽນເລືອດບໍ່ດີ ເມື່ອຍງ່າຍ.

ສັງກະສີ (Zinc) ມີຄວາມສຳຄັນຕໍ່ລະບົບທາງເດີນອາຫານ ແລະ ລະບົບປະສາດ ເຮັດຫນ້າທີ່ຄວບຄຸມການສ້າງ ແລະ ການເຮັດວຽກຂອງເຊວໃນຮ່າງກາຍ ເພື່ອຊະລໍການຕາຍຂອງເຊວ, ຊະລໍຄວາມແກ່, ຊ່ວຍຮັກສາບາດແຜ.

6. DHC Collagen

ເມື່ອຮອດອາຍຸ 25 ປີ ບໍ່ວ່າຍິງ ຫລື ຊາຍ ຮ່າງກາຍຈະຜະລິດຄໍລາເຈນໄດ້ຫນ້ອຍລົງໄປເລື້ອຍໆ, ດັ່ງນັ້ນ ການກິນຄໍລາເຈນເສີມທົດແທນສິ່ງທີ່ຂາດຫາຍໄປຈຶ່ງມີຄວາມສຳຄັນຕໍ່ຜິວພັນດັ່ງນີ້:

  • ຊ່ວຍໃຫ້ຜິວພັນເກີດຄວາມຊຸ່ມຊື່ນ.
  • ຊ່ວຍເສີມຄວາມເປັ່ງປັ່ງໃຫ້ກັບຜິວຫນັງ.
  • ຊ່ວຍໃຫ້ຜິວພັນລຽບນຽນກະຊັບ.
  • ຊ່ວຍເສີມສ້າງຄວາມແຂງແຮງໃຫ້ກັບຊັ້ນຜິວຫນັງ ແລະ ເສີມໃຫ້ກະດູກແຂງແຮງ.

ຄໍລາເຈນຈະເຮັດໃຫ້ສຸຂະພາບຜິວກັບໄປເປັນຄືຕອນສາວອີກຄັ້ງ.

The post ວິຕາມິນ DHC ຍີ່ປຸ່ນ ບຳລຸງຜິວພັນ ເພື່ອຄວາມງາມຈາກພາຍໃນ first appeared on Twin Bees.]]>
https://twinbees.la/2019/03/21/dhc-vitamin/feed/ 0
ເຜົາຜານໄຂມັນ ສ້າງມວນກ້າມເນື້ອ ມີຮູບຮ່າງດີດ້ວຍ CLA ຈາກດອກຄຳຝອຍ https://twinbees.la/2019/01/31/cla-1250/?utm_source=rss&utm_medium=rss&utm_campaign=cla-1250 https://twinbees.la/2019/01/31/cla-1250/#respond Thu, 31 Jan 2019 09:09:32 +0000 http://twinbees.la/?p=360 ການມີຮູບຮ່າງດີ ໄດ້ສັດສ່ວນ ນອກຈາກຈະເປັນການເສີມບຸກຄະລິກທີ່ດີແລ້ວ ສິ່ງທີ່ສຳຄັນໄປກວ່ານັ້ນ ມັນສາມາດບົ່ງບອກເຖິງການມີສຸຂະພາບທີ່ດີ ເພາະການມີນໍ້າຫນັກເກີນ ຫລື ມີໄຂມັນສະສົມຕາມສ່ວນຕ່າງໆຂອງຮ່າງກາຍ ອາດສ້າງຄວາມສ່ຽງຕໍ່ການເກີດພະຍາດຮ້າຍແຮງຕ່າງໆໄດ້. CLA ແມ່ນຫຍັງ? CLA ຫຍໍ້ມາຈາກ Conjugated Linoleic Acid ເປັນກົດໄຂມັນໂຄງສ້າງພິເສດ ຖືກຈັດໃນກຸ່ມກົດໄຂມັນຈຳເປັນຊະນິດໂອເມກາ – 6 ເປັນສານທີ່ນິຍົມໃຊ້ຢ່າງແຜ່ຫລາຍໃນກຸ່ມຂອງນັກກິລາ. ຈາກຜົນການສຶກສາທາງວິທະຍາສາດ ສ່ວນໃຫຍ່ພົບວ່າ CLA ສາມາດເຮັດໃຫ້ຮ່າງກາຍເຜົາຜານພະລັງງານທີ່ໄດ້ຈາກໄຂມັນໄດ້ດີ ໃນຂະນະດຽວກັນຍັງຮັກສາມວນກ້າມເນື້ອໄດ້ນຳອີກ. ແຫລ່ງອາຫານທີ່ມີ CLA CLA ເປັນອົງປະກອບຂອງໄຂມັນທີ່ພົບໄດ້ຈາກໂປຣຕີນໃນຊີ້ນງົວ, ນົມ ແລະ ໄຂ່, ແຕ່ອາຫານເຫລົ່ານີ້ມີປະລິມານໄຂມັນ ແລະ ພະລັງງານທີ່ສູງຫລາຍ. ດັ່ງນັ້ນ, ການກິນອາຫານເຫລົ່ານີ້ເພື່ອໃຫ້ໄດ້ CLA ໃນປະລິມານທີ່ເຫມາະສົມ ຈຶ່ງເພີ່ມຄວາມສ່ຽງຕໍ່ການເກີດໄຂມັນອຸດຕັນ ແລະ ໄຂມັນໃນເລືອດສູງ. ນອກຈາກນີ້, ຍັງສາມາດພົບ CLA ໃນນໍ້າມັນດອກຄຳຝອຍ ແລະ ນໍ້າມັນດອກຕາເວັນ ໂດຍປະລິມານທີ່ພົບໃນນໍ້າມັນດອກຄຳຝອຍຈະມີຫລາຍກວ່າປະລິມານທີ່ພົບໃນນໍ້າມັນດອກຕາເວັນ. ອາຫານເສີມ CLA 1250 ຈາກອາເມລິກາ CLA […]

