• Skip to secondary menu
  • Skip to main content
  • Skip to primary sidebar
  • ຫນ້າບ້ານ
  • ສິນຄ້າ
    • ສິນຄ້າເພື່ອສຸຂະພາບ
    • ສິນຄ້າເພື່ອຄວາມງາມ
  • ຕິດຕໍ່ພວກເຮົາ

Twin Bees

  • ບົດຄວາມກ່ຽວກັບສຸຂະພາບ
  • ບົດຄວາມກ່ຽວກັບຄວາມງາມ
You are here: Home / ບົດຄວາມກ່ຽວກັບສຸຂະພາບ / ເມລາໂທນິນ – ຮໍໂມນເພື່ອການນອນຫລັບ

ເມລາໂທນິນ – ຮໍໂມນເພື່ອການນອນຫລັບ

December 3, 2018 By Xanaphone Chanhchom Leave a Comment

ເມລາໂທນິນ (Melatonin)
ເປັນຮໍໂມນຊະນິດຫນຶ່ງທີ່ຮ່າງກາຍສາມາດສ້າງຂຶ້ນເອງໄດ້ ມີບົດບາດຊ່ວຍຄວບຄຸມການນອນຫລັບຂອງຄົນ ຊ່ວຍໃຫ້ຄົນເຮົາມີວັດທະຈັກການນອນທີ່ດີ ເຊິ່ງຫາກຮໍໂມນດັ່ງກ່າວຫລຸດລົງກໍ່ຈະນຳໄປສູ່ບັນຫາໃນການນອນຫລັບໄດ້.

ເມລາໂທນິນເປັນຮໍໂມນທີ່ຖືກຜະລິດອອກມາຈາກຕ່ອມໄພນ້ຽວ (pineal) ເປັນຕ່ອມທີ່ຢູ່ບໍລິເວນກາງສະຫມອງມີຂະຫນາດເທົ່າເມັດຖົ່ວ, ກົນໄກການເຮັດວຽກຂອງຕ່ອມດັ່ງກ່າວຈະຂຶ້ນຢູ່ກັບແສງສະຫວ່າງ ແລະ ອຸນຫະພູມ. ດັ່ງນັ້ນ, ເມລາໂທນິນຈະຖືກຜະລິດຂຶ້ນໃນຂະນະທີ່ເຮົາຫລັບ ແຕ່ຖ້າຮ່າງກາຍເຮົາຢູ່ແສງແຈດຕະຫລອດເວລາ ຂະບວນການຜະລິດເມລາໂທນິນຈະຢຸດທັນທີ ແລະ ເຊັ່ນດຽວກັນເມື່ອມີອາຍຸຫລາຍຂຶ້ນ ລະດັບເມລາໂທນິນກໍ່ຈະຫລຸດຫນ້ອຍຖອຍລົງໄປເລື້ອຍໆເຊັ່ນດຽວກັນ.

ຄຸນປະໂຫຍດຂອງເມລາໂທນິນ
ຮໍໂມນຊະນິດນີ້ມີປະໂຫຍດຫລາຍຫາກເຮົາໄດ້ເພີ່ມຈາກອາຫານເສີມນອກເຫນືອໄປຈາກທີ່ຮ່າງກາຍ
ເຮົາຜະລິດຂຶ້ນເອງ.

1. ຊ່ວຍເຮັດໃຫ້ເຮົາຮູ້ສຶກຢາກນອນ, ຜ່ອນຄາຍ, ນອນຫລັບແຈບຕະຫລອດຄືນ, ຫລັບສະບາຍ ແລະ ຕື່ນມາຢ່າງແຈ່ມໃສ. ແພດບາງຄົນຈຶ່ງໃຊ້ເມລາໂທນິນກັບຄົນປ່ວຍທີ່ເປັນພະຍາດນອນບໍ່ຫລັບແທນການໃຊ້ຢານອນຫລັບນັ້ນເອງ.
2. ເປັນສານຕ້ານອະນຸມູນອິດສະຫລະທີ່ຊົງພະລັງ ສາມາດຕ້ານຄວາມຊະລາໄດ້ເປັນຢ່າງດີ.
3. ສ້າງລະບົບພູມຄຸ້ມກັນ.
4. ຊ່ວຍແກ້ພະຍາດຊຶມເສົ້າ.
5. ການວິໄຈຍັງພົບວ່າເມລາໂທນິນສາມາດຊ່ວຍໃນການຄວບຄຸມນໍ້າຫນັກໄດ້ ເຖິງວ່າຈະບໍ່ໄດ້ຫລຸດອາຫານລົງກໍ່ຕາມ.
6. ຊ່ວຍຄວບຄຸມລະດັບໄຂມັນໃນເລືອດ.

