Warning: Constant WPCACHEHOME already defined in /home1/wae7mo0adcqq/public_html/wp-config.php on line 95

Warning: Constant WPCACHEHOME already defined in /home1/wae7mo0adcqq/public_html/wp-config.php on line 96

Warning: Cannot modify header information - headers already sent by (output started at /home1/wae7mo0adcqq/public_html/wp-config.php:95) in /home1/wae7mo0adcqq/public_html/wp-content/plugins/wp-super-cache/wp-cache-phase2.php on line 332

Warning: Cannot modify header information - headers already sent by (output started at /home1/wae7mo0adcqq/public_html/wp-config.php:95) in /home1/wae7mo0adcqq/public_html/wp-content/plugins/wp-super-cache/wp-cache-phase2.php on line 332

Warning: Cannot modify header information - headers already sent by (output started at /home1/wae7mo0adcqq/public_html/wp-config.php:95) in /home1/wae7mo0adcqq/public_html/wp-content/plugins/all-in-one-seo-pack/app/Common/Meta/Robots.php on line 87

Warning: Cannot modify header information - headers already sent by (output started at /home1/wae7mo0adcqq/public_html/wp-config.php:95) in /home1/wae7mo0adcqq/public_html/wp-includes/feed-rss2.php on line 8
Twin Bees https://twinbees.la Mon, 20 Apr 2020 15:43:13 +0000 en-US hourly 1 https://wordpress.org/?v=6.4.4 ຫລີກລ້ຽງ ແລະ ປ້ອງກັນພະຍາດເລືອດຈາງທາງກຳມະພັນ Thalassemia https://twinbees.la/2020/04/20/thalassemia/?utm_source=rss&utm_medium=rss&utm_campaign=thalassemia https://twinbees.la/2020/04/20/thalassemia/#respond Mon, 20 Apr 2020 15:43:03 +0000 http://twinbees.la/?p=513 ພະຍາດເລືອດຈາງທຳກຳມະພັນແມ່ນຫຍັງ? ພະຍາດເລືອດຈາງ ຫລື ພາສາອັງກິດເອີ້ນວ່າ: ທາລັສຊີເມຍ (Thalassemia) ມີສາເຫດມາຈາກກຳມະພັນ ໃນການສ້າງເຮໂມໂກລບິນຜິດປົກກະຕິທີ່ເປັນສ່ວນປະກອບສຳຄັນຂອງເມັດເລືອດແດງ. ຈຶ່ງເຮັດໃຫ້ເມັດເລືອດແດງມີອາຍຸສັ້ນ, ແຕກງ່າຍ ແລະ ຖືກທຳລາຍງ່າຍ. ພະຍາດນີ້ເປັນພະຍາດທາງກຳມະພັນທີ່ສືບເຊື້ອມາຈາກພໍ່ ແລະ ແມ່ທີ່ເປັນພະຍາດ ຫລື ຖືເຊື້ອພະຍາດທາລັສຊີເມຍ. ເປັນໄດ້ທັງໃນຜູ້ຍິງ ແລະ ຊາຍ ສາມາດພົບໃນປະຊາກອນທົ່ວໄປ. ລັກສະນະອາການສະແດງອອກ ສະແດງອອກນັບຕັ້ງແຕ່ບໍ່ມີອາການໃດໆຈົນເຖິງມີອາການເລືອດຈາງຊະນິດຮ້າຍແຮງສູງທີ່ອາດເສຍຊີວິດຕັ້ງແຕ່ໃນທ້ອງ ຫລື ຫລັງເກີດບໍ່ເກີນ 1 ວັນ. ຊະນິດຮ້າຍແຮງຫນ້ອຍຫາປານກາງ: ຜູ້ທີ່ເປັນພະຍາດຈະມີອາການຈືດ ຕ້ອງໄດ້ຮັບເລືອດເປັນບາງຄັ້ງຄາວ ຮູ້ສຶກເມື່ອຍງ່າຍ. ຊະນິດຮ້າຍແຮງຈະມີລັກສະນະທາງກາຍະພາບດັ່ງນີ້: ຈືດມ້ານ, ໂຫນກແກ້ມສູງ, ຜິວຫນັງກໍ່າ. ຫນ້າຜາກກວ້າງ, ຕາເຫລືອງ, ດັງແປ. ຕັບປ້າງໃຫຍ່ ອາດມີບາດແຜຊໍ້າເຮື້ອຢູ່ຕາມຂາ. ຮ່າງກາຍຈະເລີນເຕີບໂຕຊ້າຜິດປົກກະຕິ. ການສືບເຊື້ອສາຍພະຍາດ ການປິ່ນປົວ ຜູ້ທີ່ເປັນພະຍາດທາລັສຊີເມຍເກືອບວ່າທຸກຄົນຈະມີອາການອ່ອນເພຍຍ້ອນຂາດເລືອດ. ຄົນທີ່ເປັນຊະນິດຮ້າຍແຮງຕ້ອງໄດ້ປິ່ນປົວດ້ວຍການໃສ່ເລືອດບໍລິຈາກຢ່າງເປັນປະຈຳເມື່ອມີອາການເລືອດຈາງ ປະມານ 3-4 ອາທິດ ຕໍ່ ຄັ້ງ. ນອກຈາກນີ້, ຍັງມີການປິ່ນປົວດ້ວຍວິທີອື່ນອີກ ເຊິ່ງພວກເຮົາຈະນຳມາຂຽນໃນໂອກາດຫນ້າ. ການຄວບຄຸມ ແລະ […]

The post ຫລີກລ້ຽງ ແລະ ປ້ອງກັນພະຍາດເລືອດຈາງທາງກຳມະພັນ Thalassemia first appeared on Twin Bees.]]>
ພະຍາດເລືອດຈາງທຳກຳມະພັນແມ່ນຫຍັງ?

ພະຍາດເລືອດຈາງ ຫລື ພາສາອັງກິດເອີ້ນວ່າ: ທາລັສຊີເມຍ (Thalassemia) ມີສາເຫດມາຈາກກຳມະພັນ ໃນການສ້າງເຮໂມໂກລບິນຜິດປົກກະຕິທີ່ເປັນສ່ວນປະກອບສຳຄັນຂອງເມັດເລືອດແດງ. ຈຶ່ງເຮັດໃຫ້ເມັດເລືອດແດງມີອາຍຸສັ້ນ, ແຕກງ່າຍ ແລະ ຖືກທຳລາຍງ່າຍ.

ພະຍາດນີ້ເປັນພະຍາດທາງກຳມະພັນທີ່ສືບເຊື້ອມາຈາກພໍ່ ແລະ ແມ່ທີ່ເປັນພະຍາດ ຫລື ຖືເຊື້ອພະຍາດທາລັສຊີເມຍ. ເປັນໄດ້ທັງໃນຜູ້ຍິງ ແລະ ຊາຍ ສາມາດພົບໃນປະຊາກອນທົ່ວໄປ.

ລັກສະນະອາການສະແດງອອກ

ສະແດງອອກນັບຕັ້ງແຕ່ບໍ່ມີອາການໃດໆຈົນເຖິງມີອາການເລືອດຈາງຊະນິດຮ້າຍແຮງສູງທີ່ອາດເສຍຊີວິດຕັ້ງແຕ່ໃນທ້ອງ ຫລື ຫລັງເກີດບໍ່ເກີນ 1 ວັນ.

ຊະນິດຮ້າຍແຮງຫນ້ອຍຫາປານກາງ: ຜູ້ທີ່ເປັນພະຍາດຈະມີອາການຈືດ ຕ້ອງໄດ້ຮັບເລືອດເປັນບາງຄັ້ງຄາວ ຮູ້ສຶກເມື່ອຍງ່າຍ. ຊະນິດຮ້າຍແຮງຈະມີລັກສະນະທາງກາຍະພາບດັ່ງນີ້:

  • ຈືດມ້ານ, ໂຫນກແກ້ມສູງ, ຜິວຫນັງກໍ່າ.
  • ຫນ້າຜາກກວ້າງ, ຕາເຫລືອງ, ດັງແປ.
  • ຕັບປ້າງໃຫຍ່ ອາດມີບາດແຜຊໍ້າເຮື້ອຢູ່ຕາມຂາ.
  • ຮ່າງກາຍຈະເລີນເຕີບໂຕຊ້າຜິດປົກກະຕິ.

ການສືບເຊື້ອສາຍພະຍາດ

ການປິ່ນປົວ

ຜູ້ທີ່ເປັນພະຍາດທາລັສຊີເມຍເກືອບວ່າທຸກຄົນຈະມີອາການອ່ອນເພຍຍ້ອນຂາດເລືອດ. ຄົນທີ່ເປັນຊະນິດຮ້າຍແຮງຕ້ອງໄດ້ປິ່ນປົວດ້ວຍການໃສ່ເລືອດບໍລິຈາກຢ່າງເປັນປະຈຳເມື່ອມີອາການເລືອດຈາງ ປະມານ 3-4 ອາທິດ ຕໍ່ ຄັ້ງ. ນອກຈາກນີ້, ຍັງມີການປິ່ນປົວດ້ວຍວິທີອື່ນອີກ ເຊິ່ງພວກເຮົາຈະນຳມາຂຽນໃນໂອກາດຫນ້າ.

ການຄວບຄຸມ ແລະ ປ້ອງກັນ

ບຸກຄະລາກອນທາງການແພດຕ້ອງໃຫ້ຄວາມຮູ້ແກ່ປະຊາຊົນກ່ຽວກັບພະຍາດນີ້ ເພື່ອຄົັນຫາກຸ່ມສ່ຽງ ແລະ ໃຫ້ຄຳແນະນຳແກ່ຜູ້ເປັນພະຍາດໃນການຮັກສາຕົນເອງຢ່າງຖືກວິທີທີ່ໂຮງຫມໍເມືອງ ຫລື ແຂວງທີ່ຢູ່ໃກ້ບ້ານ.

ຄູ່ສົມລົດຕ້ອງມີການປຶກສາແພດຫມໍ ແລະ ກວດເລືອດ. ແພດຫມໍຕ້ອງໃຫ້ຄຳແນະນຳກ່ຽວກັບຄວາມສ່ຽງ ແລະ ການຄຸມກຳເນີດທີ່ເຫມາະສົມສຳລັບຄູ່ຜົວເມຍທີ່ກວດເລືອດພົບວ່າມີຄວາມສ່ຽງທີ່ຈະໄດ້ລູກເປັນພະຍາດທາລັສຊີເມຍ.

The post ຫລີກລ້ຽງ ແລະ ປ້ອງກັນພະຍາດເລືອດຈາງທາງກຳມະພັນ Thalassemia first appeared on Twin Bees.]]>
https://twinbees.la/2020/04/20/thalassemia/feed/ 0
Astaxanthin ສານຕ້ານອະນຸມູນອິດສະຫລະອັນຊົງພະລັງ https://twinbees.la/2019/04/04/astaxanthin/?utm_source=rss&utm_medium=rss&utm_campaign=astaxanthin https://twinbees.la/2019/04/04/astaxanthin/#respond Thu, 04 Apr 2019 10:48:41 +0000 http://twinbees.la/?p=452 ແອສຕາແຊນທິນ (Astaxanthin) ພົບໄດ້ທົ່ວໄປໃນທຳມະຊາດ ເປັນສານສີສົ້ມແດງທີ່ພົບໃນປາແຊວມອນ, ໄຂ່ປາຄາເວຍ, ກຸ້ງນ້ອຍສີແດງແຖບທະເລເລິກອາກຕິກ (Krill), ຫອຍ, ປູ ແລະ ສາຫລ່າຍສີແດງ (Haematococcus Pluvialis). Astaxanthin ເປັນສານທີ່ຮ່າງກາຍບໍ່ສາມາດສ້າງຂຶ້ນເອງໄດ້ ເຊິ່ງເຮົາຈະໄດ້ຮັບສານນີ້ຈາກການຮັບປະທານເຂົ້າໄປເທົ່ານັ້ນ. Astaxanthin ແມ່ນມີຄວາມປອດໄພ ເຊິ່ງມີປະລິມານຫລາຍທີ່ສຸດໃນສາຫລ່າຍສີແດງ ນິຍົມນຳມາສະກັດເປັນອາຫານເສີມຢູ່ແຖບສະແກນດີເນເວຍມາຫລາຍປີແລ້ວ ແລະ ໃນປັດຈຸບັນມີວາງຈຳຫນ່າຍຢ່າງແຜ່ຫລາຍໃນທົ່ວໂລກ. Astaxanthin ເປັນສານທີ່ມີຄວາມສາມາດໃນການຕ້ານອະນຸມູນອິດສະຫລະໄດ້ດີທີ່ສຸດ ມັນຈຶ່ງເປັນສານຕ້ານອະນຸມູນອິດສະຫລະທາງເລືອກໃຫມ່ທີ່ດີກວ່າສານຕ້ານອະນຸມູນອິດສະຫລະຊະນິດອື່ນໆ. ຈາກຜົນການວິໄຈທາງວິທະຍາສາດ Astaxanthin ມີຄຸນສົມບັດຕ້ານອະນຸມູນອິດສະຫລະທີ່ສູງຫລາຍ ຊຶ່ງມີຄ່າຄະແນນ ORAC Score ສູງກວ່າ ວິຕາມິນ C 6,000 ເທົ່າ, CoQ10 800 ເທົ່າ, ວິຕາມິນ E 550 ເທົ່າ ເປັນຕົ້ນ. ຄຸນປະໂຫຍດຂອງ Astaxanthin ຊ່ວຍບຳລຸງສາຍຕາ ແລະ ສະຫມອງ. ຊ່ວຍບຳລຸງຫົວໃຈ ແລະ ຫລອດເລືອດຫົວໃຈ. ຊ່ວຍເພີ່ມຄວາມແຂງແຮງຂອງກ້າມເນື້ອ ແລະ ຂໍ້. […]

The post Astaxanthin ສານຕ້ານອະນຸມູນອິດສະຫລະອັນຊົງພະລັງ first appeared on Twin Bees.]]>

ແອສຕາແຊນທິນ (Astaxanthin) ພົບໄດ້ທົ່ວໄປໃນທຳມະຊາດ ເປັນສານສີສົ້ມແດງທີ່ພົບໃນປາແຊວມອນ, ໄຂ່ປາຄາເວຍ, ກຸ້ງນ້ອຍສີແດງແຖບທະເລເລິກອາກຕິກ (Krill), ຫອຍ, ປູ ແລະ ສາຫລ່າຍສີແດງ (Haematococcus Pluvialis). Astaxanthin ເປັນສານທີ່ຮ່າງກາຍບໍ່ສາມາດສ້າງຂຶ້ນເອງໄດ້ ເຊິ່ງເຮົາຈະໄດ້ຮັບສານນີ້ຈາກການຮັບປະທານເຂົ້າໄປເທົ່ານັ້ນ.