The post ເຜົາຜານໄຂມັນ ສ້າງມວນກ້າມເນື້ອ ມີຮູບຮ່າງດີດ້ວຍ CLA ຈາກດອກຄຳຝອຍ first appeared on Twin Bees.]]>

ການມີຮູບຮ່າງດີ ໄດ້ສັດສ່ວນ ນອກຈາກຈະເປັນການເສີມບຸກຄະລິກທີ່ດີແລ້ວ ສິ່ງທີ່ສຳຄັນໄປກວ່ານັ້ນ ມັນສາມາດບົ່ງບອກເຖິງການມີສຸຂະພາບທີ່ດີ ເພາະການມີນໍ້າຫນັກເກີນ ຫລື ມີໄຂມັນສະສົມຕາມສ່ວນຕ່າງໆຂອງຮ່າງກາຍ ອາດສ້າງຄວາມສ່ຽງຕໍ່ການເກີດພະຍາດຮ້າຍແຮງຕ່າງໆໄດ້.

CLA ແມ່ນຫຍັງ?

CLA ຫຍໍ້ມາຈາກ Conjugated Linoleic Acid ເປັນກົດໄຂມັນໂຄງສ້າງພິເສດ ຖືກຈັດໃນກຸ່ມກົດໄຂມັນຈຳເປັນຊະນິດໂອເມກາ – 6 ເປັນສານທີ່ນິຍົມໃຊ້ຢ່າງແຜ່ຫລາຍໃນກຸ່ມຂອງນັກກິລາ. ຈາກຜົນການສຶກສາທາງວິທະຍາສາດ ສ່ວນໃຫຍ່ພົບວ່າ CLA ສາມາດເຮັດໃຫ້ຮ່າງກາຍເຜົາຜານພະລັງງານທີ່ໄດ້ຈາກໄຂມັນໄດ້ດີ ໃນຂະນະດຽວກັນຍັງຮັກສາມວນກ້າມເນື້ອໄດ້ນຳອີກ.

ແຫລ່ງອາຫານທີ່ມີ CLA

CLA ເປັນອົງປະກອບຂອງໄຂມັນທີ່ພົບໄດ້ຈາກໂປຣຕີນໃນຊີ້ນງົວ, ນົມ ແລະ ໄຂ່, ແຕ່ອາຫານເຫລົ່ານີ້ມີປະລິມານໄຂມັນ ແລະ ພະລັງງານທີ່ສູງຫລາຍ. ດັ່ງນັ້ນ, ການກິນອາຫານເຫລົ່ານີ້ເພື່ອໃຫ້ໄດ້ CLA ໃນປະລິມານທີ່ເຫມາະສົມ ຈຶ່ງເພີ່ມຄວາມສ່ຽງຕໍ່ການເກີດໄຂມັນອຸດຕັນ ແລະ ໄຂມັນໃນເລືອດສູງ. ນອກຈາກນີ້, ຍັງສາມາດພົບ CLA ໃນນໍ້າມັນດອກຄຳຝອຍ ແລະ ນໍ້າມັນດອກຕາເວັນ ໂດຍປະລິມານທີ່ພົບໃນນໍ້າມັນດອກຄຳຝອຍຈະມີຫລາຍກວ່າປະລິມານທີ່ພົບໃນນໍ້າມັນດອກຕາເວັນ.

ອາຫານເສີມ CLA 1250 ຈາກອາເມລິກາ

CLA ສາມາດຫລຸດນໍ້າຫນັກພ້ອມສ້າງມວນກ້າມເນື້ອ ເຊິ່ງແຕກຕ່າງຈາກສານສະກັດຈາກສົ້ມແຂກທີ່ມີຊັບພະຄຸນຫລຸດນໍ້າຫນັກໄດ້ພຽງຢ່າງດຽວ.

1 – CLA 1250 ສາມາດຫລຸດໄຂມັນໃນຮ່າງກາຍ, ສ້າງກ້າມເນື້ອ ແລະ ເພີ່ມປະສິດທິພາບການອອກກຳລັງກາຍ.

2 – CLA 1250 ກຳລັງເປັນທີ່ນິຍົມໃນກຸ່ມຂອງນັກໂພສະນາການ ແລະ ຜູ້ຊ່ຽວຊານດ້ານການອອກກຳລັງກາຍທີ່ເຫັນວ່າ ມັນມີສັກກະຍະພາບເປັນອາຫານເສີມສຳລັບຫລຸດນໍ້າຫນັກ ແລະ ເສີມສ້າງພະລັງງານ.

