• Skip to secondary menu
  • Skip to main content
  • Skip to primary sidebar
  • ຫນ້າບ້ານ
  • ສິນຄ້າ
    • ສິນຄ້າເພື່ອສຸຂະພາບ
    • ສິນຄ້າເພື່ອຄວາມງາມ
  • ຕິດຕໍ່ພວກເຮົາ

Twin Bees

  • ບົດຄວາມກ່ຽວກັບສຸຂະພາບ
  • ບົດຄວາມກ່ຽວກັບຄວາມງາມ
You are here: Home / ບົດຄວາມກ່ຽວກັບສຸຂະພາບ / ຄຸນປະໂຫຍດຂອງຂີ້ຫມິ້ນຕໍ່ຜູ້ປ່ວຍໂລກປະດົງ ແລະ ຣູມາທອຍ

ຄຸນປະໂຫຍດຂອງຂີ້ຫມິ້ນຕໍ່ຜູ້ປ່ວຍໂລກປະດົງ ແລະ ຣູມາທອຍ

July 10, 2018 By Xanaphone Chanhchom Leave a Comment

ມື້ນີ້ຈະມາແບ່ງປັນໃຫ້ແກ່ທ່ານຜູ້ອ່ານກ່ຽວກັບຄຸນປະໂຫຍດຂອງຂີ້ຫມິ້ນ. ຂີ້ຫມິ້ນ ຫລື ໃນພາສາອັງກິດເອີ້ນວ່າ: turmeric ເປັນພືດສະຫມຸນໄພພື້ນບ້ານທີ່ມີເນື້ອເປັນສີເຫລືອງທອງ ແລະ ມີກິ່ນຫອມອ່ອນໆ.

ຂີ້ຫມິ້ນເປັນທີ່ນິຍົມມັກນຳມາປຸງແຕ່ງອາຫານຄາວຫວານປະເພດຕ່າງໆມາດົນນານກວ່າ 5,000 ປີແລ້ວ ໂດຍສະເພາະໃນປະເທດອິນເດຍ, ຈີນ ແລະ ກໍ່ບ້ານເຮົາເຊັ່ນ: ໃຊ້ເປັນຜົງເຄື່ອງເທດເພື່ອເຮັດແກງກະຫລີ່ເປັນຕົ້ນ. ນອກຈາກນີ້, ໃນບຸນປະເພນີປີໃຫມ່ລາວ ພວກເຮົາຍັງເຫັນຜູ້ເຖົ້າຜູ້ແກ່ນຳຂີ້ຫມິ້ນມາຝົນໃສ່ນໍ້າຫົດສົງພະນຳອີກ.

ແຕ່ຮູ້ບໍ່ວ່າ ນອກຈາກຂີ້ຫມິ້ນຈະມີປະໂຫຍດໃນດ້ານການນຳມາເຮັດອາຫານແລ້ວ ຍັງອຸດົມໄປດ້ວຍວິຕາມິນ ແລະ ສານອາຫານຫລາກຫລາຍທີ່ມີປະໂຫຍດຕໍ່ຮ່າງກາຍ.

ໄດ້ມີການສຶກສາທາງການແພດກວ່າ 6,000 ກໍລະນີ ພິສູດວ່າຂີ້ຫມິ້ນເປັນຢາສະຫມຸນໄພພື້ນເມືອງຮັກສາໂລກອັນດັບຫນຶ່ງທີ່ມີໃນຍຸກປັດຈຸບັນ. ເຫດຜົນເປັນຫຍັງຂີ້ຫມິ້ນຈຶ່ງມີຄຸນປະໂຫຍດຫລາຍປານນີ້ ເນື່ອງຈາກມັນມີສານປະກອບທີ່ເອີ້ນວ່າ: ເຄີຄູມິນ (curcumin) ເຊິ່ງມີສັບພະຄຸນຕ້ານການອັກເສບເປັນຫລັກ. ມາເບິ່ງກັນເລີຍວ່າຍັງມີຄຸນປະໂຫຍດຫຍັງອີກແນ່:

1. ດັ່ງທີ່ກ່າວຂ້າງຕົ້ນ ຂີ້ຫມິ້ນມີສັບພະຄຸນຕ້ານການອັກເສບເຊິ່ງຈະຊ່ວຍບັນເທົາອາການເຈັບປວດໄດ້ເຊັ່ນ: ປວດຂໍ້ຊໍ້າເຮື້ອ, ໂລກໄຂຂໍ້ອັກເສບເຊັ່ນ: ປະດົງ ແລະ ຣູມາທອຍ, ປວດກ້າມຊີ້ນ, ເອັນ ແລະ ເນື້ອເຢື່ອອ່ອນ.

2. ຊ່ວຍໃນເລື້ອງນໍ້າຕານໃນເລືອດ: ຖ້າມີບັນຫາກ່ຽວກັບໂລກເບົາຫວານ ຫລື ລະດັບພະລັງງານຕໍ່າ ຂີ້ຫມິ້ນເປັນສານຕ້ານອະນຸມູນອິດສະຫລະອັນຊົງພະລັງທີ່ສາມາດຊ່ວຍປັບສົມດຸນລະດັບນໍ້າຕານໃນເລືອດໄດ້.