Astaxanthin ແມ່ນມີຄວາມປອດໄພ ເຊິ່ງມີປະລິມານຫລາຍທີ່ສຸດໃນສາຫລ່າຍສີແດງ ນິຍົມນຳມາສະກັດເປັນອາຫານເສີມຢູ່ແຖບສະແກນດີເນເວຍມາຫລາຍປີແລ້ວ ແລະ ໃນປັດຈຸບັນມີວາງຈຳຫນ່າຍຢ່າງແຜ່ຫລາຍໃນທົ່ວໂລກ.

Astaxanthin ເປັນສານທີ່ມີຄວາມສາມາດໃນການຕ້ານອະນຸມູນອິດສະຫລະໄດ້ດີທີ່ສຸດ ມັນຈຶ່ງເປັນສານຕ້ານອະນຸມູນອິດສະຫລະທາງເລືອກໃຫມ່ທີ່ດີກວ່າສານຕ້ານອະນຸມູນອິດສະຫລະຊະນິດອື່ນໆ.

ຈາກຜົນການວິໄຈທາງວິທະຍາສາດ Astaxanthin ມີຄຸນສົມບັດຕ້ານອະນຸມູນອິດສະຫລະທີ່ສູງຫລາຍ ຊຶ່ງມີຄ່າຄະແນນ ORAC Score ສູງກວ່າ ວິຕາມິນ C 6,000 ເທົ່າ, CoQ10 800 ເທົ່າ, ວິຕາມິນ E 550 ເທົ່າ ເປັນຕົ້ນ.

ຄຸນປະໂຫຍດຂອງ Astaxanthin

  • ຊ່ວຍບຳລຸງສາຍຕາ ແລະ ສະຫມອງ.
  • ຊ່ວຍບຳລຸງຫົວໃຈ ແລະ ຫລອດເລືອດຫົວໃຈ.
  • ຊ່ວຍເພີ່ມຄວາມແຂງແຮງຂອງກ້າມເນື້ອ ແລະ ຂໍ້.
  • ຊ່ວຍຫລຸດຄວາມສ່ຽງການເກີດພະຍາດມະເຮັງ, ພະຍາດເບົາຫວານ, ພະຍາດຫົວໃຈ ແລະ ເສັ້ນເລືອດໃນສະຫມອງແຕກ.

ນອກຈາກນີ້, ຍັງນິຍົມນຳມາຜະລິດເປັນອາຫານເສີມເພື່ອຄວາມງາມ ໂດຍມີຫລາຍການທົດລອງທີ່ໃຫ້ອາສາສະຫມັກຮັບປະທານ ເມື່ອຕິດຕາມຜົນປະກົດວ່າ ຜິວມີຄວາມຊຸ່ມຂຶ້ນ ແລະ ຮອຍຫ່ຽວຈາງລົງໄດ້ພາຍໃນ 6-8 ອາທິດ.

The post Astaxanthin ສານຕ້ານອະນຸມູນອິດສະຫລະອັນຊົງພະລັງ first appeared on Twin Bees.]]>
https://twinbees.la/2019/04/04/astaxanthin/feed/ 0
ວິຕາມິນ DHC ຍີ່ປຸ່ນ ບຳລຸງຜິວພັນ ເພື່ອຄວາມງາມຈາກພາຍໃນ https://twinbees.la/2019/03/21/dhc-vitamin/?utm_source=rss&utm_medium=rss&utm_campaign=dhc-vitamin https://twinbees.la/2019/03/21/dhc-vitamin/#respond Thu, 21 Mar 2019 08:01:23 +0000 http://twinbees.la/?p=433 DHC ເປັນບໍລິສັດທີ່ເປັນທີ່ຮູ້ຈັກກັນຢ່າງແຜ່ຫລາຍ ແລະ ຜະລິດຕະພັນຂອງບໍລິສັດກໍ່ໄດ້ຮັບການຕອບຮັບເປັນຢ່າງດີ ຈາກຜູ້ຊົມໃຊ້ທັງໃນປະເທດຍີ່ປຸ່ນ, ໄທ ແລະ ອາເມລິກາ. ຜະລິດຕະພັນຂອງ DHC ລວມມີວິຕາມິນ, ອາຫານເສີມ, ເຄື່ອງສຳອາງ ແລະ ສິນຄ້າບຳລຸງຜິວພັນຫລາກຫລາຍຊະນິດ. ສຳລັບວິຕາມິນ DHC ສ່ວນຫລາຍຈະຊ່ວຍບຳລຸງສຸຂະພາບ ກໍ່ຄືສຸຂະພາບຜິວ ແລະ ຄວາມງາມ ມີຫລາຍຢ່າງດັ່ງນີ້: 1. DHC Vitamin C ຖືໄດ້ວ່າເປັນລະດັບນາງເອກຂອງວົງການ ເຊິ່ງຈະຊ່ວຍຫລຸດຄວາມຫມອງຄໍ້າເທິງໃບຫນ້າ ແລະ ຜິວກາຍ. ຫລຸດຈຸດດ່າງດຳ, ຝ້າ, ເມັນ ໃຫ້ຄ່ອຍໆຈາງລົງ. ຜິວພັນກະຈ່າງໃສ ມີນໍ້າມີນວນຂຶ້ນ. ຊ່ວຍໃຫ້ຫລອດເລືອດແຂງແຮງ. ຊ່ວຍເສີມສ້າງພູມຄຸ້ມກັນ ປ້ອງກັນຫວັດໄດ້ດີ. ຊ່ວຍຟື້ນຟູເນື້ອເຍື່ອທີ່ຖືກທຳລາຍຈາກແສງລັງສີ UV (ແສງແດດ). ເປັນຕົວຊ່ວຍເພີ່ມປະສິດທິພາບໃນການດູດຊຶມຂອງອາຫານເສີມອື່ນໆໃຫ້ໄດ້ຜົນດີຂຶ້ນ. 2. DHC Vitamin E ວິຕາມິນ E ເປັນວິຕາມິນທີ່ຊ່ວຍບຳລຸງຜິວພັນ, ຫລຸດຮອຍຈາກສິວ, ຮອຍດ່າງດຳຕ່າງໆ, ຫລຸດການເກີດຝ້າ ແລະ ເມັນ, […]

The post ວິຕາມິນ DHC ຍີ່ປຸ່ນ ບຳລຸງຜິວພັນ ເພື່ອຄວາມງາມຈາກພາຍໃນ first appeared on Twin Bees.]]>

DHC ເປັນບໍລິສັດທີ່ເປັນທີ່ຮູ້ຈັກກັນຢ່າງແຜ່ຫລາຍ ແລະ ຜະລິດຕະພັນຂອງບໍລິສັດກໍ່ໄດ້ຮັບການຕອບຮັບເປັນຢ່າງດີ ຈາກຜູ້ຊົມໃຊ້ທັງໃນປະເທດຍີ່ປຸ່ນ, ໄທ ແລະ ອາເມລິກາ. ຜະລິດຕະພັນຂອງ DHC ລວມມີວິຕາມິນ, ອາຫານເສີມ, ເຄື່ອງສຳອາງ ແລະ ສິນຄ້າບຳລຸງຜິວພັນຫລາກຫລາຍຊະນິດ.

ສຳລັບວິຕາມິນ DHC ສ່ວນຫລາຍຈະຊ່ວຍບຳລຸງສຸຂະພາບ ກໍ່ຄືສຸຂະພາບຜິວ ແລະ ຄວາມງາມ ມີຫລາຍຢ່າງດັ່ງນີ້:

1. DHC Vitamin C

  • ຖືໄດ້ວ່າເປັນລະດັບນາງເອກຂອງວົງການ ເຊິ່ງຈະຊ່ວຍຫລຸດຄວາມຫມອງຄໍ້າເທິງໃບຫນ້າ ແລະ ຜິວກາຍ.
  • ຫລຸດຈຸດດ່າງດຳ, ຝ້າ, ເມັນ ໃຫ້ຄ່ອຍໆຈາງລົງ.
  • ຜິວພັນກະຈ່າງໃສ ມີນໍ້າມີນວນຂຶ້ນ.
  • ຊ່ວຍໃຫ້ຫລອດເລືອດແຂງແຮງ.
  • ຊ່ວຍເສີມສ້າງພູມຄຸ້ມກັນ ປ້ອງກັນຫວັດໄດ້ດີ.
  • ຊ່ວຍຟື້ນຟູເນື້ອເຍື່ອທີ່ຖືກທຳລາຍຈາກແສງລັງສີ UV (ແສງແດດ).
  • ເປັນຕົວຊ່ວຍເພີ່ມປະສິດທິພາບໃນການດູດຊຶມຂອງອາຫານເສີມອື່ນໆໃຫ້ໄດ້ຜົນດີຂຶ້ນ.

2. DHC Vitamin E

ວິຕາມິນ E ເປັນວິຕາມິນທີ່ຊ່ວຍບຳລຸງຜິວພັນ, ຫລຸດຮອຍຈາກສິວ, ຮອຍດ່າງດຳຕ່າງໆ, ຫລຸດການເກີດຝ້າ ແລະ ເມັນ, ຫລຸດບັນຫາຜິວແຫ້ງ, ຫລຸດຮອຍຫ່ຽວ ຄືນຄວາມອ່ອນເຍົາໃຫ້ແກ່ຜິວພັນໃຫ້ກັບມາໃສນຸ້ມຊຸ່ມຊື່ນອີກຄັ້ງ. ເປັນສານຕ້ານອະນຸມູນອິດສະຫລະ ແລະ ຊ່ວຍຢັບຢັ້ງການອັກເສບຂອງຜິວ ແນະນຳໃຫ້ກິນຄູ່ກັບວິຕາມິນ C ຈະເຮັດໃຫ້ຜິວກະຈ່າງໃສ ແລະ ຫລຸດຈຸດດ່າງດຳຮອຍສິວໄດ້ດີຫລາຍ.

3. DHC Hyaluronsan

DHC Hyaluronsan (ໄຮຢາລູຣອນ) ຫນຶ່ງໃນວິຕາມິນບຳລຸງຄວາມງາມທີ່ເປັນທີ່ນິຍົມທີ່ສຸດ ແລະ ຂາຍດີຫລາຍໃນຍີ່ປຸ່ນ. Hyaluronic Acid ມັກໃຊ້ປະສົມໃນເຄື່ອງສຳອາງ ເພື່ອບຳລຸງຜິວພັນໃຫ້ນຽນ, ໃສ, ເດັ້ງ ເພີ່ມຄວາມເປັ່ງປັ່ງໃຫ້ຜິວມີສຸຂະພາບດີ.

ເຫມາະສຳລັບຄົນທີ່ສຸຂະພາບຜິວແຫ້ງຫຍາບ ຊ່ວຍເຕີມນໍ້າຫລໍ່ລ້ຽງໃຫ້ຜິວທີ່ຫມອງຄໍ້າຈາກມົນລະພິດ ໃຫ້ກັບມາເຕັ່ງຕຶງມີຊີວິດຊີວາ, ນຸ້ມນຽນ ຄືກັບຕອນເປັນສາວ ແລະ ຫລຸດຮອຍຫ່ຽວໄດ້ເປັນຢ່າງດີ.

4. DHC Vitamin B-Mix

ວິຕາມິນ B ລວມ ຊ່ວຍປ້ອງກັນການເກີດສິວ, ຫລຸດບັນຫາສິວສ້ຽນ, ສິວອຸດຕັນ, ຜື່ນເທິງໃບຫນ້າ, ຊ່ວຍໃຫ້ຫນ້າລຽບນຽນ ແລະ ຍັງຊ່ວຍແກ້ໄຂບັນຫາຜູ້ແຕ່ງຫນ້າບໍ່ຄ່ອຍຕິດ ເພື່ອສຸຂະພາບຮ່າງກາຍທີ່ແຂງແຮງ ແລະ ຜິວພັນສົດໃສ ປາສະຈາກສິວ.

5. DHC Zinc

ສັງກະສີ (Zinc) ມີຄວາມຈຳເປັນສຳລັບສຸຂະພາບຂອງຜິວຫນັງ, ປ້ອງກັນການເກີດສິວ, ບັນເທົາອາການອັກເສບຂອງສິວ, ຫລຸດຜ່ອນຫນ້າມັນ, ບຳລຸງຜົມ, ເພີ່ມພູມຄຸ້ມກັນພະຍາດໃຫ້ຮ່າງກາຍ ການໄຫລວຽນເລືອດບໍ່ດີ ເມື່ອຍງ່າຍ.

