• Skip to secondary menu
  • Skip to main content
  • Skip to primary sidebar
  • ຫນ້າບ້ານ
  • ສິນຄ້າ
    • ສິນຄ້າເພື່ອສຸຂະພາບ
    • ສິນຄ້າເພື່ອຄວາມງາມ
  • ຕິດຕໍ່ພວກເຮົາ

Twin Bees

  • ບົດຄວາມກ່ຽວກັບສຸຂະພາບ
  • ບົດຄວາມກ່ຽວກັບຄວາມງາມ
You are here: Home / ບົດຄວາມກ່ຽວກັບສຸຂະພາບ / ເບິ່ງແຍງຫົວໃຈ, ສະຫມອງ, ສາຍຕາ ແລະ ຂໍ້ ດ້ວຍນໍ້າມັນປາ ທີ່ມີ ໂອເມກາ-3

ເບິ່ງແຍງຫົວໃຈ, ສະຫມອງ, ສາຍຕາ ແລະ ຂໍ້ ດ້ວຍນໍ້າມັນປາ ທີ່ມີ ໂອເມກາ-3

December 20, 2018 By Xanaphone Chanhchom Leave a Comment

ກົດໄຂມັນຊະນິດບໍ່ອີ່ມໂຕ ຖືວ່າເປັນສານອາຫານທີ່ສຳຄັນຢ່າງຍິ່ງຕໍ່ຮ່າງກາຍ ໂດຍສະເພາະແມ່ນກົດໄຂມັນຊະນິດ Omega-3 ຊຶ່ງສ່ວນໃຫຍ່ກົດໄຂມັນຊະນິດນີ້ ຈະພົບໃນໄຂມັນຈາກສັດເຊັ່ນ: ນໍ້າມັນປາ ຊຶ່ງຖືວ່າເປັນແຫລ່ງຈາກທຳມະຊາດທີ່ພົບຫລາຍທີ່ສຸດ ແລະ ມີຄຸນນະພາບດີ ປັດຈຸບັນຄວາມສົນໃຈທາງການແພດກ່ຽວກັບກົດໄຂມັນ Omega-3 ຈາກນໍ້າມັນປາເລີ່ມມີຫລາຍຂຶ້ນເລື້ອຍໆ ໂດຍເລີ່ມຈາກຂໍ້ມູນທີ່ວ່າ ຄົນເອສກີໂມ ມີເປີເຊັນຂອງຜູ້ທີ່ເປັນພະຍາດຫົວໃຈ ແລະ ຫລອດເລືອດອຸດຕັນຕໍ່າ ເມື່ອສຶກສາເຖິງໂພສະນາການຂອງເຂົາເຈົ້າຈຶ່ງພົບວ່າ ອາຫານທີ່ຄົນເອສກີໂມກິນໃນຊີວິດປະຈຳວັນແມ່ນປາ ແລະ ແມວນໍ້າ ຊຶ່ງເປັນແຫລ່ງທີ່ມີ Omega-3 ໃນປະລິມານທີ່ສູງ. ປັດຈຸບັນຈຶ່ງມີການຄົ້ນຄວ້າ ແລະ ຢືນຢັນທາງການແພດເຖິງປະໂຫຍດທີ່ສຳຄັນຂອງກົດໄຂມັນ Omega-3 ຕໍ່ຮ່າງກາຍໃນການຫລຸດຄວາມສ່ຽງ ຫລື ປ້ອງກັນການເກີດພະຍາດຕ່າງໆ.

ນໍ້າມັນປາເປັນສານອາຫານປະເພດໄຂມັນ ເຊິ່ງປະກອບດ້ວຍກົດໄຂມັນໃນກຸ່ມ Omega-3 ເຊິ່ງມີກົດໄຂມັນທີ່ສຳຄັນຢູ່ 2 ຊະນິດຄື:

EPA: ກົດໄຂມັນ EPA ມີສ່ວນຫລຸດລະດັບໄຂມັນໃນເລືອດ ປ້ອງກັນໄຂມັນອຸດຕັນຫລອດເລືອດ ປ້ອງກັນການເກາະໂຕຂອງເກັດເລືອດ ຊຶ່ງປັດໃຈເຫລົ່ານີ້ລ້ວນເປັນສາເຫດໃນການເກີດໂລກຫົວໃຈ ແລະ ສະຫມອງອຸດຕັນ ນອກຈາກນັ້ນ ຍັງມີສ່ວນຊ່ວຍບັນເທົາອາການຂໍ້ເສື່ອມ, ປະດົງ ແລະ ຂໍ້ຣູມາທອຍໄດ້ເຊັ່ນກັນ.

DHA: ກົດໄຂມັນ DHA ມີບົດບາດທີ່ສຳຄັນ ແລະ ຈຳເປັນຕໍ່ການພັດທະນາສະຫມອງ ແລະ ສາຍຕາ ຊ່ວຍເສີມສ້າງ ແລະ ປ້ອງກັນຄວາມເສື່ອມຂອງສະຫມອງການຮຽນຮູ້ ແລະ ຄວາມຈຳ ລວມເຖິງລະບົບສາຍຕາ ໃຫ້ເຮັດວຽກຢ່າງມີປະສິດທິພາບ ເຮົາຈະເຫັນເພິ່ນມັກໃສ່ DHA ໃນນໍ້ານົມຂອງເດັກນ້ອຍ.