3. ມີສັບພະຄຸນເປັນຢາຕ້ານຈຸລະຊີບ: ຜູ້ຍິງສ່ວນຫລາຍໃນປັດຈຸບັນນຳຂີ້ຫມິ້ນມາພອກຫນ້າໂດຍປະສົມກັບນໍ້າເຜິ້ງ ປະຖິ້ມໄວ້ 5 ນາທີ ແລ້ວລ້າງອອກ. ເນື່ອງຈາກຂີ້ຫມິ້ນມີລິດໃນການຫລຸດການອັກເສບ ແລະ ຂ້າເຊື້ອແບັກທີເຣຍ ຈຶ່ງສາມາດນຳມາໃຊ້ຮັກສາສິວໃຫ້ຫາຍຂາດໄດ້ ບໍ່ວ່າຈະເປັນສິວສ້ຽນ ຫລື ສິວອັກເສບ.

4. ມີສັບພະຄຸນລ້າງສານພິດອອກຈາກຕັບ ແລະ ເຮັດໃຫ້ປອດມີສຸຂະພາບແຂງແຮງ ຊ່ວຍຫລຸດອາການພູມແພ້, ແກ້ອາການຫວັດຕັນດັງ ເຮັດໃຫ້ຫາຍໃຈສະດວກຂຶ້ນ.

5. ຂີ້ຫມິ້ນຍັງມີປະສິດທິພາບຊ່ວຍລ້າງຫລອດເລືອດແດງ ສົ່ງຜົນດີຕໍ່ຜູ້ທີ່ມີບັນຫາກ່ຽວກັບໄຂມັນໃນເລືອດສູງ ແລະ ຄວາມດັນເລືອດສູງ.

ນີ້ເປັນພຽງຄຸນປະໂຫຍດບາງສ່ວນຂອງຂີ້ຫມິ້ນເທົ່ານັ້ນ ຂີ້ຫມິ້ນຍັງມີຄຸນປະໂຫຍດອື່ນໆອີກຢ່າງຫລວງຫລາຍທີ່ຍັງບໍ່ທັນໄດ້ກ່າວເຖິງ. ນອກຈາກນຳມາປຸງແຕ່ງອາຫານປະເພດຕ່າງໆແລ້ວ, ຢູ່ຕ່າງປະເທດເຂົາເຈົ້ານຳຂີ້ຫມິ້ນມາເຮັດເປັນຊາດື່ມ ແລະ ໃນປັດຈຸບັນຍັງມີໃນຮູບແບບຂອງອາຫານເສີມນຳອີກດ້ວຍ. ຂໍ້ເສຍຂອງຂີ້ຫມິ້ນຢ່າງຫນຶ່ງກໍ່ຄືລະລາຍໃນນໍ້າໄດ້ຍາກ ແລະ ຮ່າງກາຍດູດຊຶມເອົາສານອາຫານໃນຂີ້ຫມິ້ນໄດ້ຍາກ ສະນັ້ນ ພິກໄທດຳຈຶ່ງເຂົ້າມາມີບົດບາດສຳຄັນ ເພາະມັນມີສານທີ່ເອີ້ນວ່າ: ໄບໂອເພີຣິນ (BioPerine®) ຊ່ວຍເຮັດໃຫ້ຮ່າງກາຍດູດຊຶມເອົາສານອາຫານຈາກຂີ້ຫມິ້ນໄດ້ຢ່າງເຕັມທີ່.

ເຮັດແກງກະຫລີ່ຢ່າລືມໃສ່ພິກໄທດຳນຳເດີ້!

  • BioSchwartz Turmeric Curcumin with Bioperine

    Read more

Print Friendly, PDF & Emailພິມຫນ້ານີ້

Filed Under: ບົດຄວາມກ່ຽວກັບສຸຂະພາບ

ກ່ຽວກັບພວກເຮົາ

ແຫລ່ງຂໍ້ມູນຂ່າວສານ ແລະ ຄວາມຮູ້ກ່ຽວກັບສຸຂະພາບ ແລະ ຄວາມງາມ. ພວກເຮົາຍັງມີສິນຄ້າຫລາຍຢ່າງ ສາມາດຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ຕະຫລອດເວລາ

ບົດຄວາມທີ່ຫນ້າສົນໃຈ

  • ຫລີກລ້ຽງ ແລະ ປ້ອງກັນພະຍາດເລືອດຈາງທາງກຳມະພັນ Thalassemia
  • Astaxanthin ສານຕ້ານອະນຸມູນອິດສະຫລະອັນຊົງພະລັງ
  • ວິຕາມິນ DHC ຍີ່ປຸ່ນ ບຳລຸງຜິວພັນ ເພື່ອຄວາມງາມຈາກພາຍໃນ
  • ອາຫານເສີມ 6 ຢ່າງ ສຳລັບນັກອອກກຳລັງກາຍ
  • ສານອາຫານທີ່ຄົນສູບຢາຕ້ອງກິນເພີ່ມເຕີມ

Reader Interactions

Leave a Reply Cancel reply

Your email address will not be published. Required fields are marked *

Primary Sidebar

ເຂົ້າຮ່ວມໃນຊຸມຊົນ

  • Facebook

ຮັບຂໍ້ມູນຂ່າວສານ

ກະລຸນາລົງທະບຽນເພື່ອຮັບຂໍ້ມູນຂ່າວສານ ແລະ ສ່ວນຫລຸດທາງ email

ຄົ້ນຫາສິ່ງທີ່ຢູ່ໃນເວບ

Copyright © 2025 · Twin Bees