ສັງກະສີ (Zinc) ມີຄວາມສຳຄັນຕໍ່ລະບົບທາງເດີນອາຫານ ແລະ ລະບົບປະສາດ ເຮັດຫນ້າທີ່ຄວບຄຸມການສ້າງ ແລະ ການເຮັດວຽກຂອງເຊວໃນຮ່າງກາຍ ເພື່ອຊະລໍການຕາຍຂອງເຊວ, ຊະລໍຄວາມແກ່, ຊ່ວຍຮັກສາບາດແຜ.

6. DHC Collagen

ເມື່ອຮອດອາຍຸ 25 ປີ ບໍ່ວ່າຍິງ ຫລື ຊາຍ ຮ່າງກາຍຈະຜະລິດຄໍລາເຈນໄດ້ຫນ້ອຍລົງໄປເລື້ອຍໆ, ດັ່ງນັ້ນ ການກິນຄໍລາເຈນເສີມທົດແທນສິ່ງທີ່ຂາດຫາຍໄປຈຶ່ງມີຄວາມສຳຄັນຕໍ່ຜິວພັນດັ່ງນີ້:

  • ຊ່ວຍໃຫ້ຜິວພັນເກີດຄວາມຊຸ່ມຊື່ນ.
  • ຊ່ວຍເສີມຄວາມເປັ່ງປັ່ງໃຫ້ກັບຜິວຫນັງ.
  • ຊ່ວຍໃຫ້ຜິວພັນລຽບນຽນກະຊັບ.
  • ຊ່ວຍເສີມສ້າງຄວາມແຂງແຮງໃຫ້ກັບຊັ້ນຜິວຫນັງ ແລະ ເສີມໃຫ້ກະດູກແຂງແຮງ.

ຄໍລາເຈນຈະເຮັດໃຫ້ສຸຂະພາບຜິວກັບໄປເປັນຄືຕອນສາວອີກຄັ້ງ.

The post ວິຕາມິນ DHC ຍີ່ປຸ່ນ ບຳລຸງຜິວພັນ ເພື່ອຄວາມງາມຈາກພາຍໃນ first appeared on Twin Bees.]]>
https://twinbees.la/2019/03/21/dhc-vitamin/feed/ 0
ອາຫານເສີມ 6 ຢ່າງ ສຳລັບນັກອອກກຳລັງກາຍ https://twinbees.la/2019/03/11/sports-research-supplements/?utm_source=rss&utm_medium=rss&utm_campaign=sports-research-supplements https://twinbees.la/2019/03/11/sports-research-supplements/#respond Mon, 11 Mar 2019 08:41:26 +0000 http://twinbees.la/?p=416 ນອກຈາກໂປຣຕີນແບບຜົງທີ່ນັກອອກກຳລັງກາຍກິນເພື່ອສ້າງມວນກ້າມເນື້ອແລ້ວ ຢູ່ຕ່າງປະເທດຍັງມີອາຫານເສີມອີກຫລາຍຢ່າງທີ່ເປັນທີ່ນິຍົມກັນໃນກຸ່ມນັກອອກກຳລັງກາຍ. 1 – Collagen Peptides (ຄອລລາເຈນ) ຄອລລາເຈນເປັນໂປຣຕີນຊະນິດຫນຶ່ງທີ່ກວມເອົາ 30% ຂອງໂປຣຕີນທັງຫມົດໃນຮ່າງກາຍ, ຄອລລາເຈນສ່ວນຫລາຍແມ່ນຜະລິດມາຈາກສັດນໍ້າ (Marine), ສັດປີກ (Poultry), ງົວ (Bovine) ແລະ ຫມູ (Porcine). ຄຸນປະໂຫຍດ: ຊ່ວຍບຳລຸງຜິວພັນ, ຜົມ, ເລັບມື, ເຮັດໃຫ້ກະດູກ ແລະ ຂໍ້ແຂງແຮງ. 2 – MCT Oil (ສະກັດຈາກນໍ້າມັນຫມາກພ້າວ) MCT Oil ທີ່ສະກັດຈາກນໍ້າມັນຫມາກພ້າວຈະມີໃນ 3 ຮູບແບບຄື: ແບບນໍ້າມັນ, ຜົງ ແລະ ເມັດ. ຄຸນປະໂຫຍດ: ສ້າງພະລັງງານໃຫ້ແກ່ຮ່າງກາຍ ແລະ ສະຫມອງ. 3 – CLA 1250 (ສະກັດຈາກດອກຄຳຝອຍ) CLA ຫຍໍ້ມາຈາກ Conjugated Linoleic Acid ເປັນສານສະກັດທີ່ໄດ້ຈາກດອກຄຳຝອຍ. […]

The post ອາຫານເສີມ 6 ຢ່າງ ສຳລັບນັກອອກກຳລັງກາຍ first appeared on Twin Bees.]]>

ນອກຈາກໂປຣຕີນແບບຜົງທີ່ນັກອອກກຳລັງກາຍກິນເພື່ອສ້າງມວນກ້າມເນື້ອແລ້ວ ຢູ່ຕ່າງປະເທດຍັງມີອາຫານເສີມອີກຫລາຍຢ່າງທີ່ເປັນທີ່ນິຍົມກັນໃນກຸ່ມນັກອອກກຳລັງກາຍ.

1 – Collagen Peptides (ຄອລລາເຈນ)

ຄອລລາເຈນເປັນໂປຣຕີນຊະນິດຫນຶ່ງທີ່ກວມເອົາ 30% ຂອງໂປຣຕີນທັງຫມົດໃນຮ່າງກາຍ, ຄອລລາເຈນສ່ວນຫລາຍແມ່ນຜະລິດມາຈາກສັດນໍ້າ (Marine), ສັດປີກ (Poultry), ງົວ (Bovine) ແລະ ຫມູ (Porcine).

ຄຸນປະໂຫຍດ: ຊ່ວຍບຳລຸງຜິວພັນ, ຜົມ, ເລັບມື, ເຮັດໃຫ້ກະດູກ ແລະ ຂໍ້ແຂງແຮງ.

2 – MCT Oil (ສະກັດຈາກນໍ້າມັນຫມາກພ້າວ)

MCT Oil ທີ່ສະກັດຈາກນໍ້າມັນຫມາກພ້າວຈະມີໃນ 3 ຮູບແບບຄື: ແບບນໍ້າມັນ, ຜົງ ແລະ ເມັດ.

ຄຸນປະໂຫຍດ: ສ້າງພະລັງງານໃຫ້ແກ່ຮ່າງກາຍ ແລະ ສະຫມອງ.

3 – CLA 1250 (ສະກັດຈາກດອກຄຳຝອຍ)

CLA ຫຍໍ້ມາຈາກ Conjugated Linoleic Acid ເປັນສານສະກັດທີ່ໄດ້ຈາກດອກຄຳຝອຍ.

ຄຸນປະໂຫຍດ: CLA ມີຄຸນປະໂຫຍດໃນການຫລຸດນໍ້າຫນັກ ແຕ່ສິ່ງທີ່ CLA ແຕກຕ່າງຈາກອາຫານເສີມທົ່ວໄປຄື ນອກຈາກກິນເພື່ອຄວບຄຸມນໍ້າຫນັກແລ້ວ ຍັງສາມາດສ້າງມວນກ້າມເນື້ອໄດ້ນຳອີກດ້ວຍ.

4 – Turmeric Curcumin (ສະກັດຈາກຂີ້ຫມິ້ນ)

ຄຸນປະໂຫຍດ: ບຳລຸງສຸຂະພາບຫົວໃຈ ແລະ ການໄຫລວຽນຂອງເລືອດ, ຈຸດເດັ່ນຂອງຂີ້ຫມິ້ນແມ່ນມີສັບພະຄຸນຕ້ານການອັກເສບເປັນຫລັກ ທີ່ຊ່ວຍບັນເທົາອາການປວດ ແລະ ບາດເຈັບຈາກການອອກກຳລັງກາຍເຊັ່ນ: ປວດຄໍ, ບ່າ, ຫລັງ, ແອວ ແລະ ຂໍ້.

5 – Krill Oil

Krill Oil ເປັນນໍ້າມັນທີ່ສະກັດມາຈາກກຸ້ງນ້ອຍຊະນິດຫນຶ່ງທີ່ອາໄສຢູ່ມະຫາສະຫມຸດນໍ້າເລິກ ອັງຕາກຕິກ.

ຄຸນປະໂຫຍດ: ມີຄຸນປະໂຫຍດຄືກັນກັບນໍ້າມັນປາ ສິ່ງທີ່ແຕກຕ່າງແມ່ນ Krill Oil ສາມາດຊຶມເຂົ້າຮ່າງກາຍໄດ້ໄວ ແລະ ມີສານຕ້ານອະນຸມູນອິດສະຫລະ Astaxanthin ອັນຊົງພະລັງ.

6 – Vitamin D3 (ວິດຕາມິນ D3)

ຄຸນປະໂຫຍດ: ຊ່ວຍໃຫ້ກະດູກແຂງແຮງ ແລະ ຊ່ວຍໃນການດູດຊຶມແຄລຊ້ຽມ.

The post ອາຫານເສີມ 6 ຢ່າງ ສຳລັບນັກອອກກຳລັງກາຍ first appeared on Twin Bees.]]>
https://twinbees.la/2019/03/11/sports-research-supplements/feed/ 0
ສານອາຫານທີ່ຄົນສູບຢາຕ້ອງກິນເພີ່ມເຕີມ https://twinbees.la/2019/03/04/stop-smoking/?utm_source=rss&utm_medium=rss&utm_campaign=stop-smoking https://twinbees.la/2019/03/04/stop-smoking/#respond Mon, 04 Mar 2019 04:05:18 +0000 http://twinbees.la/?p=410 ການສູບຢາເປັນໄພທີ່ນຳໄປສູ່ພະຍາດຮ້າຍແຮງຫລາຍຢ່າງທີ່ເຮັດໃຫ້ທຸກທໍລະມານ ແລະ ທຳລາຍຊີວິດໄດ້ແກ່: ມະເຮັງປອດ, ມະເຮັງກ່ອງສຽງ, ລຳຄໍ, ຫລອດອາຫານ, ພະຍາດຫລອດເລືອດຫົວໃຈ, ພະຍາດຫລອດເລືອດສະຫມອງ, ເຊື່ອມສະມັດຕະພາບທາງເພດ ແລະ ພະຍາດກະດູກຜ່ອຍ ເປັນຕົ້ນ. ດັ່ງນັ້ນ, ການທີ່ຈະຫລຸດຄວາມສ່ຽງພະຍາດທັງຫມົດທີ່ກ່າວມາ ແມ່ນມີທາງດຽວຄື ເຊົາສູບຢາ. ສ່ວນຕົວຂ້າພະເຈົ້າເປັນຄົນບໍ່ສູບຢາ ຮູ້ພຽງແຕ່ຜົນຮ້າຍຂອງການສູບຢາຕາມສື່ຕ່າງໆເທົ່ານັ້ນ ແລະ ບໍ່ຮູ້ວ່າການເຊົາສູບຢານັ້ນຍາກ ຫລື ງ່າຍຊໍ່າໃດ, ແຕ່ສຳລັບຄົນທີ່ກຳລັງສູບຢາຢູ່ ຫລື ກຳລັງຄິດທີ່ຈະເຊົາ ຕ້ອງໄດ້ຮັບສານອາຫານເພີ່ມເຕີມເປັນພິເສດດັ່ງລຸ່ມນີ້: 1 – ລະບົບທາງເດີນຫາຍໃຈ: ຢາສູບເຮັດໃຫ້ເກີດອາການລະຄາຍເຄືອງ ແລະ ການອັກເສບຕໍ່ເນື້ອເຍື່ອໃນລະບົບທາງເດີນຫາຍໃຈທີ່ເປັນສາເຫດຂອງຖົງລົມໂປ່ງ, ມະເຮັງໃນລະບົບທາງເດີນຫາຍໃຈຕ່າງໆ. ດັ່ງນັ້ນ, ຄວນພິຈາລະນາເສີມສານອາຫານທີ່ດູແລສຸຂະພາບທາງເດີນຫາຍໃຈເຊັ່ນ: ສານສະກັດຈາກ Cinnamon ແລະ Acerola Cherry ເປັນຕົ້ນ. 2 – ລະບົບພູມຄຸ້ມກັນ ແລະ ຄວາມເສື່ອມຂອງເຊວ: ການສູບຢາ 1 ກອກ ເຮັດໃຫ້ຫລຸດການດູດຊຶມວິດຕາມິນ C ລົງເຖິງ 25mg. ເຊິ່ງວິດຕາມິນ […]

The post ສານອາຫານທີ່ຄົນສູບຢາຕ້ອງກິນເພີ່ມເຕີມ first appeared on Twin Bees.]]>

ການສູບຢາເປັນໄພທີ່ນຳໄປສູ່ພະຍາດຮ້າຍແຮງຫລາຍຢ່າງທີ່ເຮັດໃຫ້ທຸກທໍລະມານ ແລະ ທຳລາຍຊີວິດໄດ້ແກ່: ມະເຮັງປອດ, ມະເຮັງກ່ອງສຽງ, ລຳຄໍ, ຫລອດອາຫານ, ພະຍາດຫລອດເລືອດຫົວໃຈ, ພະຍາດຫລອດເລືອດສະຫມອງ, ເຊື່ອມສະມັດຕະພາບທາງເພດ ແລະ ພະຍາດກະດູກຜ່ອຍ ເປັນຕົ້ນ. ດັ່ງນັ້ນ, ການທີ່ຈະຫລຸດຄວາມສ່ຽງພະຍາດທັງຫມົດທີ່ກ່າວມາ ແມ່ນມີທາງດຽວຄື ເຊົາສູບຢາ.

