ຂ້າພະເຈົ້າເຄີຍໄດ້ພົບກັບຜູ້ເຖົ້າທີ່ມີອາຍຸເກືອບ 90 ປີ ເພິ່ນເປັນຄົນທີ່ມີອັດທະຍາໄສດີ, ໂອ້ລົມເກັ່ງ ສິ່ງທີ່ສຳຄັນແມ່ນເພິ່ນມີສຸຂະພາບທີ່ແຂງແຮງ, ປາສະຈາກໂລກໄພໄຂ້ເຈັບ, ສາຍຕາ ແລະ ຄວາມຈຳຍັງດີ ສາມາດເຮັດກິດຈະວັດປະຈຳວັນໄດ້ຄືກັບຄົນຫນຸ່ມທົ່ວໄປເຊັ່ນ: ຕື່ນແຕ່ເດິກຫຸງເຂົ້າໃສ່ບາດ, ໄປມາສະດວກ ໆລໆ. ເຊັ່ນດຽວກັບຜູ້ເຖົ້າບາງຄົນເປັນອຳມະພາດ ແຕ່ສະຫມອງດີຈື່ຫມົດທຸກຢ່າງ. ເປັນຫຍັງຄົນເຫລົ່ານີ້ອາຍຸເກືອບ 90 ປີແລ້ວ ແຕ່ລະບົບການພັດທະນາສະຫມອງຂອງເຂົາເຈົ້າຍັງຢູ່ໃນລະດັບທີ່ດີ, ຍ້ອນເງື່ອນໄຂການດຳລົງຊີວິດບໍ? ຫລືວ່າຍ້ອນອາຫານການກິນ? ແລະ ຍັງມີອີກຫລາຍໆຄົນທີ່ຢູ່ໃນໄວກາງຄົນ ຫລື ກຳລັງເຮັດວຽກເຮັດງານ ບໍ່ທັນເຖົ້າ ແຕ່ເປັນຄົນມັກຂີ້ຫລົງຂີ້ລືມ.
ການຝຶກ ແລະ ອອກກຳລັງກາຍສະຫມອງຈຶ່ງເປັນວິທີຫນຶ່ງທີ່ສາມາດຊ່ວຍໄດ້ ແລະ ເຮັດໄດ້ໃນທັນທີດັ່ງນີ້:
1. ຝຶກຄວາມຈຳ: ຝຶກໄດ້ໂດຍການຟັງເພງທີ່ບໍ່ເຄີຍຟັງມາກ່ອນ ແລະ ພະຍາຍາມຈື່ເນື້ອຮ້ອງໃຫ້ໄດ້ ການຝຶກນີ້ຈະຊ່ວຍຫລຸດຜ່ອນຄວາມຂີ້ລືມໄດ້.
2. ຝຶກສະມາທິ: ລອງເຮັດຫຍັງຫລາຍໆຢ່າງໃນເວລາດຽວກັນເຊັ່ນ: ຟັງວິທະຍຸຂະນະອອກກຳລັງກາຍ ເພື່ອໃຫ້ສະຫມອງເຮັດວຽກໄດ້ດີຂຶ້ນ.
3. ຝຶກພາສາ: ຫາສິ່ງໃຫມ່ໆອ່ານ ເພີ່ມທັກສະດ້ານພາສາດ້ວຍຄຳ ແລະ ຂໍ້ມູນ ເພື່ອນຳໄປພັດທະນາການສື່ສານຂອງທ່ານໃຫ້ດີຍິ່ງຂຶ້ນ.
4. ຝຶກການໃຊ້ສາຍຕາ: ລອງໃຊ້ສາຍຕາເບິ່ງສິ່ງຕ່າງໆແລ້ວຈົດວ່າ ທ່ານເຫັນຫຍັງແນ່ ວິທີນີ້ຈະຊ່ວຍຝຶກສະຫມອງໃຫ້ຈົດຈໍ່ກັບສິ່ງຮອບຕົວໄດ້.
5. ຈິນຕະນາການເຖິງຜົນລັບ: ລອງຝຶກສະຫມອງດ້ວຍການຕັ້ງສົມມຸດຕິຖານ ແລ້ວຈິນຕະນາການເຖິງຜົນລັບທີ່ຈະເກີດຂຶ້ນ ວິທີນີ້ຈະຊ່ວຍຝຶກການໃຊ້ຕັກກະ ແລະ ຄວາມເປັນເຫດເປັນຜົນ.
ຂໍ້ແນະນຳການດູແລສະຫມອງ
- ບໍ່ອົດອາຫານເຊົ້າ ເພາະມັນສຳຄັນຕໍ່ສະຫມອງຫລາຍ.
- ດື່ມນໍ້າມື້ລະ 6-8 ຈອກ ເພາະນໍ້າເປັນສ່ວນປະກອບທີ່ສຳຄັນຂອງສະຫມອງ.
- ອອກກຳລັງກາຍຢ່າງສະຫມໍ່າສະເຫມີ ແລະ ການອອກກຳລັງກາຍຍາມຕື່ນເຊົ້າ ຈະເຮັດໃຫ້ສະຫມອງແຈ່ມໃສ.
- ກິນອາຫານທີ່ມີປະໂຫຍດຕໍ່ສະຫມອງເຊັ່ນ: ປາທະເລທີ່ມີໂອເມກາ-3, ນົມ, ໄຂ່, ຖົ່ວເຫລືອງ ທີ່ອຸດົມໄປດ້ວຍໂປຣຕີນ.
Leave a Reply