• Skip to secondary menu
  • Skip to main content
  • Skip to primary sidebar
  • ຫນ້າບ້ານ
  • ສິນຄ້າ
    • ສິນຄ້າເພື່ອສຸຂະພາບ
    • ສິນຄ້າເພື່ອຄວາມງາມ
  • ຕິດຕໍ່ພວກເຮົາ

Twin Bees

  • ບົດຄວາມກ່ຽວກັບສຸຂະພາບ
  • ບົດຄວາມກ່ຽວກັບຄວາມງາມ
You are here: Home / ບົດຄວາມກ່ຽວກັບຄວາມງາມ / ສົ້ມແຂກ – ສຸດຍອດສະຫມຸນໄພຫລຸດນໍ້າຫນັກ ຈາກຜົນການວິໄຈ

ສົ້ມແຂກ – ສຸດຍອດສະຫມຸນໄພຫລຸດນໍ້າຫນັກ ຈາກຜົນການວິໄຈ

January 14, 2019 By Xanaphone Chanhchom Leave a Comment

ຕົ້ນສົ້ມແຂກ ຫລື ມີຊື່ທາງວິທະຍາສາດວ່າ: Garcinia Cambogia ເປັນຕົ້ນໄມ້ໃຫ້ຫມາກທີ່ມີຖິ່ນກຳເນີດຢູ່ອິນເດຍ ແລະ ສີລັງກາ ມັກພົບເຫັນຢູ່ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແລະ ທາງພາກໃຕ້ຂອງປະເທດໄທ ສ່ວນຫມາກມີລັກສະນະຮູບຮ່າງຄ້າຍຄືກັບຫມາກອຶດັ່ງຮູບຂ້າງເທິງ.

ສານສະກັດຈາກຫມາກສົ້ມແຂກທີ່ໄດ້ຈາກຫມາກ ແລະ ເປືອກ ເອີ້ນວ່າ: Hydroxycitric Acid ຫລື HCA, ເຊິ່ງ HCA ມີສັບພະຄຸນໃນການຫລຸດນໍ້າຫນັກໄດ້ເປັນຢ່າງດີ ເນື່ອງຈາກມັນຈະໄປຢັບຢັ້ງການສ້າງໄຂມັນໃນຮ່າງກາຍ ກໍ່ຄືຢັບຢັ້ງການປ່ຽນທາດແປ້ງ ແລະ ນໍ້າຕານໃຫ້ກາຍເປັນໄຂມັນ ແລະ ຊ່ວຍເຜົາຜານໄຂມັນໃນຮ່າງກາຍນຳອີກ. ກ່າວຄື HCA ໃນສົ້ມແຂກເຮັດຫນ້າທີ່ 2 ຢ່າງຄື: ປ້ອງກັນການສ້າງໄຂມັນໃຫມ່ ແລະ ສະຫລາຍໄຂມັນເກົ່ານັ້ນເອງ.

ດັ່ງນັ້ນ, ສົ້ມແຂກຈຶ່ງເປັນສະຫມຸນໄພທາງເລືອກແທນການກິນຢາຫລຸດນໍ້າຫນັກ ທີ່ມີຜົນເສຍຫລາຍກວ່າຜົນດີ. ການເລືອກຮັບປະທານສົ້ມແຂກຈຶ່ງເປັນວິທີທາງທຳມະຊາດ ບໍ່ມີຜົນຂ້າງຄຽງຕາມມາ ແລະ ມີການຢັ້ງຢືນຈາກຜົນການວິໄຈທາງວິທະຍາສາດ.

ສະຫລຸບຄຸນປະໂຫຍດ

ສານສະກັດຈາກສົ້ມແຂກບໍລິສຸດດ້ວຍວິທີມາດຕະຖານເຮັດໃຫ້ໄດ້ປະລິມານ HCA ສູງເຖິງ 60-70%, ສົ້ມແຂກຈຶ່ງເປັນສະຫມຸນໄພທີ່ມີ HCA ໃນປະລິມານຫລາຍທີ່ສຸດໃນໂລກ ນອກຈາກນີ້ HCA ຍັງສາມາດລະລາຍນໍ້າໄດ້ 100% ເຮັດໃຫ້ຮ່າງກາຍສາມາດນຳໄປໃຊ້ໃຫ້ເກີດປະໂຫຍດໄດ້ຢ່າງເຕັມທີ່. ສານສະກັດຈາກສົ້ມແຂກ HCA ສາມາດເຮັດໃຫ້ຜູ້ຮັບປະທານນັ້ນສາມາດຫລຸດນໍ້າຫນັກໂຕໄດ້ຫລາຍກວ່າການຄວບຄຸມອາຫານ ແລະ ການອອກກຳລັງກາຍພຽງຢ່າງດຽວເຖິງ 3 ເທົ່າ.