ຄຸນປະໂຫຍດຂອງ Omega-3 ຕໍ່ຮ່າງກາຍໃນການຫລຸດຄວາມສ່ຽງ ຫລື ປ້ອງກັນການເກີດພະຍາດຕ່າງໆເຊັ່ນ:

  1. ພະຍາດຫົວໃຈ ແລະ ສະຫມອງຂາດເລືອດ.
  2. ຊ່ວຍຫລຸດລະດັບໄຂມັນໃນເລືອດ ແລະ ຫລຸດຄວາມດັນເລືອດ.
  3. ຊ່ວຍບັນເທົາອາການອັກເສບຂອງຂໍ້ເສື່ອມ, ປະດົງ ແລະ ຂໍ້ຣູມາທອຍ.
  4. ຊ່ວຍບຳລຸງສະຫມອງ, ປ້ອງກັນສະຫມອງເສື່ອມ, ພະຍາດຊຶມເສົ້າ ແລະ ບຳລຸງສາຍຕາ.
  5. ບັນເທົາອາການພະຍາດຜິວຫນັງບາງຊະນິດ.
  6. ປ້ອງກັນ ຫລື ບັນເທົາພະຍາດຫອບຫືດ.
  7. ປວດຫົວ.
  8. ເບົາຫວານ.

ຊ່ວຍບຳລຸງຫົວໃຈ ແລະ ສາຍຕາ ເຫັນຜົນໄດ້ຢ່າງຊັດເຈນ

ຜູ້ຂຽນກໍ່ເປັນຜູ້ຫນຶ່ງທີ່ມີບັນຫາສຸຂະພາບຫົວໃຈ ແລະ ຕາ ເນື່ອງຈາກແຕ່ລະມື້ຢູ່ກັບຈໍຄອມພິວເຕີເປັນເວລາດົນ ເຮັດໃຫ້ເຈັບຕາ ແລະ ມົວຫນ້ອຍຫນຶ່ງ, ຈຶ່ງລອງຫານໍ້າມັນປາມາກິນເບິ່ງ ຜົນປະກົດວ່າ: ຫົວໃຈທີ່ມີບັນຫາມາຕະຫລອດກໍ່ຄ່ອຍໆດີຂຶ້ນ ແລະ ບໍ່ຄ່ອຍເຈັບຕາເຖິງວ່າຊິເບິ່ງຄອມພິວເຕີດົນກໍ່ຕາມ. ນໍ້າມັນປາທີ່ກິນເປັນສູດພິເສດ, ຄຸນນະພາບສູງ ຈາກອາເມລິກາ Dr. Tobias Omega 3 Fish Oil Triple Strength ໃນ 1 ເມັດ 1,000mg ຈະມີ EPA 400mg ແລະ DHA 300mg ສູງກວ່ານໍ້າມັນປາທີ່ຂາຍໃນຕະຫລາດທົ່ວໄປທີ່ມີ EPA ພຽງແຕ່ 180mg ແລະ DHA 120mg.

Print Friendly, PDF & Emailພິມຫນ້ານີ້

Filed Under: ບົດຄວາມກ່ຽວກັບສຸຂະພາບ

ກ່ຽວກັບພວກເຮົາ

ແຫລ່ງຂໍ້ມູນຂ່າວສານ ແລະ ຄວາມຮູ້ກ່ຽວກັບສຸຂະພາບ ແລະ ຄວາມງາມ. ພວກເຮົາຍັງມີສິນຄ້າຫລາຍຢ່າງ ສາມາດຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ຕະຫລອດເວລາ

ບົດຄວາມທີ່ຫນ້າສົນໃຈ

  • ຫລີກລ້ຽງ ແລະ ປ້ອງກັນພະຍາດເລືອດຈາງທາງກຳມະພັນ Thalassemia
  • Astaxanthin ສານຕ້ານອະນຸມູນອິດສະຫລະອັນຊົງພະລັງ
  • ວິຕາມິນ DHC ຍີ່ປຸ່ນ ບຳລຸງຜິວພັນ ເພື່ອຄວາມງາມຈາກພາຍໃນ
  • ອາຫານເສີມ 6 ຢ່າງ ສຳລັບນັກອອກກຳລັງກາຍ
  • ສານອາຫານທີ່ຄົນສູບຢາຕ້ອງກິນເພີ່ມເຕີມ

Reader Interactions

Leave a Reply Cancel reply

Your email address will not be published. Required fields are marked *

Primary Sidebar

ເຂົ້າຮ່ວມໃນຊຸມຊົນ

  • Facebook

ຮັບຂໍ້ມູນຂ່າວສານ

ກະລຸນາລົງທະບຽນເພື່ອຮັບຂໍ້ມູນຂ່າວສານ ແລະ ສ່ວນຫລຸດທາງ email

ຄົ້ນຫາສິ່ງທີ່ຢູ່ໃນເວບ

Copyright © 2025 · Twin Bees