3 – ຖ້າກິນຄຽງຄູ່ກັບການອອກກຳລັງກາຍ CLA ຍັງອາດກະຕຸ້ນການສະຫລາຍຕົວຂອງໄຂມັນໃນຮ່າງກາຍ ແລະ ສະກັດກັ້ນເຊວໄຂມັນໃຫມ່ບໍ່ໃຫ້ຂະຫຍາຍຕົວ.

4 – CLA 1250 ຈາກດອກຄຳຝອຍເປັນອາຫານເສີມສຳລັບຫລຸດນໍ້າຫນັກແບບທຳມະຊາດ ແລະ ບໍ່ເຮັດໃຫ້ເສບຕິດ, ຈຶ່ງເປັນທາງເລືອກທີ່ປອດໄພທຽບໃສ່ຢາຫລຸດນໍ້າຫນັກທີ່ອາດມີຜົນຂ້າງຄຽງອັນບໍ່ພຶງປະສົງ.

ໃຜຄວນກິນ CLA

  • ບຸກຄົນທີ່ຕ້ອງການຄວບຄຸມນໍ້າຫນັກ ແລະ ຮັກສາສັດສ່ວນໃຫ້ສົມດຸນ.
  • ບຸກຄົນທີ່ຕ້ອງການກຳຈັດໄຂມັນສ່ວນເກີນອອກຈາກຮ່າງກາຍ.
  • ບຸກຄົນທີ່ມັກອອກກຳລັງກາຍ ແລະ ຕ້ອງການສ້າງມວນກ້າມເນື້ອ.

ສາມາດສັ່ງຊື້ອາຫານເສີມ CLA 1250 ຈາກອາເມລິກາ ໄດ້ທີ່ WhatsApp 020 52956464

The post ເຜົາຜານໄຂມັນ ສ້າງມວນກ້າມເນື້ອ ມີຮູບຮ່າງດີດ້ວຍ CLA ຈາກດອກຄຳຝອຍ first appeared on Twin Bees.]]>
https://twinbees.la/2019/01/31/cla-1250/feed/ 0
ສົ້ມແຂກ – ສຸດຍອດສະຫມຸນໄພຫລຸດນໍ້າຫນັກ ຈາກຜົນການວິໄຈ https://twinbees.la/2019/01/14/garcinia-cambogia/?utm_source=rss&utm_medium=rss&utm_campaign=garcinia-cambogia https://twinbees.la/2019/01/14/garcinia-cambogia/#respond Mon, 14 Jan 2019 04:27:45 +0000 http://twinbees.la/?p=347 ຕົ້ນສົ້ມແຂກ ຫລື ມີຊື່ທາງວິທະຍາສາດວ່າ: Garcinia Cambogia ເປັນຕົ້ນໄມ້ໃຫ້ຫມາກທີ່ມີຖິ່ນກຳເນີດຢູ່ອິນເດຍ ແລະ ສີລັງກາ ມັກພົບເຫັນຢູ່ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແລະ ທາງພາກໃຕ້ຂອງປະເທດໄທ ສ່ວນຫມາກມີລັກສະນະຮູບຮ່າງຄ້າຍຄືກັບຫມາກອຶດັ່ງຮູບຂ້າງເທິງ. ສານສະກັດຈາກຫມາກສົ້ມແຂກທີ່ໄດ້ຈາກຫມາກ ແລະ ເປືອກ ເອີ້ນວ່າ: Hydroxycitric Acid ຫລື HCA, ເຊິ່ງ HCA ມີສັບພະຄຸນໃນການຫລຸດນໍ້າຫນັກໄດ້ເປັນຢ່າງດີ ເນື່ອງຈາກມັນຈະໄປຢັບຢັ້ງການສ້າງໄຂມັນໃນຮ່າງກາຍ ກໍ່ຄືຢັບຢັ້ງການປ່ຽນທາດແປ້ງ ແລະ ນໍ້າຕານໃຫ້ກາຍເປັນໄຂມັນ ແລະ ຊ່ວຍເຜົາຜານໄຂມັນໃນຮ່າງກາຍນຳອີກ. ກ່າວຄື HCA ໃນສົ້ມແຂກເຮັດຫນ້າທີ່ 2 ຢ່າງຄື: ປ້ອງກັນການສ້າງໄຂມັນໃຫມ່ ແລະ ສະຫລາຍໄຂມັນເກົ່ານັ້ນເອງ. ດັ່ງນັ້ນ, ສົ້ມແຂກຈຶ່ງເປັນສະຫມຸນໄພທາງເລືອກແທນການກິນຢາຫລຸດນໍ້າຫນັກ ທີ່ມີຜົນເສຍຫລາຍກວ່າຜົນດີ. ການເລືອກຮັບປະທານສົ້ມແຂກຈຶ່ງເປັນວິທີທາງທຳມະຊາດ ບໍ່ມີຜົນຂ້າງຄຽງຕາມມາ ແລະ ມີການຢັ້ງຢືນຈາກຜົນການວິໄຈທາງວິທະຍາສາດ. ສະຫລຸບຄຸນປະໂຫຍດ ສານສະກັດຈາກສົ້ມແຂກບໍລິສຸດດ້ວຍວິທີມາດຕະຖານເຮັດໃຫ້ໄດ້ປະລິມານ HCA ສູງເຖິງ 60-70%, ສົ້ມແຂກຈຶ່ງເປັນສະຫມຸນໄພທີ່ມີ HCA ໃນປະລິມານຫລາຍທີ່ສຸດໃນໂລກ ນອກຈາກນີ້ HCA ຍັງສາມາດລະລາຍນໍ້າໄດ້ […]