ສ່ວນຕົວຂ້າພະເຈົ້າເປັນຄົນບໍ່ສູບຢາ ຮູ້ພຽງແຕ່ຜົນຮ້າຍຂອງການສູບຢາຕາມສື່ຕ່າງໆເທົ່ານັ້ນ ແລະ ບໍ່ຮູ້ວ່າການເຊົາສູບຢານັ້ນຍາກ ຫລື ງ່າຍຊໍ່າໃດ, ແຕ່ສຳລັບຄົນທີ່ກຳລັງສູບຢາຢູ່ ຫລື ກຳລັງຄິດທີ່ຈະເຊົາ ຕ້ອງໄດ້ຮັບສານອາຫານເພີ່ມເຕີມເປັນພິເສດດັ່ງລຸ່ມນີ້:

1 – ລະບົບທາງເດີນຫາຍໃຈ: ຢາສູບເຮັດໃຫ້ເກີດອາການລະຄາຍເຄືອງ ແລະ ການອັກເສບຕໍ່ເນື້ອເຍື່ອໃນລະບົບທາງເດີນຫາຍໃຈທີ່ເປັນສາເຫດຂອງຖົງລົມໂປ່ງ, ມະເຮັງໃນລະບົບທາງເດີນຫາຍໃຈຕ່າງໆ. ດັ່ງນັ້ນ, ຄວນພິຈາລະນາເສີມສານອາຫານທີ່ດູແລສຸຂະພາບທາງເດີນຫາຍໃຈເຊັ່ນ: ສານສະກັດຈາກ Cinnamon ແລະ Acerola Cherry ເປັນຕົ້ນ.

2 – ລະບົບພູມຄຸ້ມກັນ ແລະ ຄວາມເສື່ອມຂອງເຊວ: ການສູບຢາ 1 ກອກ ເຮັດໃຫ້ຫລຸດການດູດຊຶມວິດຕາມິນ C ລົງເຖິງ 25mg. ເຊິ່ງວິດຕາມິນ C ຄືສານທີ່ຊ່ວຍປ້ອງກັນພະຍາດ, ເພີ່ມພູມຄຸ້ມກັນຮ່າງກາຍ ແລະ ຕ້ານອະນຸມູນອິດສະຫລະທີ່ສຳຄັນ ເມື່ອຂາດວິດຕາມິນ C ຈະສົ່ງຜົນໃຫ້ເນື້ອເຍື່ອ ແລະ ເຊວຕ່າງໆຂອງຮ່າງກາຍຖືກທຳລາຍ, ເສຍຫາຍ ແລະ ເສື່ອມສະພາບຢ່າງໄວວາ. ດັ່ງນັ້ນ, ຄວນກິນຜັກຫມາກໄມ້ທີ່ມີສີສັນອັນອຸດົມໄປດ້ວຍ Phytonutrients ແລະ ມີວິດຕາມິນ C ໃຫ້ຫລາຍ.

3 – ກະດູກ: ສານພິດໃນຢາສູບເຮັດໃຫ້ສູນເສຍ ແລະ ຫລຸດການດູດຊຶມວິດຕາມິນ D ຂອງຮ່າງກາຍດ້ວຍເຊັ່ນດຽວກັນ ຊຶ່ງວິດຕາມິນ D ມີບົດບາດສຳຄັນໃນການດູດຊຶມ Calcium ສຳລັບກະດູກ. ດັ່ງນັ້ນ, ຜູ້ທີ່ສູບຢາຈຶ່ງມີຄວາມສ່ຽງຕໍ່ການເປັນພະຍາດກະດູກຜ່ອຍ ຈຶ່ງຄວນກິນອາຫານທີ່ມີ Calcium ສູງຕ່າງໆໃຫ້ຫລາຍຂຶ້ນ.

4 – ຫລອດເລືອດ: ສານພິດໃນຢາສູບເຮັດໃຫ້ຫລອດເລືອດຕີບລົງ ເຮັດໃຫ້ເລືອດໄປລ້ຽງສ່ວນຕ່າງໆຂອງຮ່າງກາຍໄດ້ຫນ້ອຍລົງ ນຳມາຊຶ່ງພະຍາດເສັ້ນເລືອດຫົວໃຈຕີບ, ພະຍາດຫົວໃຈຂາດເລືອດ ຈຶ່ງຄວນເພີ່ມສານອາຫານທີ່ບຳລຸງສຸຂະພາບຫລອດເລືອດຫົວໃຈໄດ້ແກ່: ກະທຽມ, ນໍ້າມັນປາ, CoQ10, ຊາຂຽວ, ໂອເມກາ 3 ເປັນຕົ້ນ. ສ່ວນສານອາຫານທີ່ດີຕໍ່ສຸຂະພາບຫລອດເລືອດສະຫມອງໄດ້ແກ່: ຜັກຫນອກ, ກິງໂກະ ເປັນຕົ້ນ.

ທັງນີ້ຫາກທ່ານຍັງສູບຢາຢ່າງຕໍ່ເນື່ອງ ພະຍາດຮ້າຍແຮງຕ່າງໆກໍ່ຍັງຄົງຖ້າໂອກາດໂຈມຕີສຸຂະພາບຂອງທ່ານຢູ່ ເຊັ່ນດຽວກັບຄວັນຢາສູບທີ່ຍັງຄົງເປັນອັນຕະລາຍຕໍ່ຄົນຮອບຂ້າງໄປພ້ອມໆກັນດ້ວຍ. ການເຊົາສູບຢາຄືສິ່ງທີ່ດີທີ່ສຸດທີ່ທ່ານຈະມອບໃຫ້ຕົວທ່ານເອງ ແລະ ຄົນອ້ອມຂ້າງ.

The post ສານອາຫານທີ່ຄົນສູບຢາຕ້ອງກິນເພີ່ມເຕີມ first appeared on Twin Bees.]]>
https://twinbees.la/2019/03/04/stop-smoking/feed/ 0
ໂຄນະຢູກິ ຄອລລາເຈນ ຈາກຍີ່ປຸ່ນ https://twinbees.la/2019/02/15/konayuki-collagen-japan/?utm_source=rss&utm_medium=rss&utm_campaign=konayuki-collagen-japan https://twinbees.la/2019/02/15/konayuki-collagen-japan/#respond Fri, 15 Feb 2019 12:09:21 +0000 http://twinbees.la/?p=394 ຄອລລາເຈນເປັນໂປຣຕີນທຳມະຊາດຊະນິດຫນຶ່ງທີ່ພົບຫລາຍໃນກະດູກ ແລະ ຜິວຫນັງຂອງສິ່ງທີ່ມີຊີວິດ. ໃນຮ່າງກາຍເຮົາມີໂປຣຕີນຄອລລາເຈນຢູ່ເຖິງ 1 ໃນ 3 ຫລື ປະມານ 33%. ໃນນັ້ນ 70% ຂອງຈຳນວນຄອລລາເຈນທັງຫມົດແມ່ນເປັນສ່ວນປະກອບຂອງຜິວຫນັງ, ຮອງລົງມາແມ່ນມີຢູ່ໃນແຂ້ວ, ກະດູກ, ຂໍ້ຕໍ່, ເສັ້ນເອັນ, ຂົນ, ເສັ້ນຜົມ ແລະ ຫລອດເລືອດ. ຄອລລາເຈນມີໂຄງສ້າງເປັນຕາຫນ່າງຫນາແຫນ້ນຂະຫນາດນ້ອຍຫລາຍ, ມີຄວາມແຂງແຮງ ແລະ ຢືດຢຸ່ນ ມີລັກສະນະເປັນກຽວພັນກັນ ແລະ ເປັນຕົວເຊື່ອມອະໄວຍະວະຕ່າງໆກັບກະດູກ ແລະ ເຮັດຫນ້າທີ່ເປັນໂຄງສ້າງຫລັກຂອງຜິວຫນັງ ແລະ ກະດູກ. ຄອລລາເຈນຈະຖືກຜະລິດຫລາຍຂຶ້ນເມື່ອເຮົາອາຍຸຍັງນ້ອຍ ແລະ ຈະເລີ້ມຫລຸດການຜະລິດຄອລລາເຈນໃຫມ່ທົດແທນໄດ້ຫນ້ອຍລົງໄປເລື້ອຍໆເມື່ອມີອາຍຸຮອດ 25 ປີ, ແຕ່ນັ້ນບໍ່ແມ່ນສາເຫດດຽວທີ່ເຮັດໃຫ້ປະສິດທິພາບໃນການສ້າງຄອລລາເຈນຂອງເຮົາຫລຸດລົງ ພຶດຕິກຳການບໍລິໂພກອາຫານ, ການໃຊ້ຊີວິດ ແລະ ລັງສີ UV ກໍ່ຍັງມີສ່ວນເຮັດໃຫ້ປະລິມານການຜະລິດຄອລລາເຈນຫລຸດລົງໄດ້ອີກດ້ວຍ. ຊຶ່ງເມື່ອປະລິມານຄອລລາເຈນຫລຸດລົງກໍ່ຈະສົ່ງຜົນໃຫ້ເກີດຄວາມປ່ຽນແປງຕ່າງໆກັບຜິວພັນເຊັ່ນ ຜິວພັນຂາດຄວາມກະຊັບ, ຍ່ອນຍານ, ເກີດຮອຍ, ຫມອງຄໍ້າ, ກະດູກ ແລະ ຂໍ້ຕໍ່ເສື່ອມ ເກີດສຽງດັງ ເປັນຕົ້ນ. ເມື່ອຮ່າງກາຍບໍ່ສາມາດຜະລິດຄອລລາເຈນໃຫມ່ໄດ້ທັນຕາມການສູນເສຍຂອງຮ່າງກາຍ […]

The post ໂຄນະຢູກິ ຄອລລາເຈນ ຈາກຍີ່ປຸ່ນ first appeared on Twin Bees.]]>

ຄອລລາເຈນເປັນໂປຣຕີນທຳມະຊາດຊະນິດຫນຶ່ງທີ່ພົບຫລາຍໃນກະດູກ ແລະ ຜິວຫນັງຂອງສິ່ງທີ່ມີຊີວິດ.

ໃນຮ່າງກາຍເຮົາມີໂປຣຕີນຄອລລາເຈນຢູ່ເຖິງ 1 ໃນ 3 ຫລື ປະມານ 33%. ໃນນັ້ນ 70% ຂອງຈຳນວນຄອລລາເຈນທັງຫມົດແມ່ນເປັນສ່ວນປະກອບຂອງຜິວຫນັງ, ຮອງລົງມາແມ່ນມີຢູ່ໃນແຂ້ວ, ກະດູກ, ຂໍ້ຕໍ່, ເສັ້ນເອັນ, ຂົນ, ເສັ້ນຜົມ ແລະ ຫລອດເລືອດ.

ຄອລລາເຈນມີໂຄງສ້າງເປັນຕາຫນ່າງຫນາແຫນ້ນຂະຫນາດນ້ອຍຫລາຍ, ມີຄວາມແຂງແຮງ ແລະ ຢືດຢຸ່ນ ມີລັກສະນະເປັນກຽວພັນກັນ ແລະ ເປັນຕົວເຊື່ອມອະໄວຍະວະຕ່າງໆກັບກະດູກ ແລະ ເຮັດຫນ້າທີ່ເປັນໂຄງສ້າງຫລັກຂອງຜິວຫນັງ ແລະ ກະດູກ.

ຄອລລາເຈນຈະຖືກຜະລິດຫລາຍຂຶ້ນເມື່ອເຮົາອາຍຸຍັງນ້ອຍ ແລະ ຈະເລີ້ມຫລຸດການຜະລິດຄອລລາເຈນໃຫມ່ທົດແທນໄດ້ຫນ້ອຍລົງໄປເລື້ອຍໆເມື່ອມີອາຍຸຮອດ 25 ປີ, ແຕ່ນັ້ນບໍ່ແມ່ນສາເຫດດຽວທີ່ເຮັດໃຫ້ປະສິດທິພາບໃນການສ້າງຄອລລາເຈນຂອງເຮົາຫລຸດລົງ ພຶດຕິກຳການບໍລິໂພກອາຫານ, ການໃຊ້ຊີວິດ ແລະ ລັງສີ UV ກໍ່ຍັງມີສ່ວນເຮັດໃຫ້ປະລິມານການຜະລິດຄອລລາເຈນຫລຸດລົງໄດ້ອີກດ້ວຍ.

ຊຶ່ງເມື່ອປະລິມານຄອລລາເຈນຫລຸດລົງກໍ່ຈະສົ່ງຜົນໃຫ້ເກີດຄວາມປ່ຽນແປງຕ່າງໆກັບຜິວພັນເຊັ່ນ ຜິວພັນຂາດຄວາມກະຊັບ, ຍ່ອນຍານ, ເກີດຮອຍ, ຫມອງຄໍ້າ, ກະດູກ ແລະ ຂໍ້ຕໍ່ເສື່ອມ ເກີດສຽງດັງ ເປັນຕົ້ນ. ເມື່ອຮ່າງກາຍບໍ່ສາມາດຜະລິດຄອລລາເຈນໃຫມ່ໄດ້ທັນຕາມການສູນເສຍຂອງຮ່າງກາຍ ເຮົາຈຶ່ງຈຳເປັນຕ້ອງຮັບປະທານຄອລລາເຈນເສີມເພື່ອທົດແທນຄອລລາເຈນທີ່ສູນເສຍໄປຕາມທຳມະຊາດ.