HCA ເປັນຕົວສະກັດນໍ້າຕານ ແລະ ທາດແປ້ງສ່ວນເກີນຈາກການເກັບເປັນໄຂມັນ ແລະ ໃຊ້ມັນໃຫ້ເປັນພະລັງງານ ເຊິ່ງຈະຊ່ວຍຫລຸດຄວາມຢາກອາຫານ ແລະ ຫລຸດໄຂມັນໃນຮ່າງກາຍ.

ຖ້າຮັບປະທານສົ້ມແຂກຄຽງຄູ່ກັບອາຫານທີ່ມີປະໂຫຍດ ແລະ ອອກກຳລັງກາຍເປັນປະຈຳມັນຈະເຮັດຫນ້າທີ່ເປັນຕົວສະຫນັບສະຫນູນການເຜົາຜານອາຫານ ແລະ ເປັນອາຫານເສີມຫລຸດນໍ້າຫນັກແບບທຳມະຊາດໄດ້ເປັນຢ່າງດີ.

ນອກຈາກນີ້, ຍັງມີການວິໄຈຂອງຕ່າງປະເທດພິສູດວ່າ: ການຮັບປະທານສານສະກັດຈາກສົ້ມແຂກ + ສານສະກັດຈາກເມັດກາເຟຂຽວ ໃນປະລິມານທີ່ເຫມາະສົມໃນຮູບແບບອາຫານເສີມ ພ້ອມກິນອາຫານທີ່ມີປະໂຫຍດ ແລະ ອອກກຳລັງກາຍຢ່າງສະຫມໍ່າສະເຫມີ ຈະຊ່ວຍເຮັດໃຫ້ການຫລຸດນໍ້າຫນັກເກີດປະສິດທິພາບສູງສຸດ.

Print Friendly, PDF & Emailພິມຫນ້ານີ້

Filed Under: ບົດຄວາມກ່ຽວກັບຄວາມງາມ

ກ່ຽວກັບພວກເຮົາ

ແຫລ່ງຂໍ້ມູນຂ່າວສານ ແລະ ຄວາມຮູ້ກ່ຽວກັບສຸຂະພາບ ແລະ ຄວາມງາມ. ພວກເຮົາຍັງມີສິນຄ້າຫລາຍຢ່າງ ສາມາດຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ຕະຫລອດເວລາ

ບົດຄວາມທີ່ຫນ້າສົນໃຈ

  • ຫລີກລ້ຽງ ແລະ ປ້ອງກັນພະຍາດເລືອດຈາງທາງກຳມະພັນ Thalassemia
  • Astaxanthin ສານຕ້ານອະນຸມູນອິດສະຫລະອັນຊົງພະລັງ
  • ວິຕາມິນ DHC ຍີ່ປຸ່ນ ບຳລຸງຜິວພັນ ເພື່ອຄວາມງາມຈາກພາຍໃນ
  • ອາຫານເສີມ 6 ຢ່າງ ສຳລັບນັກອອກກຳລັງກາຍ
  • ສານອາຫານທີ່ຄົນສູບຢາຕ້ອງກິນເພີ່ມເຕີມ

Reader Interactions

Leave a Reply Cancel reply

Your email address will not be published. Required fields are marked *

Primary Sidebar

ເຂົ້າຮ່ວມໃນຊຸມຊົນ

  • Facebook

ຮັບຂໍ້ມູນຂ່າວສານ

ກະລຸນາລົງທະບຽນເພື່ອຮັບຂໍ້ມູນຂ່າວສານ ແລະ ສ່ວນຫລຸດທາງ email

ຄົ້ນຫາສິ່ງທີ່ຢູ່ໃນເວບ

Copyright © 2025 · Twin Bees