The post ສົ້ມແຂກ – ສຸດຍອດສະຫມຸນໄພຫລຸດນໍ້າຫນັກ ຈາກຜົນການວິໄຈ first appeared on Twin Bees.]]>

ຕົ້ນສົ້ມແຂກ ຫລື ມີຊື່ທາງວິທະຍາສາດວ່າ: Garcinia Cambogia ເປັນຕົ້ນໄມ້ໃຫ້ຫມາກທີ່ມີຖິ່ນກຳເນີດຢູ່ອິນເດຍ ແລະ ສີລັງກາ ມັກພົບເຫັນຢູ່ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແລະ ທາງພາກໃຕ້ຂອງປະເທດໄທ ສ່ວນຫມາກມີລັກສະນະຮູບຮ່າງຄ້າຍຄືກັບຫມາກອຶດັ່ງຮູບຂ້າງເທິງ.

ສານສະກັດຈາກຫມາກສົ້ມແຂກທີ່ໄດ້ຈາກຫມາກ ແລະ ເປືອກ ເອີ້ນວ່າ: Hydroxycitric Acid ຫລື HCA, ເຊິ່ງ HCA ມີສັບພະຄຸນໃນການຫລຸດນໍ້າຫນັກໄດ້ເປັນຢ່າງດີ ເນື່ອງຈາກມັນຈະໄປຢັບຢັ້ງການສ້າງໄຂມັນໃນຮ່າງກາຍ ກໍ່ຄືຢັບຢັ້ງການປ່ຽນທາດແປ້ງ ແລະ ນໍ້າຕານໃຫ້ກາຍເປັນໄຂມັນ ແລະ ຊ່ວຍເຜົາຜານໄຂມັນໃນຮ່າງກາຍນຳອີກ. ກ່າວຄື HCA ໃນສົ້ມແຂກເຮັດຫນ້າທີ່ 2 ຢ່າງຄື: ປ້ອງກັນການສ້າງໄຂມັນໃຫມ່ ແລະ ສະຫລາຍໄຂມັນເກົ່ານັ້ນເອງ.

ດັ່ງນັ້ນ, ສົ້ມແຂກຈຶ່ງເປັນສະຫມຸນໄພທາງເລືອກແທນການກິນຢາຫລຸດນໍ້າຫນັກ ທີ່ມີຜົນເສຍຫລາຍກວ່າຜົນດີ. ການເລືອກຮັບປະທານສົ້ມແຂກຈຶ່ງເປັນວິທີທາງທຳມະຊາດ ບໍ່ມີຜົນຂ້າງຄຽງຕາມມາ ແລະ ມີການຢັ້ງຢືນຈາກຜົນການວິໄຈທາງວິທະຍາສາດ.

ສະຫລຸບຄຸນປະໂຫຍດ

ສານສະກັດຈາກສົ້ມແຂກບໍລິສຸດດ້ວຍວິທີມາດຕະຖານເຮັດໃຫ້ໄດ້ປະລິມານ HCA ສູງເຖິງ 60-70%, ສົ້ມແຂກຈຶ່ງເປັນສະຫມຸນໄພທີ່ມີ HCA ໃນປະລິມານຫລາຍທີ່ສຸດໃນໂລກ ນອກຈາກນີ້ HCA ຍັງສາມາດລະລາຍນໍ້າໄດ້ 100% ເຮັດໃຫ້ຮ່າງກາຍສາມາດນຳໄປໃຊ້ໃຫ້ເກີດປະໂຫຍດໄດ້ຢ່າງເຕັມທີ່. ສານສະກັດຈາກສົ້ມແຂກ HCA ສາມາດເຮັດໃຫ້ຜູ້ຮັບປະທານນັ້ນສາມາດຫລຸດນໍ້າຫນັກໂຕໄດ້ຫລາຍກວ່າການຄວບຄຸມອາຫານ ແລະ ການອອກກຳລັງກາຍພຽງຢ່າງດຽວເຖິງ 3 ເທົ່າ.

HCA ເປັນຕົວສະກັດນໍ້າຕານ ແລະ ທາດແປ້ງສ່ວນເກີນຈາກການເກັບເປັນໄຂມັນ ແລະ ໃຊ້ມັນໃຫ້ເປັນພະລັງງານ ເຊິ່ງຈະຊ່ວຍຫລຸດຄວາມຢາກອາຫານ ແລະ ຫລຸດໄຂມັນໃນຮ່າງກາຍ.

ຖ້າຮັບປະທານສົ້ມແຂກຄຽງຄູ່ກັບອາຫານທີ່ມີປະໂຫຍດ ແລະ ອອກກຳລັງກາຍເປັນປະຈຳມັນຈະເຮັດຫນ້າທີ່ເປັນຕົວສະຫນັບສະຫນູນການເຜົາຜານອາຫານ ແລະ ເປັນອາຫານເສີມຫລຸດນໍ້າຫນັກແບບທຳມະຊາດໄດ້ເປັນຢ່າງດີ.