ໂດຍທົ່ວໄປຄອລລາເຈນຈະບໍ່ສາມາດຮັບປະທານໂດຍກົງໄດ້ ເພາະມີຂະຫນາດ ແລະ ຄວາມຫນາແນ້ນສູງຫລາຍຈຶ່ງດູດຊຶມໄດ້ຍາກ ຈຶ່ງຈຳເປັນຕ້ອງຜ່ານຂະບວນການແປຮູບໃຫ້ມີຂະຫນາດນ້ອຍເພື່ອໃຫ້ຮ່າງກາຍດູດຊຶມໄດ້ງ່າຍ.

ອາຫານຊ່ວຍການຜະລິດຄອລລາເຈນ

ນອກຈາກຄອລລາເຈນທີ່ຮ່າງກາຍຜະລິດຂຶ້ນເອງ ຫລື ຄອລລາເຈນໃນຮູບແບບຮັບປະທານແລ້ວ, ຍັງມີຄອລລາເຈນທີ່ມາຈາກແຫລ່ງທຳມະຊາດອື່ນໆ ຫລື ຮັບປະທານຄຽງຄູ່ກັບຄອລລາເຈນເພື່ອໃຫ້ເກີດປະສິດທິພາບສູງສຸດເຊັ່ນ:

  • ວິດຕາມິນ C ໃນຫມາກໄມ້: Strawberry, Kiwi, Acerola Cherry.
  • ວິດຕາມິນ C ໃນຜັກ: ຜັກຫົມ, ຫມາກນາວ.
  • ທາດເຫລັກ: ຕັບງົວ, ປາຊາດີນຕາກແຫ້ງ.
  • ວິດຕາມິນ A: ຫມາກອຶ, ຫົວກາຣົດ.
  • ແຄລຊ້ຽມ ແລະ ວິດຕາມິນ D.

ຄວນດື່ມນໍ້າຫລາຍໆເພື່ອຊ່ວຍໃຫ້ການດູດຊຶມໄດ້ດີຂຶ້ນ.

ປະໂຫຍດຂອງໂຄນະຢູກິ ຄອລລາເຈນ Konayuki Collagen ຈາກຍີ່ປຸ່ນ

Konayuki Collagen ເປັນຄອລລາເຈນຄຸນນະພາບສູງທີ່ຜະລິດມາຈາກຜິວຫມູ (ຟາມໃນປະເທດຍີ່ປຸ່ນ 100%) ດີກວ່າຄອລລາເຈນຈາກປາ 50 ເທົ່າ ສະກັດເອົາແຕ່ຄຸນຄ່າຂອງຄອລລາເຈນບໍລິສຸດເທົ່ານັ້ນ ບໍ່ມີໄຂມັນ ແລະ ບໍ່ມີສານປຸງແຕ່ງ. ດ້ວຍເທັກໂນໂລຊີໃຫມ່ລ້າສຸດເຮັດໃຫ້ໄດ້ໂມເລກຸນນ້ອຍກວ່ານາໂນເທັກໂນໂລຊີທົ່ວໄປ ຊຶ່ງເຮັດໃຫ້ຮ່າງກາຍສາມາດດູດຊຶມໄດ້ໄວທີ່ສຸດ ເນື່ອງຈາກຫມູມີໂຄໂມໂຊມທີ່ໃກ້ຄຽງກັບມະນຸດ.

  1. ຊ່ວຍເສີມສ້າງກະດູກໃຫ້ແຂງແຮງ ປ້ອງກັນພະຍາດກະດູກຜ່ອຍ ຊ່ວຍປັບສົມດຸນນໍ້າຫລໍ່ລ້ຽງຂໍ້ຕໍ່ຕາມຮ່າງກາຍ.
  2. ຊ່ວຍຟື້ນຟູສຸຂະພາບຜິວ ເພີ່ມຄວາມຢືດຢຸ່ນ ແລະ ຄວາມຊຸ່ມຊື່ນໃຫ້ແກ່ຜິວ.
  3. ຊ່ວຍໃຫ້ຜິວພັນຂາວສົດໃສ ຊ່ວຍລຶບຮອຍຫ່ຽວ ແລະ ຝ້າ ໃຫ້ຈາງລົງ.
  4. ຄືນຄວາມອ່ອນເຍົາໃນເວລາອັນໄວ ຢັບຢັ້ງການເກີດຮອຍຫ່ຽວ ຊ່ວຍບຳລຸງຜິວ.
  5. ກະຕຸ້ນໃຫ້ເກີດການສ້າງເມັດເລືອດ ເພີ່ມຄວາມແຂງແຮງໃຫ້ຜະຫນັງຫລອດເລືອດ ແລະ ເນື້ອເຢື່ອອື່ນໆຕາມຮ່າງກາຍ.
  6. ຊ່ວຍບຳລຸງເສັ້ນຜົມ, ເລັບ, ເຫືອກ ແລະ ປົວຄວາມຜິດປົກກະຕິຂອງເສັ້ນປະສາດ.
  7. ຊ່ວຍບຳລຸງສາຍຕາ ແລະ ຫລຸດຄວາມອ່ອນເພຍຂອງສາຍຕາ.

ວິທີກິນ

ກິນຄັ້ງລະ 5g – 10g ຕໍ່ມື້ ສາມາດປະສົມກິນໃສ່ນໍ້າລ້າ ຫລື ນໍ້າຫມາກໄມ້ ແລະ ປະສົມໃສ່ອາຫານກໍ່ໄດ້, ກິນງ່າຍ ແລະ ບໍ່ຄາວ.

The post ໂຄນະຢູກິ ຄອລລາເຈນ ຈາກຍີ່ປຸ່ນ first appeared on Twin Bees.]]>
https://twinbees.la/2019/02/15/konayuki-collagen-japan/feed/ 0
ສຸດຍອດຫມາກໄມ້ຊະລໍຄວາມແກ່ https://twinbees.la/2019/02/09/orac-super-fruits/?utm_source=rss&utm_medium=rss&utm_campaign=orac-super-fruits https://twinbees.la/2019/02/09/orac-super-fruits/#respond Sat, 09 Feb 2019 10:24:47 +0000 http://twinbees.la/?p=378 ຄ່າຄະແນນໂອແຣັກແມ່ນຫຍັງ? (The ORAC Score) ຄ່າຄະແນນໂອແຣັກ (ORAC Score) ຫມາຍເຖິງຄະແນນທີ່ສົມມຸດຂຶ້ນມາ ເພື່ອໃຊ້ວັດຄວາມສາມາດໃນການຕ້ານອະນຸມູນອິດສະຫລະຂອງອາຫານ ຊຶ່ງມາຈາກຄຳເຕັມວ່າ Oxygen Racial Absorbance Capacity, ຊຶ່ງຄ່າຄະແນນໂອແຣັກຈະເຮັດໃຫ້ເຮົາຮູ້ວ່າ ອາຫານສອງຊະນິດທີ່ມີປະລິມານເທົ່າກັນ ຫາກອາຫານຊະນິດໃດມີຄ່າຄະແນນໂອແຣັກສູງກວ່າ ກໍ່ຫມາຍຄວາມວ່າອາຫານຊະນິດນັ້ນມີຄວາມສາມາດໃນການຕ້ານອະນຸມູນອິດສະຫລະໄດ້ດີກວ່າ ເພື່ອບໍ່ໃຫ້ເຮົາຕົກເປັນເຫຍື່ອຂອງການໂຄສະນາ. ຄ່າຄະແນນໂອແຣັກເປັນເຄື່ອງມືທີ່ມີມາດຕະຖານ ແລະ ວິທີການທີ່ເປັນທີ່ຍອມຮັບຈາກນາໆປະເທດ ຊຶ່ງສາມາດລະບຸຄວາມສາມາດທີ່ແທ້ຈິງຂອງອາຫານໃນການຕ້ານອະນຸມູນອິດສະຫລະໃນຮ່າງກາຍມະນຸດ. ມັງຄຸດ (Mangosteen) ມັງຄຸດເປັນຣາຊີນີແຫ່ງຫມາກໄມ້ທີ່ມີສານປະກອບແຊນໂທນ (Xanthones) ຕາມທຳມະຊາດໃນປະລິມານຫລາຍທີ່ສຸດໃນໂລກ.ຈາກຄຸນສົມບັດຂອງແຊນໂທນໃນມັງຄຸດທີ່ກໍ່ໃຫ້ເກີດຄຸນສົມບັດພິເສດທີ່ຄົ້ນພົບໂດຍນັກວິໄຈ ທາງວິທະຍາສາດການແພດທົ່ວໂລກວ່າ ມີລິດໃນການຕ້ານອະນຸມູນອິດສະຫລະທີ່ຊົງປະສິດທິພາບ ສາມາດວັດໄດ້ຈາກຄ່າຄະແນນໂອແຣັກສູງກວ່າຫມາກໄມ້ຊະນິດອື່ນຫລາຍກວ່າ 20 ເທົ່າ. ຫລຸດການເກີດຂອງມະເຮັງຫລາຍຊະນິດເຊັ່ນ: ມະເຮັງຜິວຫນັງ, ລຳໄສ້, ຫລອດອາຫານ, ຕັບ. ຈາກຜົນຂອງການທົດລອງສາມາດຫລຸດຂະຫນາດຂອງເນື້ອງອກໄດ້. ຫລຸດອາການພູມແພ້ ຊ່ວຍໃຫ້ລະບົບທາງເດີນຫາຍໃຈດີຂຶ້ນ. ຕ້ານການອັກເສບ ຫລຸດຄວາມເຈັບປວດຂອງກ້າມເນື້ອ ແລະ ຂໍ້ກະດູກ. ຫລຸດໄຂມັນໃນເລືອດ, ຫລຸດໂອກາດຂອງພະຍາດຫົວໃຈ ແລະ ຄວາມດັນເລືອດສູງ. ຕ້ານເຊື້ອແບັກທີເຣຍ ແລະ ເຊື້ອໄວຣັສ. ຫມາກພິລາ (Pomegranate) ຫມາກໄມ້ສີສົດໃສທີ່ມີຕົ້ນກຳເນີດມາຈາກດິນແດນແຖວເປີເຊຍ […]

The post ສຸດຍອດຫມາກໄມ້ຊະລໍຄວາມແກ່ first appeared on Twin Bees.]]>

ຄ່າຄະແນນໂອແຣັກແມ່ນຫຍັງ? (The ORAC Score)

ຄ່າຄະແນນໂອແຣັກ (ORAC Score) ຫມາຍເຖິງຄະແນນທີ່ສົມມຸດຂຶ້ນມາ ເພື່ອໃຊ້ວັດຄວາມສາມາດໃນການຕ້ານອະນຸມູນອິດສະຫລະຂອງອາຫານ ຊຶ່ງມາຈາກຄຳເຕັມວ່າ Oxygen Racial Absorbance Capacity, ຊຶ່ງຄ່າຄະແນນໂອແຣັກຈະເຮັດໃຫ້ເຮົາຮູ້ວ່າ ອາຫານສອງຊະນິດທີ່ມີປະລິມານເທົ່າກັນ ຫາກອາຫານຊະນິດໃດມີຄ່າຄະແນນໂອແຣັກສູງກວ່າ ກໍ່ຫມາຍຄວາມວ່າອາຫານຊະນິດນັ້ນມີຄວາມສາມາດໃນການຕ້ານອະນຸມູນອິດສະຫລະໄດ້ດີກວ່າ ເພື່ອບໍ່ໃຫ້ເຮົາຕົກເປັນເຫຍື່ອຂອງການໂຄສະນາ.

ຄ່າຄະແນນໂອແຣັກເປັນເຄື່ອງມືທີ່ມີມາດຕະຖານ ແລະ ວິທີການທີ່ເປັນທີ່ຍອມຮັບຈາກນາໆປະເທດ ຊຶ່ງສາມາດລະບຸຄວາມສາມາດທີ່ແທ້ຈິງຂອງອາຫານໃນການຕ້ານອະນຸມູນອິດສະຫລະໃນຮ່າງກາຍມະນຸດ.

ມັງຄຸດ (Mangosteen)

ມັງຄຸດເປັນຣາຊີນີແຫ່ງຫມາກໄມ້ທີ່ມີສານປະກອບແຊນໂທນ (Xanthones) ຕາມທຳມະຊາດໃນປະລິມານຫລາຍທີ່ສຸດໃນໂລກ.
ຈາກຄຸນສົມບັດຂອງແຊນໂທນໃນມັງຄຸດທີ່ກໍ່ໃຫ້ເກີດຄຸນສົມບັດພິເສດທີ່ຄົ້ນພົບໂດຍນັກວິໄຈ
ທາງວິທະຍາສາດການແພດທົ່ວໂລກວ່າ ມີລິດໃນການຕ້ານອະນຸມູນອິດສະຫລະທີ່ຊົງປະສິດທິພາບ ສາມາດວັດໄດ້ຈາກຄ່າຄະແນນໂອແຣັກສູງກວ່າຫມາກໄມ້ຊະນິດອື່ນຫລາຍກວ່າ 20 ເທົ່າ.

