• Skip to secondary menu
  • Skip to main content
  • Skip to primary sidebar
  • ຫນ້າບ້ານ
  • ສິນຄ້າ
    • ສິນຄ້າເພື່ອສຸຂະພາບ
    • ສິນຄ້າເພື່ອຄວາມງາມ
  • ຕິດຕໍ່ພວກເຮົາ

Twin Bees

  • ບົດຄວາມກ່ຽວກັບສຸຂະພາບ
  • ບົດຄວາມກ່ຽວກັບຄວາມງາມ
You are here: Home / ບົດຄວາມກ່ຽວກັບສຸຂະພາບ / ກອງກຳລັງຕິດອາວຸດປະຈຳລຳໄສ້

ກອງກຳລັງຕິດອາວຸດປະຈຳລຳໄສ້

December 29, 2018 By Xanaphone Chanhchom Leave a Comment

ໂພຣໄບໂອຕິກ (Probiotic)

ໂພຣໄບໂອຕິກແມ່ນແບັກທີເຣຍທີ່ມີຊີວິດ ແລະ ເປັນແບັກທີເຣຍທີ່ໄດ້ຮັບການຄັດເລືອກແລ້ວວ່າເປັນຊະນິດສາຍພັນທີ່ມີປະໂຫຍດຕໍ່ຮ່າງກາຍ ຫລັງຈາກທີ່ເຮົາຮັບປະທານເຂົ້າໄປມັນຈະໄປອາໄສຢູ່ລຳໄສ້ໃຫຍ່ ແລະ ຂະຫຍາຍພັນໃນລຳໄສ້ຂອງເຮົາ. ໂດຍພວກນີ້ມັນຈະໄປຊ່ວຍປັບສົມດຸນຂອງແບັກທີເຣຍທີ່ອາໄສຢູ່ແຕ່ເດີມໃນລຳໄສ້ຂອງເຮົາ ເຮັດໃຫ້ແບັກທີເຣຍທີ່ດີມີຈຳນວນຫລາຍຂຶ້ນ ແລະ ແບັກທີເຣຍບໍ່ດີມີປະລິມານຫລຸດລົງ. ຕ້ອງບອກກ່ອນວ່າ ແບັກທີເຣຍບໍ່ດີຄືແບັກທີເຣຍທີ່ຈະເຮັດໃຫ້ທ້ອງຂອງເຮົາອືດ, ເຈັບທ້ອງ ແລະ ສ້າງສານກໍ່ພະຍາດມະເຮັງ ສ້າງສານທີ່ມີກິ່ນເຫມັນ. ດັ່ງນັ້ນ, ໂພຣໄບໂອຕິກຈະເຮັດໃຫ້ສຸຂະພາບລຳໄສ້ດີຂຶ້ນນຳອີກ ແຕ່ກໍ່ຂຶ້ນຢູ່ກັບສາຍພັນນັ້ນໆໃນລຳໄສ້ຂອງເຮົາ. ສະຫລຸບກ່າວຄື ໂພຣໄບໂອຕິກຈະຊ່ວຍໃຫ້ສຸຂະພາບທ້ອງໄສ້ຂອງເຮົາດີຂຶ້ນກວ່າເດີມນັ້ນເອງ.

ໂພຣໄບໂອຕິກມີຢູ່ໃນອາຫານຫລາຍປະເພດ ແຕ່ເປັນທີ່ຮູ້ຈັກກັນດີຈະມີຢູ່ໃນຜະລິດຕະພັນນົມທີ່ມີລົດຊາດສົ້ມ ຫລື ອາຫານທີ່ຜ່ານການດອງບາງຊະນິດເຊັ່ນ: ນົມສົ້ມ, ໂຢເກີດ, ກິມຈິ ຫລື ສົ້ມຜັກ ແລະ ອື່ນໆ. ນອກຈາກນີ້, ໃນອາເມລິກາຍັງນິຍົມໃຊ້ໂພຣໄບໂອຕິກຊະນິດ ແລັກໂຕບາຊິລລັສ (Lactobacillus) ເປັນສ່ວນປະສົມໃນອາຫານເສີມ ແລະ ຜະລິດຕະພັນຕ່າງໆ ເຊິ່ງມີຄວາມປອດໄພໃນການຮັບປະທານ.

ພີຣໄບໂອຕິກ (Prebiotic)

ພີຣໄບໂອຕິກຖືກຈັດເປັນຜະລິດຕະພັນອາຫານເພື່ອສຸຂະພາບ ເພາະມີປະໂຫຍດຕໍ່ສຸຂະພາບ ເປັນອາຫານຊຶ່ງຮ່າງກາຍມະນຸດບໍ່ສາມາດຍ່ອຍ ແລະ ບໍ່ຖືກດູດຊຶມໄດ້ໃນລະບົບທາງເດີນອາຫານ ທັງກະເພາະອາຫານ ແລະ ລຳໄສ້ອ່ອນ ແຕ່ຈະຖືກຍ່ອຍດ້ວຍແບັກທີເຣຍໂພຣໄບໂອຕິກບໍລິເວນລຳໄສ້ໃຫຍ່. ພີຣໄບໂອຕິກຈະກະຕຸ້ນການເຮັດວຽກ ແລະ ສົ່ງເສີມການຈະເລີນເຕີບໂຕຂອງແບັກທີເຣຍໂພຣໄບໂອຕິກ. ສະຫລຸບໂດຍຫຍໍ້ແມ່ນ ພີຣໄບໂອຕິກ ຈະເປັນອາຫານເພື່ອລ້ຽງໂພຣໄບໂອຕິກນັ້ນເອງ.