ນອກຈາກນີ້, ຍັງມີການວິໄຈຂອງຕ່າງປະເທດພິສູດວ່າ: ການຮັບປະທານສານສະກັດຈາກສົ້ມແຂກ + ສານສະກັດຈາກເມັດກາເຟຂຽວ ໃນປະລິມານທີ່ເຫມາະສົມໃນຮູບແບບອາຫານເສີມ ພ້ອມກິນອາຫານທີ່ມີປະໂຫຍດ ແລະ ອອກກຳລັງກາຍຢ່າງສະຫມໍ່າສະເຫມີ ຈະຊ່ວຍເຮັດໃຫ້ການຫລຸດນໍ້າຫນັກເກີດປະສິດທິພາບສູງສຸດ.

The post ສົ້ມແຂກ – ສຸດຍອດສະຫມຸນໄພຫລຸດນໍ້າຫນັກ ຈາກຜົນການວິໄຈ first appeared on Twin Bees.]]>
https://twinbees.la/2019/01/14/garcinia-cambogia/feed/ 0
ແຕ່ງຫນ້າຍຸກ 90’s Glitter Makeup https://twinbees.la/2018/06/28/90s-glitter-makeup/?utm_source=rss&utm_medium=rss&utm_campaign=90s-glitter-makeup https://twinbees.la/2018/06/28/90s-glitter-makeup/#respond Thu, 28 Jun 2018 09:38:07 +0000 http://twinbees.la/?p=230 Look: 90’s Glitter Makeup Face: @laneige_kr layering cover cushion & concealing 21. beige Eyeshadow and eyes brow: @colourpopcosmetics golden state of mind and brow pencil Eyeshadow, blush, contour, lips: by 3CE

The post ແຕ່ງຫນ້າຍຸກ 90’s Glitter Makeup first appeared on Twin Bees.]]>

Look: 90’s Glitter Makeup

Face: @laneige_kr layering cover cushion & concealing 21. beige

Eyeshadow and eyes brow: @colourpopcosmetics golden state of mind and brow pencil

Eyeshadow, blush, contour, lips: by 3CE

The post ແຕ່ງຫນ້າຍຸກ 90’s Glitter Makeup first appeared on Twin Bees.]]>
https://twinbees.la/2018/06/28/90s-glitter-makeup/feed/ 0
ເຈວສັກຄິ້ວ ທາຖິ້ມໄວ້ 1 ຄືນ ໂດຍບໍ່ຕ້ອງຂຽນຄິ້ວເປັນອາທິດ https://twinbees.la/2017/08/16/mille-6d-tattoo-brow-gel/?utm_source=rss&utm_medium=rss&utm_campaign=mille-6d-tattoo-brow-gel https://twinbees.la/2017/08/16/mille-6d-tattoo-brow-gel/#respond Wed, 16 Aug 2017 08:41:36 +0000 http://twinbees.la/?p=132 ສະບາຍດີ ມື້ນີ້ມີຂອງຫລິ້ນໃຫມ່ມານຳສະເຫນີ ຕາມທີ່ບອກໄວ້ຂ້າງຕົ້ນຫົວຂໍ້ຣີວິວຂອງມື້ນີ້ ມັນຄືນະວັດຕະກຳໃຫມ່ສະເທືອນວົງການແຕ່ງຫນ້າ. ເພາະສິ່ງນີ້ຈະຊ່ວຍໃຫ້ຊີວິດການແຕ່ງຫນ້າຂອງສາວໆສະບາຍຂຶ້ນ, ໄວຂຶ້ນ, ປະຫຍັດເວລາ ຍັງງາມອອກຈາກບ້ານໄດ້ຢ່າງວ່ອງໄວ ສິ່ງນັ້ນຄື: Mille 6D Tattoo Brow Gel ເປັນເຈວສັກສຳລັບເພີ້ມສີໃຫ້ຄິ້ວແບບກຶ່ງຖາວອນ ຂໍໃຊ້ຊື່ວ່າເຈວສັກຄິ້ວແລ້ວກັນ. ເຈວສັກຄິ້ວໂຕນີ້ບໍ່ໄດ້ຕິດທົນຖາວອນຄືການສັກຄິ້ວ ແຕ່ຈະຢູ່ໄດ້ປະມານ 1 ອາທິດ ວ່າແລ້ວເຮົາໄປທຳຄວາມຮູ້ຈັກກັນເລີຍດີກວ່າ ວ່າທາອອກມາແລ້ວຈະເປັນແບບໃດ. ກ່ອນທີ່ຈະໄປຣີວິວ ຂໍຝາກວີດີໂອເຫັນກັນຈະໆຕອນໃຊ້ງານ ແລະ ຫລັງໃຊ້ງານໄປອີກ 7 ວັນ. ພ້ອມແລ້ວເຮົາໄປຮ່ວມພິສູດກັນເລີຍ. ເບິ່ງວີດີໂອກັນໄປແລ້ວ ມາເບິ່ງກັນຄັກໆເລີຍວ່າສິ່ງນີ້ມີຫນ້າຕາເປັນຈັ່ງໃດ. ລັກສະນະເປັນແທ່ງມີໃຫ້ເລືອກ 4 ສີຄື: Light Brown, Deep Brown, Mocha Brown, Grey Brown. ບິດເປີດຫລອດອອກມາກໍ່ຈະພົບແປງກັບເຈວສັກຄິ້ວນີ້ເປັນເນື້ອຫນຽວໆ, ແປງເປັນລັກສະນະແພ ປາຍຕັດເປັນ 4 ຫລ່ຽມຄ້າຍແປງທາເລັບ. ລັກສະນະແທ່ງພາຍນອກຈະຄ້າຍໆແທ່ງມາສຄາຣາຄິ້ວ. ຖ້າເບິ່ງສີຕອນຍັງບໍ່ໄດ້ທາ ຫລື ສີທີ່ຕິດຢູ່ດ້າມແປງ ອາດຈະຍັງບໍ່ເຫັນຄວາມແຕກຕ່າງຂອງສີປານໃດ ຕ້ອງທາກ່ອນເຖິງຈະເຫັນຄວາມຕ່າງ. ໃນກໍລະນີນີ້ ເວລາທີ່ເບິ່ງຢູ່ເວບອາດຈະເລືອກສີຍາກຫນ້ອຍຫນຶ່ງ. […]

