• Skip to secondary menu
  • Skip to main content
  • Skip to primary sidebar
  • ຫນ້າບ້ານ
  • ສິນຄ້າ
    • ສິນຄ້າເພື່ອສຸຂະພາບ
    • ສິນຄ້າເພື່ອຄວາມງາມ
  • ຕິດຕໍ່ພວກເຮົາ

Twin Bees

  • ບົດຄວາມກ່ຽວກັບສຸຂະພາບ
  • ບົດຄວາມກ່ຽວກັບຄວາມງາມ
You are here: Home / ບົດຄວາມກ່ຽວກັບສຸຂະພາບ / 14 ຂໍ້ ການຮັກສາສຸຂະພາບໃນຊຸມຊົນຕ້ານກັບກຸ່ມພະຍາດບໍ່ຕິດຕໍ່ NCDs

14 ຂໍ້ ການຮັກສາສຸຂະພາບໃນຊຸມຊົນຕ້ານກັບກຸ່ມພະຍາດບໍ່ຕິດຕໍ່ NCDs

September 14, 2018 By Xanaphone Chanhchom Leave a Comment

ມື້ນີ້ຂ້າພະເຈົ້າໄດ້ມີໂອກາດໄປໂຮງຫມໍເມືອງຈັນທະບູລີ ເຫັນແຜ່ນໂຄສະນາຕິດຢູ່ກະດານຂ່າວຂອງໂຮງຫມໍ ເຊິ່ງມີຫົວຂໍ້ວ່າ: “14 ຂໍ້ ການຮັກສາສຸຂະພາບໃນຊຸມຊົນຕ້ານກັບກຸ່ມພະຍາດບໍ່ຕິດຕໍ່” ໄດ້ຮັບການສະຫນັບສະຫນູນພາຍໃຕ້ໂຄງການພາກປະຕິບັດກ່ຽວກັບການປ້ອງກັນ ແລະ ການຄວບຄຸມກຸ່ມພະຍາດບໍ່ຕິດຕໍ່ໃນ ສປປ ລາວ (Ewha-UHS NCD Prevention and Management Project in Lao PDR) ເຊິ່ງເປັນໂຄງການຮ່ວມມືລະຫວ່າງ ມະຫາວິທະຍາໄລຜູ້ຍິງອີຮົວ (Ewha Womans University) ຂອງປະເທດເກົາຫລີ ແລະ ມະຫາວິທະຍາໄລວິທະຍາສາດສຸຂະພາບ (UHS) ຂອງ ສປປ ລາວ, ຈຶ່ງຢາກນຳມາແບ່ງປັນໃຫ້ແກ່ທ່ານຜູ້ອ່ານ.

ພະຍາດບໍ່ຕິດຕໍ່ NCDs ຫລື non-communicable diseases ເປັນກຸ່ມພະຍາດບໍ່ຕິດຕໍ່ຊໍ້າເຮື້ອ ຄືບໍ່ໄດ້ເກີດຈາກເຊື້ອໂລກ ແລະ ບໍ່ສາມາດແຜ່ກະຈາຍຈາກຄົນສູ່ຄົນໄດ້ ແຕ່ເປັນພະຍາດທີ່ເກີດຈາກພຶດຕິກຳການດຳເນີນຊີວິດ, ເຊິ່ງຈະມີການດຳເນີນຂອງພະຍາດຢ່າງຊ້າໆ ຄ່ອຍໆສະສົມອາການຢ່າງຕໍ່ເນື່ອງ ແລະ ເມື່ອມີອາການຂອງພະຍາດແລ້ວ ມັກຈະເກີດການຊໍ້າເຮື້ອຂອງພະຍາດນຳ ຈຶ່ງອາດຈັດວ່າພະຍາດ NCDs ເປັນກຸ່ມພະຍາດຊໍ້າເຮື້ອໄດ້. ຕົວຢ່າງຂອງພະຍາດນີ້ໄດ້ແກ່: ພະຍາດເບົາຫວານ, ຕັບແຂງ ເປັນຕົ້ນ.