  • ຫລຸດການເກີດຂອງມະເຮັງຫລາຍຊະນິດເຊັ່ນ: ມະເຮັງຜິວຫນັງ, ລຳໄສ້, ຫລອດອາຫານ, ຕັບ.
  • ຈາກຜົນຂອງການທົດລອງສາມາດຫລຸດຂະຫນາດຂອງເນື້ອງອກໄດ້.
  • ຫລຸດອາການພູມແພ້ ຊ່ວຍໃຫ້ລະບົບທາງເດີນຫາຍໃຈດີຂຶ້ນ.
  • ຕ້ານການອັກເສບ ຫລຸດຄວາມເຈັບປວດຂອງກ້າມເນື້ອ ແລະ ຂໍ້ກະດູກ.
  • ຫລຸດໄຂມັນໃນເລືອດ, ຫລຸດໂອກາດຂອງພະຍາດຫົວໃຈ ແລະ ຄວາມດັນເລືອດສູງ.
  • ຕ້ານເຊື້ອແບັກທີເຣຍ ແລະ ເຊື້ອໄວຣັສ.

ຫມາກພິລາ (Pomegranate)

ຫມາກໄມ້ສີສົດໃສທີ່ມີຕົ້ນກຳເນີດມາຈາກດິນແດນແຖວເປີເຊຍ ຫລື ປະເທດອີຣ່ານ ໃນປັດຈຸບັນຈາກການວິໄຈຈຳນວນຫລາຍຢືນຢັນວ່າ ຫມາກພິລາມີສານປະກອບຕາມທຳມະຊາດໃນກຸ່ມແຊນໂທນ ໂດຍສະເພາະແມ່ນ Hydrolysable Xanthones ຫລື ສານປະກອບແຊນໂທນໃນກຸ່ມທີ່ສາມາດລະລາຍນໍ້າໄດ້ຢູ່ໃນປະລິມານຫລາຍ ຊຶ່ງໃຫ້ປະໂຫຍດທີ່ຊັດເຈນແກ່ຮ່າງກາຍ.

  • ຊ່ວຍໃຫ້ລະບົບໄຫລວຽນຂອງເລືອດດີຂຶ້ນ.
  • ສົ່ງເສີມລະບົບເຮັດວຽກຂອງຫົວໃຈ.
  • ຫລຸດພາວະການແຂງຕົວຂອງເລືອດຈາກໄຂມັນໃນເລືອດສູງ.
  • ບັນເທົາພະຍາດຫົວໃຈ ແລະ ຄວາມດັນເລືອດສູງ.
  • ເພີ່ມພະລັງ ແລະ ຄວາມງາມ.

ໂກຈິ ເບີຣີ (Goji Berry)

ເປັນຫມາກໄມ້ທີ່ພົບ ແລະ ປູກກັນຫລາຍທາງພາກຕາເວັນຕົກສ່ຽງເຫນືອຂອງປະເທດຈີນ ໃຊ້ເປັນສ່ວນປະກອບຂອງອາຫານຈີນຫລາກຫລາຍຊະນິດມາຕັ້ງແຕ່ບູຮານ ແລະ ມີຊັບພະຄຸນທາງຢາດັ່ງນີ້:

  • ບຳລຸງຮ່າງກາຍ ບຳລຸງສາຍຕາ ໂດຍສະເພາະຕາບອດກາງຄືນ.
  • ຊ່ວຍກ່ອມປະສາດເຮັດໃຫ້ຫລັບສະບາຍ.
  • ຫລຸດປະລິມານນໍ້າຕານໃນເລືອດ.
  • ເສີມພູມຕ້ານທານພະຍາດຂອງຮ່າງກາຍ.
  • ມີສ່ວນຊ່ວຍເພີ່ມຈຳນວນເມັດເລືອດຂາວ.
  • ຫລຸດໄຂມັນໃນເລືອດ.
  • ປ້ອງກັນໄຂມັນພອກຕັບ ແລະ ຊ່ວຍໃຫ້ເຊວຕັບເຮັດວຽກໄດ້ດີຂຶ້ນ.
  • ຊ່ວຍບັນເທົາອາການວິນຫົວ ຫນ້າມືດຕາລາຍ ສາຍຕາບໍ່ດີ.
  • ເປັນຢາອາຍຸຍືນ ເຫມາະກັບຄົນທີ່ບໍ່ມີແຮງ, ອ່ອນເພຍ, ວິນຫົວ ແລະ ຫມາກໄຂ່ຫລັງເຮັດວຽກບໍ່ປົກກະຕິ.

ອາໄຊອິ ເບີຣີ (Acai Berry)

ເປັນຫມາກໄມ້ຂອງພືດຕະກູນປາມທີ່ມີຖິ່ນກຳເນີດໃນດິນແດນແຖວແມ່ນໍ້າອາເມຊອນ, ປະເທດເບຣຊິນ ມີປະຫວັດການໃຊ້ທີ່ຍາວນານ ແລະ ສິ່ງທີ່ເຮັດໃຫ້ຫມາກໄມ້ຊະນິດນີ້ແຕກຕ່າງຈາກເບີຣີທົ່ວໆໄປນັ້ນຄື ມັນອຸດົມໄປດ້ວຍກົດອະມິໂນ, ກົດໄຂມັນ, ວິດຕາມິນ, ເກືອແຮ່ ແລະ ສານຕ້ານອະນຸມູນອິດສະຫລະຈຳນວນຫລາຍ ຊຶ່ງເປັນລັກສະນະເດັ່ນທີ່ບໍ່ປະກົດມີຢູ່ໃນຫມາກໄມ້ຊະນິດອື່ນ ແລະ ຜົນລັບຈາກການໃຊ້ງານໃນຖານະເປັນສຸດຍອດຫມາກໄມ້ ເຮັດໃຫ້ ອາໄຊອິ ເບີຣີ ຖືກຈັດໃຫ້ຢູ່ໃນເມນູສຸຂະພາບຂອງນັກໂພສະການຊັ້ນນຳຂອງໂລກ. ງານວິໄຈທາງວິທະຍາສາດທີ່ກ່ຽວຂ້ອງກັບການໃຊ້ສານອາຫານເພື່ອດູແລສຸຂະພາບ ເປີດເຜີຍໃຫ້ເຫັນຄວາມລັບ ແລະ ຄຸນສົມບັດທີ່ຫນ້າອັດສະຈັນຂອງ ອາໄຊອິ ເບີຣີ ຢ່າງຕໍ່ເນື່ອງເປັນຕົ້ນແມ່ນ:

  • ມີຄວາມສາມາດໃນການຕ້ານອະນຸມູນອິດສະຫລະສູງ ແລະ ມີສ່ວນຊ່ວຍຕໍ່ຕ້ານພະຍາດມະເຮັງ.
  • ຊ່ວຍຄວບຄຸມລະດັບໄຂມັນໃນເລືອດ.
  • ອຸດົມໄປດ້ວຍສານອາຫານເຊັ່ນ: ໂປຣຕີນ ແລະ ກົດໄຂມັນຊະນິດບໍ່ອີ່ມຕົວ Omega-3/6/9.
  • ອຸດົມໄປດ້ວຍວິດຕາມິນທີ່ຈຳເປັນຕໍ່ຮ່າງກາຍ.
  • ມີສ່ວນປະກອບຂອງເສັ້ນໃຍອາຫານສູງ.
  • ຊ່ວຍໃນເລື່ອງລະບົບການຍ່ອຍອາຫານ ແລະ ຄວບຄຸມນໍ້າຫນັກ.
  • ຊ່ວຍໃນຂະບວນການຂັບສານພິດອອກຈາກຮ່າງກາຍ.

ໃນຊີວິດປະຈຳວັນຂອງເຮົານັ້ນ ຮ່າງກາຍຈະສ້າງອະນຸມູນອິດສະຫລະຂຶ້ນມາ ໂດຍສະເພາະເມື່ອເກີດຄວາມຕຶງຄຽດ ສານອະນຸມູນທີ່ລະດັບເຄມີບໍ່ສົມດຸນເຫລົ່ານີ້ຈະເຮັດໃຫ້ເຊວເສຍຫາຍ ເປັນໄປລັກສະນະດຽວກັນກັບໂລຫະເຂົ້າຂີ້ຫມ້ຽງ ແລະ ຖືກທຳລາຍໃນທີ່ສຸດ. ດ້ວຍເຫດນີ້ ອະນຸມູນອິດສະຫລະຈຶ່ງເປັນອັນຕະລາຍ ເປັນສາເຫດສຳຄັນເຮັດໃຫ້ແກ່ໄວ ແລະ ເປັນພະຍາດທີ່ເຮັດໃຫ້ເຊວເຊື່ອມສະພາບ.

ຫມາກໄມ້ທີ່ມີຄ່າຄະແນນໂອແຣັກສູງເທົ່າໃດ ກໍ່ຈະມີຄວາມສາມາດໃນການຕ້ານອະນຸມູນອິດສະຫລະໄດ້ຫລາຍເທົ່ານັ້ນ.

The post ສຸດຍອດຫມາກໄມ້ຊະລໍຄວາມແກ່ first appeared on Twin Bees.]]>
https://twinbees.la/2019/02/09/orac-super-fruits/feed/ 0
ເຜົາຜານໄຂມັນ ສ້າງມວນກ້າມເນື້ອ ມີຮູບຮ່າງດີດ້ວຍ CLA ຈາກດອກຄຳຝອຍ https://twinbees.la/2019/01/31/cla-1250/?utm_source=rss&utm_medium=rss&utm_campaign=cla-1250 https://twinbees.la/2019/01/31/cla-1250/#respond Thu, 31 Jan 2019 09:09:32 +0000 http://twinbees.la/?p=360 ການມີຮູບຮ່າງດີ ໄດ້ສັດສ່ວນ ນອກຈາກຈະເປັນການເສີມບຸກຄະລິກທີ່ດີແລ້ວ ສິ່ງທີ່ສຳຄັນໄປກວ່ານັ້ນ ມັນສາມາດບົ່ງບອກເຖິງການມີສຸຂະພາບທີ່ດີ ເພາະການມີນໍ້າຫນັກເກີນ ຫລື ມີໄຂມັນສະສົມຕາມສ່ວນຕ່າງໆຂອງຮ່າງກາຍ ອາດສ້າງຄວາມສ່ຽງຕໍ່ການເກີດພະຍາດຮ້າຍແຮງຕ່າງໆໄດ້. CLA ແມ່ນຫຍັງ? CLA ຫຍໍ້ມາຈາກ Conjugated Linoleic Acid ເປັນກົດໄຂມັນໂຄງສ້າງພິເສດ ຖືກຈັດໃນກຸ່ມກົດໄຂມັນຈຳເປັນຊະນິດໂອເມກາ – 6 ເປັນສານທີ່ນິຍົມໃຊ້ຢ່າງແຜ່ຫລາຍໃນກຸ່ມຂອງນັກກິລາ. ຈາກຜົນການສຶກສາທາງວິທະຍາສາດ ສ່ວນໃຫຍ່ພົບວ່າ CLA ສາມາດເຮັດໃຫ້ຮ່າງກາຍເຜົາຜານພະລັງງານທີ່ໄດ້ຈາກໄຂມັນໄດ້ດີ ໃນຂະນະດຽວກັນຍັງຮັກສາມວນກ້າມເນື້ອໄດ້ນຳອີກ. ແຫລ່ງອາຫານທີ່ມີ CLA CLA ເປັນອົງປະກອບຂອງໄຂມັນທີ່ພົບໄດ້ຈາກໂປຣຕີນໃນຊີ້ນງົວ, ນົມ ແລະ ໄຂ່, ແຕ່ອາຫານເຫລົ່ານີ້ມີປະລິມານໄຂມັນ ແລະ ພະລັງງານທີ່ສູງຫລາຍ. ດັ່ງນັ້ນ, ການກິນອາຫານເຫລົ່ານີ້ເພື່ອໃຫ້ໄດ້ CLA ໃນປະລິມານທີ່ເຫມາະສົມ ຈຶ່ງເພີ່ມຄວາມສ່ຽງຕໍ່ການເກີດໄຂມັນອຸດຕັນ ແລະ ໄຂມັນໃນເລືອດສູງ. ນອກຈາກນີ້, ຍັງສາມາດພົບ CLA ໃນນໍ້າມັນດອກຄຳຝອຍ ແລະ ນໍ້າມັນດອກຕາເວັນ ໂດຍປະລິມານທີ່ພົບໃນນໍ້າມັນດອກຄຳຝອຍຈະມີຫລາຍກວ່າປະລິມານທີ່ພົບໃນນໍ້າມັນດອກຕາເວັນ. ອາຫານເສີມ CLA 1250 ຈາກອາເມລິກາ CLA […]

The post ເຜົາຜານໄຂມັນ ສ້າງມວນກ້າມເນື້ອ ມີຮູບຮ່າງດີດ້ວຍ CLA ຈາກດອກຄຳຝອຍ first appeared on Twin Bees.]]>

ການມີຮູບຮ່າງດີ ໄດ້ສັດສ່ວນ ນອກຈາກຈະເປັນການເສີມບຸກຄະລິກທີ່ດີແລ້ວ ສິ່ງທີ່ສຳຄັນໄປກວ່ານັ້ນ ມັນສາມາດບົ່ງບອກເຖິງການມີສຸຂະພາບທີ່ດີ ເພາະການມີນໍ້າຫນັກເກີນ ຫລື ມີໄຂມັນສະສົມຕາມສ່ວນຕ່າງໆຂອງຮ່າງກາຍ ອາດສ້າງຄວາມສ່ຽງຕໍ່ການເກີດພະຍາດຮ້າຍແຮງຕ່າງໆໄດ້.

