ແອສຕາແຊນທິນ (Astaxanthin) ພົບໄດ້ທົ່ວໄປໃນທຳມະຊາດ ເປັນສານສີສົ້ມແດງທີ່ພົບໃນປາແຊວມອນ, ໄຂ່ປາຄາເວຍ, ກຸ້ງນ້ອຍສີແດງແຖບທະເລເລິກອາກຕິກ (Krill), ຫອຍ, ປູ ແລະ ສາຫລ່າຍສີແດງ (Haematococcus Pluvialis). Astaxanthin ເປັນສານທີ່ຮ່າງກາຍບໍ່ສາມາດສ້າງຂຶ້ນເອງໄດ້ ເຊິ່ງເຮົາຈະໄດ້ຮັບສານນີ້ຈາກການຮັບປະທານເຂົ້າໄປເທົ່ານັ້ນ.
Astaxanthin ແມ່ນມີຄວາມປອດໄພ ເຊິ່ງມີປະລິມານຫລາຍທີ່ສຸດໃນສາຫລ່າຍສີແດງ ນິຍົມນຳມາສະກັດເປັນອາຫານເສີມຢູ່ແຖບສະແກນດີເນເວຍມາຫລາຍປີແລ້ວ ແລະ ໃນປັດຈຸບັນມີວາງຈຳຫນ່າຍຢ່າງແຜ່ຫລາຍໃນທົ່ວໂລກ.
Astaxanthin ເປັນສານທີ່ມີຄວາມສາມາດໃນການຕ້ານອະນຸມູນອິດສະຫລະໄດ້ດີທີ່ສຸດ ມັນຈຶ່ງເປັນສານຕ້ານອະນຸມູນອິດສະຫລະທາງເລືອກໃຫມ່ທີ່ດີກວ່າສານຕ້ານອະນຸມູນອິດສະຫລະຊະນິດອື່ນໆ.
ຈາກຜົນການວິໄຈທາງວິທະຍາສາດ Astaxanthin ມີຄຸນສົມບັດຕ້ານອະນຸມູນອິດສະຫລະທີ່ສູງຫລາຍ ຊຶ່ງມີຄ່າຄະແນນ ORAC Score ສູງກວ່າ ວິຕາມິນ C 6,000 ເທົ່າ, CoQ10 800 ເທົ່າ, ວິຕາມິນ E 550 ເທົ່າ ເປັນຕົ້ນ.
ຄຸນປະໂຫຍດຂອງ Astaxanthin
- ຊ່ວຍບຳລຸງສາຍຕາ ແລະ ສະຫມອງ.
- ຊ່ວຍບຳລຸງຫົວໃຈ ແລະ ຫລອດເລືອດຫົວໃຈ.
- ຊ່ວຍເພີ່ມຄວາມແຂງແຮງຂອງກ້າມເນື້ອ ແລະ ຂໍ້.
- ຊ່ວຍຫລຸດຄວາມສ່ຽງການເກີດພະຍາດມະເຮັງ, ພະຍາດເບົາຫວານ, ພະຍາດຫົວໃຈ ແລະ ເສັ້ນເລືອດໃນສະຫມອງແຕກ.
ນອກຈາກນີ້, ຍັງນິຍົມນຳມາຜະລິດເປັນອາຫານເສີມເພື່ອຄວາມງາມ ໂດຍມີຫລາຍການທົດລອງທີ່ໃຫ້ອາສາສະຫມັກຮັບປະທານ ເມື່ອຕິດຕາມຜົນປະກົດວ່າ ຜິວມີຄວາມຊຸ່ມຂຶ້ນ ແລະ ຮອຍຫ່ຽວຈາງລົງໄດ້ພາຍໃນ 6-8 ອາທິດ.
Leave a Reply