ມາເບິ່ງກັນເລີຍວ່າ 14 ຂໍ້ ມີຫຍັງແດ່:

  1. ບໍ່ສູບຢາ, ບໍ່ດື່ມເຫລົ້າ.
  2. ຄວາມດັນເລືອດຫນຶ່ງຮ້ອຍຊາວ 120/80.
  3. ຫນຶ່ງບ່ວງກາເຟເກືອ ແລະ ສາມບ່ວງແກງນໍ້າຕານ.
  4. ກິນເຂົ້າກ້ອງ ດີກວ່າກິນເຂົ້າສີຂາວ ແລະ ປະເພດເສັ້ນ.
  5. ດື່ມນົມສົດເພື່ອຂຸຂະພາບແຂ້ວ ແລະ ກະດູກທີ່ແຂງແຮງ.
  6. ນໍ້າຕານໃນເລືອດແປດສິບ 80-100.
  7. ກິນຊີ້ນ, ໄກ່ ແລະ ຫມາກຖົ່ວ.
  8. ຈຳແນກໄຂມັນດີຕໍ່ສຸຂະພາບ ແລະ ໄຂມັນບໍ່ດີຕໍ່ສຸຂະພາບ.
  9. ກິນອາຫານໃຫ້ສົມດຸນ ບໍ່ຫນ້ອຍ ແລະ ບໍ່ຫລາຍຈົນເກີນຂອບເຂດ.
  10. ບໍ່ໃສ່ເຄື່ອງປຸງອາຫານຫລາຍ.
  11. ກວດສະຫລາກອາຫານເພື່ອສຸຂະພາບ ແລະ ເບິ່ງວັນຫມົດອາຍຸ.
  12. ກິນເຂົ້າເຊົ້າ.
  13. ກິນເຂົ້າ 3 ຄາບຕໍ່ມື້.
  14. ກິນຜັກ ເພາະມີວິດຕາມິນ ແລະ ເກືອແຮ່.

NCDs ເປັນພະຍາດທີ່ເຮົາສາມາດຄວບຄຸມເພື່ອຫລຸດຜ່ອນຄວາມສ່ຽງບໍ່ໃຫ້ເກີດຂຶ້ນໄດ້ ໂຄງການດັ່ງກ່າວເປັນໂຄງການທີ່ດີ ເປັນພື້ນຖານໃຫ້ແກ່ການດຳລົງຊີວິດຢ່າງຖືກຕ້ອງເພື່ອສຸຂະພາບທີ່ແຂງແຮງມີຊີວິດທີ່ຍືນຍາວ ປາສະຈາກໂລກໄພໄຂ້ເຈັບ ເຊິ່ງຊຸມຊົນຕ້ອງເປັນເຈົ້າການນຳກັນ.

Print Friendly, PDF & Emailພິມຫນ້ານີ້

Filed Under: ບົດຄວາມກ່ຽວກັບສຸຂະພາບ

ກ່ຽວກັບພວກເຮົາ

ແຫລ່ງຂໍ້ມູນຂ່າວສານ ແລະ ຄວາມຮູ້ກ່ຽວກັບສຸຂະພາບ ແລະ ຄວາມງາມ. ພວກເຮົາຍັງມີສິນຄ້າຫລາຍຢ່າງ ສາມາດຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ຕະຫລອດເວລາ

ບົດຄວາມທີ່ຫນ້າສົນໃຈ

  • ຫລີກລ້ຽງ ແລະ ປ້ອງກັນພະຍາດເລືອດຈາງທາງກຳມະພັນ Thalassemia
  • Astaxanthin ສານຕ້ານອະນຸມູນອິດສະຫລະອັນຊົງພະລັງ
  • ວິຕາມິນ DHC ຍີ່ປຸ່ນ ບຳລຸງຜິວພັນ ເພື່ອຄວາມງາມຈາກພາຍໃນ
  • ອາຫານເສີມ 6 ຢ່າງ ສຳລັບນັກອອກກຳລັງກາຍ
  • ສານອາຫານທີ່ຄົນສູບຢາຕ້ອງກິນເພີ່ມເຕີມ

Reader Interactions

Leave a Reply Cancel reply

Your email address will not be published. Required fields are marked *

Primary Sidebar

ເຂົ້າຮ່ວມໃນຊຸມຊົນ

  • Facebook

ຮັບຂໍ້ມູນຂ່າວສານ

ກະລຸນາລົງທະບຽນເພື່ອຮັບຂໍ້ມູນຂ່າວສານ ແລະ ສ່ວນຫລຸດທາງ email

ຄົ້ນຫາສິ່ງທີ່ຢູ່ໃນເວບ

Copyright © 2025 · Twin Bees