CLA ແມ່ນຫຍັງ?

CLA ຫຍໍ້ມາຈາກ Conjugated Linoleic Acid ເປັນກົດໄຂມັນໂຄງສ້າງພິເສດ ຖືກຈັດໃນກຸ່ມກົດໄຂມັນຈຳເປັນຊະນິດໂອເມກາ – 6 ເປັນສານທີ່ນິຍົມໃຊ້ຢ່າງແຜ່ຫລາຍໃນກຸ່ມຂອງນັກກິລາ. ຈາກຜົນການສຶກສາທາງວິທະຍາສາດ ສ່ວນໃຫຍ່ພົບວ່າ CLA ສາມາດເຮັດໃຫ້ຮ່າງກາຍເຜົາຜານພະລັງງານທີ່ໄດ້ຈາກໄຂມັນໄດ້ດີ ໃນຂະນະດຽວກັນຍັງຮັກສາມວນກ້າມເນື້ອໄດ້ນຳອີກ.

ແຫລ່ງອາຫານທີ່ມີ CLA

CLA ເປັນອົງປະກອບຂອງໄຂມັນທີ່ພົບໄດ້ຈາກໂປຣຕີນໃນຊີ້ນງົວ, ນົມ ແລະ ໄຂ່, ແຕ່ອາຫານເຫລົ່ານີ້ມີປະລິມານໄຂມັນ ແລະ ພະລັງງານທີ່ສູງຫລາຍ. ດັ່ງນັ້ນ, ການກິນອາຫານເຫລົ່ານີ້ເພື່ອໃຫ້ໄດ້ CLA ໃນປະລິມານທີ່ເຫມາະສົມ ຈຶ່ງເພີ່ມຄວາມສ່ຽງຕໍ່ການເກີດໄຂມັນອຸດຕັນ ແລະ ໄຂມັນໃນເລືອດສູງ. ນອກຈາກນີ້, ຍັງສາມາດພົບ CLA ໃນນໍ້າມັນດອກຄຳຝອຍ ແລະ ນໍ້າມັນດອກຕາເວັນ ໂດຍປະລິມານທີ່ພົບໃນນໍ້າມັນດອກຄຳຝອຍຈະມີຫລາຍກວ່າປະລິມານທີ່ພົບໃນນໍ້າມັນດອກຕາເວັນ.

ອາຫານເສີມ CLA 1250 ຈາກອາເມລິກາ

CLA ສາມາດຫລຸດນໍ້າຫນັກພ້ອມສ້າງມວນກ້າມເນື້ອ ເຊິ່ງແຕກຕ່າງຈາກສານສະກັດຈາກສົ້ມແຂກທີ່ມີຊັບພະຄຸນຫລຸດນໍ້າຫນັກໄດ້ພຽງຢ່າງດຽວ.

1 – CLA 1250 ສາມາດຫລຸດໄຂມັນໃນຮ່າງກາຍ, ສ້າງກ້າມເນື້ອ ແລະ ເພີ່ມປະສິດທິພາບການອອກກຳລັງກາຍ.

2 – CLA 1250 ກຳລັງເປັນທີ່ນິຍົມໃນກຸ່ມຂອງນັກໂພສະນາການ ແລະ ຜູ້ຊ່ຽວຊານດ້ານການອອກກຳລັງກາຍທີ່ເຫັນວ່າ ມັນມີສັກກະຍະພາບເປັນອາຫານເສີມສຳລັບຫລຸດນໍ້າຫນັກ ແລະ ເສີມສ້າງພະລັງງານ.

3 – ຖ້າກິນຄຽງຄູ່ກັບການອອກກຳລັງກາຍ CLA ຍັງອາດກະຕຸ້ນການສະຫລາຍຕົວຂອງໄຂມັນໃນຮ່າງກາຍ ແລະ ສະກັດກັ້ນເຊວໄຂມັນໃຫມ່ບໍ່ໃຫ້ຂະຫຍາຍຕົວ.

4 – CLA 1250 ຈາກດອກຄຳຝອຍເປັນອາຫານເສີມສຳລັບຫລຸດນໍ້າຫນັກແບບທຳມະຊາດ ແລະ ບໍ່ເຮັດໃຫ້ເສບຕິດ, ຈຶ່ງເປັນທາງເລືອກທີ່ປອດໄພທຽບໃສ່ຢາຫລຸດນໍ້າຫນັກທີ່ອາດມີຜົນຂ້າງຄຽງອັນບໍ່ພຶງປະສົງ.

ໃຜຄວນກິນ CLA

  • ບຸກຄົນທີ່ຕ້ອງການຄວບຄຸມນໍ້າຫນັກ ແລະ ຮັກສາສັດສ່ວນໃຫ້ສົມດຸນ.
  • ບຸກຄົນທີ່ຕ້ອງການກຳຈັດໄຂມັນສ່ວນເກີນອອກຈາກຮ່າງກາຍ.
  • ບຸກຄົນທີ່ມັກອອກກຳລັງກາຍ ແລະ ຕ້ອງການສ້າງມວນກ້າມເນື້ອ.

ສາມາດສັ່ງຊື້ອາຫານເສີມ CLA 1250 ຈາກອາເມລິກາ ໄດ້ທີ່ WhatsApp 020 52956464

The post ເຜົາຜານໄຂມັນ ສ້າງມວນກ້າມເນື້ອ ມີຮູບຮ່າງດີດ້ວຍ CLA ຈາກດອກຄຳຝອຍ first appeared on Twin Bees.]]>
https://twinbees.la/2019/01/31/cla-1250/feed/ 0
ສົ້ມແຂກ – ສຸດຍອດສະຫມຸນໄພຫລຸດນໍ້າຫນັກ ຈາກຜົນການວິໄຈ https://twinbees.la/2019/01/14/garcinia-cambogia/?utm_source=rss&utm_medium=rss&utm_campaign=garcinia-cambogia https://twinbees.la/2019/01/14/garcinia-cambogia/#respond Mon, 14 Jan 2019 04:27:45 +0000 http://twinbees.la/?p=347 ຕົ້ນສົ້ມແຂກ ຫລື ມີຊື່ທາງວິທະຍາສາດວ່າ: Garcinia Cambogia ເປັນຕົ້ນໄມ້ໃຫ້ຫມາກທີ່ມີຖິ່ນກຳເນີດຢູ່ອິນເດຍ ແລະ ສີລັງກາ ມັກພົບເຫັນຢູ່ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແລະ ທາງພາກໃຕ້ຂອງປະເທດໄທ ສ່ວນຫມາກມີລັກສະນະຮູບຮ່າງຄ້າຍຄືກັບຫມາກອຶດັ່ງຮູບຂ້າງເທິງ. ສານສະກັດຈາກຫມາກສົ້ມແຂກທີ່ໄດ້ຈາກຫມາກ ແລະ ເປືອກ ເອີ້ນວ່າ: Hydroxycitric Acid ຫລື HCA, ເຊິ່ງ HCA ມີສັບພະຄຸນໃນການຫລຸດນໍ້າຫນັກໄດ້ເປັນຢ່າງດີ ເນື່ອງຈາກມັນຈະໄປຢັບຢັ້ງການສ້າງໄຂມັນໃນຮ່າງກາຍ ກໍ່ຄືຢັບຢັ້ງການປ່ຽນທາດແປ້ງ ແລະ ນໍ້າຕານໃຫ້ກາຍເປັນໄຂມັນ ແລະ ຊ່ວຍເຜົາຜານໄຂມັນໃນຮ່າງກາຍນຳອີກ. ກ່າວຄື HCA ໃນສົ້ມແຂກເຮັດຫນ້າທີ່ 2 ຢ່າງຄື: ປ້ອງກັນການສ້າງໄຂມັນໃຫມ່ ແລະ ສະຫລາຍໄຂມັນເກົ່ານັ້ນເອງ. ດັ່ງນັ້ນ, ສົ້ມແຂກຈຶ່ງເປັນສະຫມຸນໄພທາງເລືອກແທນການກິນຢາຫລຸດນໍ້າຫນັກ ທີ່ມີຜົນເສຍຫລາຍກວ່າຜົນດີ. ການເລືອກຮັບປະທານສົ້ມແຂກຈຶ່ງເປັນວິທີທາງທຳມະຊາດ ບໍ່ມີຜົນຂ້າງຄຽງຕາມມາ ແລະ ມີການຢັ້ງຢືນຈາກຜົນການວິໄຈທາງວິທະຍາສາດ. ສະຫລຸບຄຸນປະໂຫຍດ ສານສະກັດຈາກສົ້ມແຂກບໍລິສຸດດ້ວຍວິທີມາດຕະຖານເຮັດໃຫ້ໄດ້ປະລິມານ HCA ສູງເຖິງ 60-70%, ສົ້ມແຂກຈຶ່ງເປັນສະຫມຸນໄພທີ່ມີ HCA ໃນປະລິມານຫລາຍທີ່ສຸດໃນໂລກ ນອກຈາກນີ້ HCA ຍັງສາມາດລະລາຍນໍ້າໄດ້ […]

The post ສົ້ມແຂກ – ສຸດຍອດສະຫມຸນໄພຫລຸດນໍ້າຫນັກ ຈາກຜົນການວິໄຈ first appeared on Twin Bees.]]>

ຕົ້ນສົ້ມແຂກ ຫລື ມີຊື່ທາງວິທະຍາສາດວ່າ: Garcinia Cambogia ເປັນຕົ້ນໄມ້ໃຫ້ຫມາກທີ່ມີຖິ່ນກຳເນີດຢູ່ອິນເດຍ ແລະ ສີລັງກາ ມັກພົບເຫັນຢູ່ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແລະ ທາງພາກໃຕ້ຂອງປະເທດໄທ ສ່ວນຫມາກມີລັກສະນະຮູບຮ່າງຄ້າຍຄືກັບຫມາກອຶດັ່ງຮູບຂ້າງເທິງ.

ສານສະກັດຈາກຫມາກສົ້ມແຂກທີ່ໄດ້ຈາກຫມາກ ແລະ ເປືອກ ເອີ້ນວ່າ: Hydroxycitric Acid ຫລື HCA, ເຊິ່ງ HCA ມີສັບພະຄຸນໃນການຫລຸດນໍ້າຫນັກໄດ້ເປັນຢ່າງດີ ເນື່ອງຈາກມັນຈະໄປຢັບຢັ້ງການສ້າງໄຂມັນໃນຮ່າງກາຍ ກໍ່ຄືຢັບຢັ້ງການປ່ຽນທາດແປ້ງ ແລະ ນໍ້າຕານໃຫ້ກາຍເປັນໄຂມັນ ແລະ ຊ່ວຍເຜົາຜານໄຂມັນໃນຮ່າງກາຍນຳອີກ. ກ່າວຄື HCA ໃນສົ້ມແຂກເຮັດຫນ້າທີ່ 2 ຢ່າງຄື: ປ້ອງກັນການສ້າງໄຂມັນໃຫມ່ ແລະ ສະຫລາຍໄຂມັນເກົ່ານັ້ນເອງ.

ດັ່ງນັ້ນ, ສົ້ມແຂກຈຶ່ງເປັນສະຫມຸນໄພທາງເລືອກແທນການກິນຢາຫລຸດນໍ້າຫນັກ ທີ່ມີຜົນເສຍຫລາຍກວ່າຜົນດີ. ການເລືອກຮັບປະທານສົ້ມແຂກຈຶ່ງເປັນວິທີທາງທຳມະຊາດ ບໍ່ມີຜົນຂ້າງຄຽງຕາມມາ ແລະ ມີການຢັ້ງຢືນຈາກຜົນການວິໄຈທາງວິທະຍາສາດ.

ສະຫລຸບຄຸນປະໂຫຍດ

ສານສະກັດຈາກສົ້ມແຂກບໍລິສຸດດ້ວຍວິທີມາດຕະຖານເຮັດໃຫ້ໄດ້ປະລິມານ HCA ສູງເຖິງ 60-70%, ສົ້ມແຂກຈຶ່ງເປັນສະຫມຸນໄພທີ່ມີ HCA ໃນປະລິມານຫລາຍທີ່ສຸດໃນໂລກ ນອກຈາກນີ້ HCA ຍັງສາມາດລະລາຍນໍ້າໄດ້ 100% ເຮັດໃຫ້ຮ່າງກາຍສາມາດນຳໄປໃຊ້ໃຫ້ເກີດປະໂຫຍດໄດ້ຢ່າງເຕັມທີ່. ສານສະກັດຈາກສົ້ມແຂກ HCA ສາມາດເຮັດໃຫ້ຜູ້ຮັບປະທານນັ້ນສາມາດຫລຸດນໍ້າຫນັກໂຕໄດ້ຫລາຍກວ່າການຄວບຄຸມອາຫານ ແລະ ການອອກກຳລັງກາຍພຽງຢ່າງດຽວເຖິງ 3 ເທົ່າ.

HCA ເປັນຕົວສະກັດນໍ້າຕານ ແລະ ທາດແປ້ງສ່ວນເກີນຈາກການເກັບເປັນໄຂມັນ ແລະ ໃຊ້ມັນໃຫ້ເປັນພະລັງງານ ເຊິ່ງຈະຊ່ວຍຫລຸດຄວາມຢາກອາຫານ ແລະ ຫລຸດໄຂມັນໃນຮ່າງກາຍ.