The post ເຈວສັກຄິ້ວ ທາຖິ້ມໄວ້ 1 ຄືນ ໂດຍບໍ່ຕ້ອງຂຽນຄິ້ວເປັນອາທິດ first appeared on Twin Bees.]]>

ສະບາຍດີ ມື້ນີ້ມີຂອງຫລິ້ນໃຫມ່ມານຳສະເຫນີ ຕາມທີ່ບອກໄວ້ຂ້າງຕົ້ນຫົວຂໍ້ຣີວິວຂອງມື້ນີ້ ມັນຄືນະວັດຕະກຳໃຫມ່ສະເທືອນວົງການແຕ່ງຫນ້າ. ເພາະສິ່ງນີ້ຈະຊ່ວຍໃຫ້ຊີວິດການແຕ່ງຫນ້າຂອງສາວໆສະບາຍຂຶ້ນ, ໄວຂຶ້ນ, ປະຫຍັດເວລາ ຍັງງາມອອກຈາກບ້ານໄດ້ຢ່າງວ່ອງໄວ ສິ່ງນັ້ນຄື:

Mille 6D Tattoo Brow Gel

ເປັນເຈວສັກສຳລັບເພີ້ມສີໃຫ້ຄິ້ວແບບກຶ່ງຖາວອນ ຂໍໃຊ້ຊື່ວ່າເຈວສັກຄິ້ວແລ້ວກັນ. ເຈວສັກຄິ້ວໂຕນີ້ບໍ່ໄດ້ຕິດທົນຖາວອນຄືການສັກຄິ້ວ ແຕ່ຈະຢູ່ໄດ້ປະມານ 1 ອາທິດ ວ່າແລ້ວເຮົາໄປທຳຄວາມຮູ້ຈັກກັນເລີຍດີກວ່າ ວ່າທາອອກມາແລ້ວຈະເປັນແບບໃດ.

ກ່ອນທີ່ຈະໄປຣີວິວ ຂໍຝາກວີດີໂອເຫັນກັນຈະໆຕອນໃຊ້ງານ ແລະ ຫລັງໃຊ້ງານໄປອີກ 7 ວັນ. ພ້ອມແລ້ວເຮົາໄປຮ່ວມພິສູດກັນເລີຍ.

ເບິ່ງວີດີໂອກັນໄປແລ້ວ ມາເບິ່ງກັນຄັກໆເລີຍວ່າສິ່ງນີ້ມີຫນ້າຕາເປັນຈັ່ງໃດ. ລັກສະນະເປັນແທ່ງມີໃຫ້ເລືອກ 4 ສີຄື: Light Brown, Deep Brown, Mocha Brown, Grey Brown.

ບິດເປີດຫລອດອອກມາກໍ່ຈະພົບແປງກັບເຈວສັກຄິ້ວນີ້ເປັນເນື້ອຫນຽວໆ, ແປງເປັນລັກສະນະແພ ປາຍຕັດເປັນ 4 ຫລ່ຽມຄ້າຍແປງທາເລັບ. ລັກສະນະແທ່ງພາຍນອກຈະຄ້າຍໆແທ່ງມາສຄາຣາຄິ້ວ.

ຖ້າເບິ່ງສີຕອນຍັງບໍ່ໄດ້ທາ ຫລື ສີທີ່ຕິດຢູ່ດ້າມແປງ ອາດຈະຍັງບໍ່ເຫັນຄວາມແຕກຕ່າງຂອງສີປານໃດ ຕ້ອງທາກ່ອນເຖິງຈະເຫັນຄວາມຕ່າງ. ໃນກໍລະນີນີ້ ເວລາທີ່ເບິ່ງຢູ່ເວບອາດຈະເລືອກສີຍາກຫນ້ອຍຫນຶ່ງ.

ເນື້ອເຈວຈະຫນຽວໆໃຫ້ຄວາມຮູ້ສຶກຄືນໍ້າເຜິ້ງແຕ່ຈະຂຸ້ນກ່ອນ, ທາໃສ່ຄິ້ວໄດ້ເລີຍ ແຕ່ຈະຂ້ອນຂ້າງຍາກຕອນວາດຊົງ. ເມື່ອທາໃສ່ຄິ້ວແລ້ວຈະເຫັນສີທີ່ແຕກຕ່າງກັນຫນ້ອຍຫນຶ່ງ ແຕ່ກໍ່ຍັງບໍ່ແມ່ນສີທີ່ແທ້ຈິງເດີ້.