ປັດໃຈພາຍນອກທີ່ຈະຊ່ວຍໃຫ້ເຮົານອນຫລັບໄດ້ດີຂຶ້ນ
ກ່ອນນອນໃຫ້ລີ່ໄຟທັງຫມົດຢູ່ໃນບ້ານລົງ, ຫລີກລ້ຽງການເບິ່ງໂທລະທັດ ແລະ ໃຊ້ຄອມພິວເຕີ ຫລື ໂທລະສັບມືຖື. ແສງໄຟເຫລົ່ານີ້ສາມາດຫລຸດຜ່ອນການຜະລິດຂອງເມລາໂທນິນ ເຮັດໃຫ້ເຮົານອນຫລັບຍາກໄດ້.

ອີກວິທີຫນຶ່ງແມ່ນຄວນຖືກແສງແດດລະຫວ່າງມື້ໃຫ້ຫລາຍ ໂດຍສະເພາະແມ່ນຕອນເຊົ້າ. ປັດໃຈອື່ນໆທີ່ສາມາດຫລຸດລະດັບເມລາໂທນິນລົງໄດ້ກໍ່ແມ່ນ ຄວາມຕຶງຄຽດ ແລະ ການເຮັດວຽກກາງຄືນ.

ນອນດົນຊໍ່າໃດຈຶ່ງຈະພໍ
ຫລາຍໆຄົນຄຶດວ່າ ຄົນເຮົາຕ້ອງນອນໃຫ້ໄດ້ 8 ຊົ່ວໂມງຖຶງຈະພຽງພໍ ແຕ່ທີ່ຈິງແລ້ວຕົວເລກ 8 ຊົ່ວໂມງ ເປັນຄ່າສະເລ່ຍເທົ່ານັ້ນ ການນອນໃຫ້ພຽງພໍຄືການນອນຈົນຮູ້ສຶກໂຕຕື່ນຂຶ້ນມາເອງ ແລະ ສາມາດຢູ່ໄດ້ໂດຍບໍ່ເມື່ອຍເພຍຫມົດມື້.

ບັນຫາການນອນບໍ່ຫລັບຈະສົ່ງຜົນກະທົບຫຍັງແດ່?
ເມລາໂທນິນເຮັດຫນ້າທີ່ຄວບຄຸມການນອນຂອງມະນຸດໂດຍສະເພາະ ການນອນບໍ່ຫລັບສາມາດສົ່ງຜົນກະທົບຕໍ່ລະດັບພະລັງງານ ແລະ ອາລົມໄດ້, ຜູ້ທີ່ມີບັນຫາສຸຂະພາບມີພະຍາດປະຈຳຕົວຢູ່ແລ້ວ ກໍ່ຈະຍິ່ງເພີ່ມຄວາມສ່ຽງຫລາຍຂຶ້ນ.

ປະລິມານການຮັບປະທານເມລາໂທນິນ
ຂະຫນາດຂອງເມລາໂທນິນໃນຮູບແບບອາຫານເສີມແມ່ນມີຕັ້ງແຕ່ 1 mg ຫາ 10 mg ປະລິມານການໃຊ້ຄວນເລີ້ມຈາກຫນ້ອຍໄປຫາຫລາຍເຊັ່ນ: ເລີ້ມຈາກ 1 mg ຫລື 3 mg ເປັນຕົ້ນ.

Print Friendly, PDF & Emailພິມຫນ້ານີ້

Filed Under: ບົດຄວາມກ່ຽວກັບສຸຂະພາບ

ກ່ຽວກັບພວກເຮົາ

ແຫລ່ງຂໍ້ມູນຂ່າວສານ ແລະ ຄວາມຮູ້ກ່ຽວກັບສຸຂະພາບ ແລະ ຄວາມງາມ. ພວກເຮົາຍັງມີສິນຄ້າຫລາຍຢ່າງ ສາມາດຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ຕະຫລອດເວລາ

ບົດຄວາມທີ່ຫນ້າສົນໃຈ

  • ຫລີກລ້ຽງ ແລະ ປ້ອງກັນພະຍາດເລືອດຈາງທາງກຳມະພັນ Thalassemia
  • Astaxanthin ສານຕ້ານອະນຸມູນອິດສະຫລະອັນຊົງພະລັງ
  • ວິຕາມິນ DHC ຍີ່ປຸ່ນ ບຳລຸງຜິວພັນ ເພື່ອຄວາມງາມຈາກພາຍໃນ
  • ອາຫານເສີມ 6 ຢ່າງ ສຳລັບນັກອອກກຳລັງກາຍ
  • ສານອາຫານທີ່ຄົນສູບຢາຕ້ອງກິນເພີ່ມເຕີມ

Reader Interactions

Leave a Reply Cancel reply

Your email address will not be published. Required fields are marked *

Primary Sidebar

ເຂົ້າຮ່ວມໃນຊຸມຊົນ

  • Facebook

ຮັບຂໍ້ມູນຂ່າວສານ

ກະລຸນາລົງທະບຽນເພື່ອຮັບຂໍ້ມູນຂ່າວສານ ແລະ ສ່ວນຫລຸດທາງ email

ຄົ້ນຫາສິ່ງທີ່ຢູ່ໃນເວບ

Copyright © 2025 · Twin Bees