ຖ້າຮັບປະທານສົ້ມແຂກຄຽງຄູ່ກັບອາຫານທີ່ມີປະໂຫຍດ ແລະ ອອກກຳລັງກາຍເປັນປະຈຳມັນຈະເຮັດຫນ້າທີ່ເປັນຕົວສະຫນັບສະຫນູນການເຜົາຜານອາຫານ ແລະ ເປັນອາຫານເສີມຫລຸດນໍ້າຫນັກແບບທຳມະຊາດໄດ້ເປັນຢ່າງດີ.

ນອກຈາກນີ້, ຍັງມີການວິໄຈຂອງຕ່າງປະເທດພິສູດວ່າ: ການຮັບປະທານສານສະກັດຈາກສົ້ມແຂກ + ສານສະກັດຈາກເມັດກາເຟຂຽວ ໃນປະລິມານທີ່ເຫມາະສົມໃນຮູບແບບອາຫານເສີມ ພ້ອມກິນອາຫານທີ່ມີປະໂຫຍດ ແລະ ອອກກຳລັງກາຍຢ່າງສະຫມໍ່າສະເຫມີ ຈະຊ່ວຍເຮັດໃຫ້ການຫລຸດນໍ້າຫນັກເກີດປະສິດທິພາບສູງສຸດ.

The post ສົ້ມແຂກ – ສຸດຍອດສະຫມຸນໄພຫລຸດນໍ້າຫນັກ ຈາກຜົນການວິໄຈ first appeared on Twin Bees.]]>
https://twinbees.la/2019/01/14/garcinia-cambogia/feed/ 0
ກອງກຳລັງຕິດອາວຸດປະຈຳລຳໄສ້ https://twinbees.la/2018/12/29/probiotics-and-prebiotics/?utm_source=rss&utm_medium=rss&utm_campaign=probiotics-and-prebiotics https://twinbees.la/2018/12/29/probiotics-and-prebiotics/#respond Sat, 29 Dec 2018 11:28:14 +0000 http://twinbees.la/?p=333 ໂພຣໄບໂອຕິກ (Probiotic) ໂພຣໄບໂອຕິກແມ່ນແບັກທີເຣຍທີ່ມີຊີວິດ ແລະ ເປັນແບັກທີເຣຍທີ່ໄດ້ຮັບການຄັດເລືອກແລ້ວວ່າເປັນຊະນິດສາຍພັນທີ່ມີປະໂຫຍດຕໍ່ຮ່າງກາຍ ຫລັງຈາກທີ່ເຮົາຮັບປະທານເຂົ້າໄປມັນຈະໄປອາໄສຢູ່ລຳໄສ້ໃຫຍ່ ແລະ ຂະຫຍາຍພັນໃນລຳໄສ້ຂອງເຮົາ. ໂດຍພວກນີ້ມັນຈະໄປຊ່ວຍປັບສົມດຸນຂອງແບັກທີເຣຍທີ່ອາໄສຢູ່ແຕ່ເດີມໃນລຳໄສ້ຂອງເຮົາ ເຮັດໃຫ້ແບັກທີເຣຍທີ່ດີມີຈຳນວນຫລາຍຂຶ້ນ ແລະ ແບັກທີເຣຍບໍ່ດີມີປະລິມານຫລຸດລົງ. ຕ້ອງບອກກ່ອນວ່າ ແບັກທີເຣຍບໍ່ດີຄືແບັກທີເຣຍທີ່ຈະເຮັດໃຫ້ທ້ອງຂອງເຮົາອືດ, ເຈັບທ້ອງ ແລະ ສ້າງສານກໍ່ພະຍາດມະເຮັງ ສ້າງສານທີ່ມີກິ່ນເຫມັນ. ດັ່ງນັ້ນ, ໂພຣໄບໂອຕິກຈະເຮັດໃຫ້ສຸຂະພາບລຳໄສ້ດີຂຶ້ນນຳອີກ ແຕ່ກໍ່ຂຶ້ນຢູ່ກັບສາຍພັນນັ້ນໆໃນລຳໄສ້ຂອງເຮົາ. ສະຫລຸບກ່າວຄື ໂພຣໄບໂອຕິກຈະຊ່ວຍໃຫ້ສຸຂະພາບທ້ອງໄສ້ຂອງເຮົາດີຂຶ້ນກວ່າເດີມນັ້ນເອງ. ໂພຣໄບໂອຕິກມີຢູ່ໃນອາຫານຫລາຍປະເພດ ແຕ່ເປັນທີ່ຮູ້ຈັກກັນດີຈະມີຢູ່ໃນຜະລິດຕະພັນນົມທີ່ມີລົດຊາດສົ້ມ ຫລື ອາຫານທີ່ຜ່ານການດອງບາງຊະນິດເຊັ່ນ: ນົມສົ້ມ, ໂຢເກີດ, ກິມຈິ ຫລື ສົ້ມຜັກ ແລະ ອື່ນໆ. ນອກຈາກນີ້, ໃນອາເມລິກາຍັງນິຍົມໃຊ້ໂພຣໄບໂອຕິກຊະນິດ ແລັກໂຕບາຊິລລັສ (Lactobacillus) ເປັນສ່ວນປະສົມໃນອາຫານເສີມ ແລະ ຜະລິດຕະພັນຕ່າງໆ ເຊິ່ງມີຄວາມປອດໄພໃນການຮັບປະທານ. ພີຣໄບໂອຕິກ (Prebiotic) ພີຣໄບໂອຕິກຖືກຈັດເປັນຜະລິດຕະພັນອາຫານເພື່ອສຸຂະພາບ ເພາະມີປະໂຫຍດຕໍ່ສຸຂະພາບ ເປັນອາຫານຊຶ່ງຮ່າງກາຍມະນຸດບໍ່ສາມາດຍ່ອຍ ແລະ ບໍ່ຖືກດູດຊຶມໄດ້ໃນລະບົບທາງເດີນອາຫານ ທັງກະເພາະອາຫານ ແລະ ລຳໄສ້ອ່ອນ ແຕ່ຈະຖືກຍ່ອຍດ້ວຍແບັກທີເຣຍໂພຣໄບໂອຕິກບໍລິເວນລຳໄສ້ໃຫຍ່. ພີຣໄບໂອຕິກຈະກະຕຸ້ນການເຮັດວຽກ ແລະ […]

The post ກອງກຳລັງຕິດອາວຸດປະຈຳລຳໄສ້ first appeared on Twin Bees.]]>

ໂພຣໄບໂອຕິກ (Probiotic)

ໂພຣໄບໂອຕິກແມ່ນແບັກທີເຣຍທີ່ມີຊີວິດ ແລະ ເປັນແບັກທີເຣຍທີ່ໄດ້ຮັບການຄັດເລືອກແລ້ວວ່າເປັນຊະນິດສາຍພັນທີ່ມີປະໂຫຍດຕໍ່ຮ່າງກາຍ ຫລັງຈາກທີ່ເຮົາຮັບປະທານເຂົ້າໄປມັນຈະໄປອາໄສຢູ່ລຳໄສ້ໃຫຍ່ ແລະ ຂະຫຍາຍພັນໃນລຳໄສ້ຂອງເຮົາ. ໂດຍພວກນີ້ມັນຈະໄປຊ່ວຍປັບສົມດຸນຂອງແບັກທີເຣຍທີ່ອາໄສຢູ່ແຕ່ເດີມໃນລຳໄສ້ຂອງເຮົາ ເຮັດໃຫ້ແບັກທີເຣຍທີ່ດີມີຈຳນວນຫລາຍຂຶ້ນ ແລະ ແບັກທີເຣຍບໍ່ດີມີປະລິມານຫລຸດລົງ. ຕ້ອງບອກກ່ອນວ່າ ແບັກທີເຣຍບໍ່ດີຄືແບັກທີເຣຍທີ່ຈະເຮັດໃຫ້ທ້ອງຂອງເຮົາອືດ, ເຈັບທ້ອງ ແລະ ສ້າງສານກໍ່ພະຍາດມະເຮັງ ສ້າງສານທີ່ມີກິ່ນເຫມັນ. ດັ່ງນັ້ນ, ໂພຣໄບໂອຕິກຈະເຮັດໃຫ້ສຸຂະພາບລຳໄສ້ດີຂຶ້ນນຳອີກ ແຕ່ກໍ່ຂຶ້ນຢູ່ກັບສາຍພັນນັ້ນໆໃນລຳໄສ້ຂອງເຮົາ. ສະຫລຸບກ່າວຄື ໂພຣໄບໂອຕິກຈະຊ່ວຍໃຫ້ສຸຂະພາບທ້ອງໄສ້ຂອງເຮົາດີຂຶ້ນກວ່າເດີມນັ້ນເອງ.

ໂພຣໄບໂອຕິກມີຢູ່ໃນອາຫານຫລາຍປະເພດ ແຕ່ເປັນທີ່ຮູ້ຈັກກັນດີຈະມີຢູ່ໃນຜະລິດຕະພັນນົມທີ່ມີລົດຊາດສົ້ມ ຫລື ອາຫານທີ່ຜ່ານການດອງບາງຊະນິດເຊັ່ນ: ນົມສົ້ມ, ໂຢເກີດ, ກິມຈິ ຫລື ສົ້ມຜັກ ແລະ ອື່ນໆ. ນອກຈາກນີ້, ໃນອາເມລິກາຍັງນິຍົມໃຊ້ໂພຣໄບໂອຕິກຊະນິດ ແລັກໂຕບາຊິລລັສ (Lactobacillus) ເປັນສ່ວນປະສົມໃນອາຫານເສີມ ແລະ ຜະລິດຕະພັນຕ່າງໆ ເຊິ່ງມີຄວາມປອດໄພໃນການຮັບປະທານ.

ພີຣໄບໂອຕິກ (Prebiotic)

ພີຣໄບໂອຕິກຖືກຈັດເປັນຜະລິດຕະພັນອາຫານເພື່ອສຸຂະພາບ ເພາະມີປະໂຫຍດຕໍ່ສຸຂະພາບ ເປັນອາຫານຊຶ່ງຮ່າງກາຍມະນຸດບໍ່ສາມາດຍ່ອຍ ແລະ ບໍ່ຖືກດູດຊຶມໄດ້ໃນລະບົບທາງເດີນອາຫານ ທັງກະເພາະອາຫານ ແລະ ລຳໄສ້ອ່ອນ ແຕ່ຈະຖືກຍ່ອຍດ້ວຍແບັກທີເຣຍໂພຣໄບໂອຕິກບໍລິເວນລຳໄສ້ໃຫຍ່. ພີຣໄບໂອຕິກຈະກະຕຸ້ນການເຮັດວຽກ ແລະ ສົ່ງເສີມການຈະເລີນເຕີບໂຕຂອງແບັກທີເຣຍໂພຣໄບໂອຕິກ. ສະຫລຸບໂດຍຫຍໍ້ແມ່ນ ພີຣໄບໂອຕິກ ຈະເປັນອາຫານເພື່ອລ້ຽງໂພຣໄບໂອຕິກນັ້ນເອງ.

ພີຣໄບໂອຕິກສາມາດພົບໃນພືດຫລາຍຊະນິດເຊັ່ນ: ກະທຽມ, ຫອມຫົວໃຫຍ່່, ທັນຍາພືດ, ຫນໍ່ໄມ້ຝະລັ່ງ ແລະ ຫມາກໄມ້ເຊັ່ນ: ຫມາກກ້ວຍ, ແອັບເປີ້ນ ນອກຈາກນີ້ ເພິ່ນຍັງໃສ່ພີຣໄບໂອຕິກໃນຜະລິດຕະພັນອາຫານອີກຫລາຍປະເພດ.

ບົດສະຫລຸບ

ແບັກທີເຣຍໂພຣໄບໂອຕິກ ຕ້ອງການ ພີຣໄບໂອຕິກ ຈຳນວນຫລາຍ ຈຶ່ງຈະສາມາດຈະເລີນເຕີບໂຕໄດ້, ບັນຫາແມ່ນການໃຊ້ຊີວິດຂອງມະນຸດເຮົາ ແລະ ການຮັບປະທານອາຫານໃນປັດຈຸບັນໄດ້ປ່ຽນແປງໄປຈາກແຕ່ກ່ອນຫລາຍ ຈຶ່ງເຮັດໃຫ້ໄດ້ຮັບ ພີຣໄບໂອຕິກບໍ່ພຽງພໍ ທ້ອງໄສ້ເຮົາກໍ່ຍາກທີ່ຈະຕໍ່ສູ້ຕ້ານກັບແບັກທີເຣຍທີ່ບໍ່ດີ. ຊໍ້າບໍ່ຫນຳ ອາຫານບາງປະເພດທີ່ກິນເຂົ້າໄປເຮັດໃຫ້ເກີດຜົນທີ່ກົງກັນຂ້າມກັນ ຄືຍິ່ງໄປເພີ່ມແບັກທີເຣຍທີ່ບໍ່ດີໃຫ້ແກ່ລຳໄສ້ເປັນຕົ້ນແມ່ນ: ນໍ້າຕານ, ອາຫານປະເພດຈືນ, ອາຫານສຳເລັດຮູບ ເປັນຕົ້ນ. ສະນັ້ນ, ຕ້ອງພະຍາຍາມປຸງອາຫານດ້ວຍພືດ ແລະ ຫມາກໄມ້ທີ່ອຸດົມໄປດ້ວຍພີຣໄບໂອຕິກ.

The post ກອງກຳລັງຕິດອາວຸດປະຈຳລຳໄສ້ first appeared on Twin Bees.]]>
https://twinbees.la/2018/12/29/probiotics-and-prebiotics/feed/ 0