ປະໄວ້ໄລຍະຫນຶ່ງ ຖ້າທາບາງໆ 5 ນາທີກໍ່ແຫ້ງແລ້ວ, ແຕ່ຖ້າທາໃສ່ຄິ້ວ ດ້ວຍເຫດທີ່ມີຂົນຄິ້ວ ອາດຈະຕ້ອງໃຊ້ເວລາແຫ້ງໂຕປະມານ 30 ນາທີ ຈາກນັ້ນເວລາລອກກໍ່ຈະເປັນແຜ່ນຢືດໆຄືຢາງ.

ຈາກຮູບດ້ານເທິງແມ່ນໃຊ້ວິທີຖູໆ ເພື່ອຈະໄດ້ເບິ່ງວ່າເນື້ອເປັນແບບໃດ ແຕ່ຜູ້ໃດຈະດຶງລອກເລີຍກໍ່ໄດ້ຈະເປັນແຜ່ນອອກມາເລີຍ.

ສີທີ່ຕິດຈະມີລັກສະນະຕິດບາງໆ ສີ່ສີຖ້າໃຫ້ແນະນຳສາວລາວຄວນໃຊ້ສີເຂັ້ມໄປເລີຍ, ຈາກນັ້ນລອງເອົານໍ້າຢາມາເຊັດເບິ່ງ ບໍ່ສະເທືອນ ມີສີຕິດອອກມາຫນ້ອຍຫນຶ່ງ ແຕ່ໂດຍລວມຍັງຢູ່ຄົບຖ້ວນຫມົດທຸກເສັ້ນທີ່ທາໄວ້ເລີຍ.

ມາລອງທາໃສ່ຄິ້ວເບິ່ງ ສຳລັບຄົນທີ່ມີໂຄງຄິ້ວງາມຢູ່ແລ້ວ ງ່າຍ ງ່າຍຫລາຍ, ໂຄງຄິ້ວທີ່ເວົ້າເຖິງຄືຄົນທີ່ມີຄິ້ວຫນາຢູ່ແລ້ວ ຫລື ຄົນທີ່ເຄີຍສັກຄິ້ວມາກ່ອນ. ແຕ່ສຳລັບຄົນທີ່ບໍ່ມີຄິ້ວ ຄິ້ວບາງ ບໍ່ເປັນຊົງ ແນະນຳໃຫ້ເຮັດໂຄງກ່ອນຈະໃຊ້ງານງ່າຍຂຶ້ນ ທາໄປເລີຍ ບໍ່ຕ້ອງຢ້ານເປື້ອນ ຖ້າເປື້ອນກໍ່ສາມາດເຊັດອອກໄດ້. ເພາະຈະເກັບຊົງໄດ້ງ່າຍຕອນທີ່ຍັງບໍ່ທັນແຫ້ງ ແຕ່ຖ້າແຫ້ງແລ້ວ ແລະ ບໍ່ເທົ່າກັນສອງຂ້າງ ອັນນີ້ເປັນປັນຫາລະດັບໂລກເລີຍ ເພາະຈະຕິດທົນໄປອີກຫລາຍມື້.

ມາເຖິງຊ່ວງເວລາຂອງຄວາມມ່ວນຊື່ນຂອງເຮົາກັນແລ້ວ ຈາກຮູບແມ່ນທາຖິ້ມໄວ້ 1 ຄືນ. ຕື່ນມາລອກຕອນເຊົ້າ ຕອນລອກອອກແມ່ນບໍ່ເຈັບ ເປັນຄືແຜ່ນມາແປະເອົາໄວ້ຊື່ໆ, ແຕກຕ່່າງຈາກແວັກສ ອັນນີ້ຂົນບໍ່ຫລຸດ ບໍ່ສະເທືອນ ບໍ່ເຈັບໃດໆ.

ເມື່ອລອກອອກມາແລ້ວ ລັກສະນະເນື້ອຈະເປັນຄືຢາງ ສ່ວນຮູບຊົງກໍ່ຄືຊົງຂົນຄິ້ວຂອງເຮົາເລີຍ, ເວລາທາ ຍິ່ງທາຫລາຍ ຕອນລອກກໍ່ຈະງ່າຍເປັນແຜ່ນດຽວບໍ່ມີຂາດຕອນ.

ຂັ້ນຕອນງ່າຍໆ ພຽງແຕ່ທາ ລອກ ສວຍງາມ ບໍ່ຕ້ອງຂຽນຄິ້ວເພີ້ມກໍ່ອອກຈາກບ້ານໄດ້ຢ່າງສະບາຍໃຈ, ມັນຄືເຮົາຂຽນຄິ້ວເອົາໄວ້ເລີຍ ທີ່ສຳຄັນຄືກັບວ່າເຮົາຂຽນຊົງຄິ້ວຮອບດຽວຢູ່ຮອດ 7 ວັນ ໂດຍບໍ່ຈຳເປັນຕ້ອງໄປແຕະຕ້ອງຄິ້ວທຸກໆເຊົ້າຫລັງຕື່ນ.