ພີຣໄບໂອຕິກສາມາດພົບໃນພືດຫລາຍຊະນິດເຊັ່ນ: ກະທຽມ, ຫອມຫົວໃຫຍ່່, ທັນຍາພືດ, ຫນໍ່ໄມ້ຝະລັ່ງ ແລະ ຫມາກໄມ້ເຊັ່ນ: ຫມາກກ້ວຍ, ແອັບເປີ້ນ ນອກຈາກນີ້ ເພິ່ນຍັງໃສ່ພີຣໄບໂອຕິກໃນຜະລິດຕະພັນອາຫານອີກຫລາຍປະເພດ.

ບົດສະຫລຸບ

ແບັກທີເຣຍໂພຣໄບໂອຕິກ ຕ້ອງການ ພີຣໄບໂອຕິກ ຈຳນວນຫລາຍ ຈຶ່ງຈະສາມາດຈະເລີນເຕີບໂຕໄດ້, ບັນຫາແມ່ນການໃຊ້ຊີວິດຂອງມະນຸດເຮົາ ແລະ ການຮັບປະທານອາຫານໃນປັດຈຸບັນໄດ້ປ່ຽນແປງໄປຈາກແຕ່ກ່ອນຫລາຍ ຈຶ່ງເຮັດໃຫ້ໄດ້ຮັບ ພີຣໄບໂອຕິກບໍ່ພຽງພໍ ທ້ອງໄສ້ເຮົາກໍ່ຍາກທີ່ຈະຕໍ່ສູ້ຕ້ານກັບແບັກທີເຣຍທີ່ບໍ່ດີ. ຊໍ້າບໍ່ຫນຳ ອາຫານບາງປະເພດທີ່ກິນເຂົ້າໄປເຮັດໃຫ້ເກີດຜົນທີ່ກົງກັນຂ້າມກັນ ຄືຍິ່ງໄປເພີ່ມແບັກທີເຣຍທີ່ບໍ່ດີໃຫ້ແກ່ລຳໄສ້ເປັນຕົ້ນແມ່ນ: ນໍ້າຕານ, ອາຫານປະເພດຈືນ, ອາຫານສຳເລັດຮູບ ເປັນຕົ້ນ. ສະນັ້ນ, ຕ້ອງພະຍາຍາມປຸງອາຫານດ້ວຍພືດ ແລະ ຫມາກໄມ້ທີ່ອຸດົມໄປດ້ວຍພີຣໄບໂອຕິກ.

Print Friendly, PDF & Emailພິມຫນ້ານີ້

Filed Under: ບົດຄວາມກ່ຽວກັບສຸຂະພາບ

ກ່ຽວກັບພວກເຮົາ

ແຫລ່ງຂໍ້ມູນຂ່າວສານ ແລະ ຄວາມຮູ້ກ່ຽວກັບສຸຂະພາບ ແລະ ຄວາມງາມ. ພວກເຮົາຍັງມີສິນຄ້າຫລາຍຢ່າງ ສາມາດຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ຕະຫລອດເວລາ

ບົດຄວາມທີ່ຫນ້າສົນໃຈ

  • ຫລີກລ້ຽງ ແລະ ປ້ອງກັນພະຍາດເລືອດຈາງທາງກຳມະພັນ Thalassemia
  • Astaxanthin ສານຕ້ານອະນຸມູນອິດສະຫລະອັນຊົງພະລັງ
  • ວິຕາມິນ DHC ຍີ່ປຸ່ນ ບຳລຸງຜິວພັນ ເພື່ອຄວາມງາມຈາກພາຍໃນ
  • ອາຫານເສີມ 6 ຢ່າງ ສຳລັບນັກອອກກຳລັງກາຍ
  • ສານອາຫານທີ່ຄົນສູບຢາຕ້ອງກິນເພີ່ມເຕີມ

Reader Interactions

Leave a Reply Cancel reply

Your email address will not be published. Required fields are marked *

Primary Sidebar

ເຂົ້າຮ່ວມໃນຊຸມຊົນ

  • Facebook

ຮັບຂໍ້ມູນຂ່າວສານ

ກະລຸນາລົງທະບຽນເພື່ອຮັບຂໍ້ມູນຂ່າວສານ ແລະ ສ່ວນຫລຸດທາງ email

ຄົ້ນຫາສິ່ງທີ່ຢູ່ໃນເວບ

Copyright © 2025 · Twin Bees