ເຮົາມີຕົວຢ່າງຜູ້ທີ່ມີຂົນຄິ້ວຫນ້ອຍມາຮ່ວມພິສູດ ໄປເບິ່ງພາບປຽບທຽບກັນວ່າ ຖ້າຄົນທີ່ບໍ່ມີຂົນຄິ້ວ ຫລື ຄິ້ວຫນ້ອຍ ເຮັດອອກມາແລ້ວຈະໄດ້ຜົນລັບເປັນແບບໃດກັນ.

ຢ່າງທີ່ບອກໄວ້ ເຈວສັກຄິ້ວນີ້ເຮັດຫນ້າທີ່ໃຫ້ສີທີ່ຜິວຫນັງ ເລີຍເຮັດໃຫ້ຄົນບໍ່ມີຂົນຄິ້ວຄືກັບວ່າໄດ້ຂຽນຄິ້ວເປັນຊົງເອົາໄວ້.

ຄວາມຄິດເຫັນຈາກຄົນຂົນຄິ້ວຫນ້ອຍ
ບຸກຄົນທົດລອງໄດ້ກ່າວໄວ້ວ່າ: ຂຽນຍາກຫລາຍ ເພາະບໍ່ຄືສໍຂຽນຄິ້ວ, ຈະເປັນເຈວຫນຽວໆ ຕ້ອງໃຊ້ກ້ານສຳລີຊ່ວຍສ້າງຊົງ ສ່ຽງຕໍ່ການບໍ່ເທົ່າກັນສອງຂ້າງ. ແຕ່ຕື່ນຂຶ້ນມາ ສາມາດຂຽນຄິ້ວໄດ້ໄວຫລາຍ ໂດຍບໍ່ໄດ້ແຕະຕ້ອງຄິ້ວເພີ້ມ ເຫມາະສຳລັບຄົນທີ່ມີໂຄງຄິ້ວຈາກການສັກ ຫລື ຂຽນໂຄງຢ່າງແນ່ນອນ.

ຄວາມຄິດເຫັນຈາກຄົນຂົນຄິ້ວຫລາຍ ແລະ ມີໂຄງ
ທາງ່າຍພຽງທາໄປຕາມຮູບຄິ້ວ ຫລື ຊົງຄິ້ວທີ່ມີ ແລ້ວກໍ່ໄປນອນ, ຕື່ນນອນມາງາມໆ ແຕ່ງຫນ້າແບບປະຫຍັດເວລາບໍ່ຕ້ອງຫຍຸ້ງຍາກກັບຄິ້ວເລີຍ ພ້ອມອອກຈາກບ້ານຕະຫລອດເວລາ.

ມາຮອດຈຸດນີ້ເຮົາມາພິສູດກັນວ່າ ຄວາມງາມນັ້ນຈະຄົງທົນຢູ່ດົນປານໃດ.

ຈາກການພິສູດດ້ວຍການລ້າງຫນ້າເຊົ້າແລງ ແລະ ຕອນແລງທຳຄວາມສະອາດຜິວດ້ວຍ Cleansing Liquid ເປັນຄ້າຍໆ Cleansing Oil ໃຊ້ນວດທົ່ວໃບຫນ້າລວມເຖິງບໍລິເວນຄິ້ວທຸກມື້ ຕໍ່ດ້ວຍໂຟມລ້າງຫນ້າ ສີຈະຄ່ອຍໆຫາຍ ແຕ່ປ່ຽນເປັນໂທນນໍ້າຕານເຫລືອງ (ບາງຄົນຈະແດງ) ແລະ ເລີ້ມຫລຸດໃນວັນທີ 6-7 ຫລຸດແບບຈາງລົງຈາງລົງ ຊຶ່ງອາດຈະຕ້ອງທາເພີ້ມ ເພາະຊົງຄິ້ວບໍ່ສົມບູນ, ແຕ່ຖ້າຈະຖາມວ່າ ແກ້ໂດຍການທາເຈວສັກຄິ້ວທຸກຄືນໄດ້ບໍ່ ຄຳຕອບແມ່ນໄດ້ ທາໄປໄດ້ເລີຍ ແຕ່ອັນນີ້ຢາກຈະພິສູດຄວາມທົນເລີຍບໍ່ໄດ້ທາເພີ້ມອີກ.

ຖ້າໃຫ້ສະຫລຸບຄວາມປະທັບໃຈໂຕນີ້ ເອົາໄປເລີຍ 5 / 5 ຄະແນນ, ທົນນໍ້າ ທົນແດດ ທົນເຫື່ອ ໃຊ້ໄປຫລິ້ນບຸນປີໃຫມ່ລາວ, ລົງທະເລ ບໍ່ມີຄຳວ່າຜິດຫວັງ. ແຕ່ຈະຜິດຫວັງຖ້າຫາກສາວໆເຮັດສອງຂ້າງບໍ່ເທົ່າກັນ ຜູ້ໃດມີໂຄງແລ້ວຖືວ່າລອດ ເພາະຈະລຶບຈະລ້າງຈະຖູແນວໃດກໍ່ບໍ່ອອກ ມັນດີແມ່ນບໍ່?

ແຫລ່ງທີ່ມາຂອງຂໍ້ມູນ

The post ເຈວສັກຄິ້ວ ທາຖິ້ມໄວ້ 1 ຄືນ ໂດຍບໍ່ຕ້ອງຂຽນຄິ້ວເປັນອາທິດ first appeared on Twin Bees.]]>
https://twinbees.la/2017/08/16/mille-6d-tattoo-brow-gel/feed/ 0