• Skip to secondary menu
  • Skip to main content
  • Skip to primary sidebar
  • ຫນ້າບ້ານ
  • ສິນຄ້າ
    • ສິນຄ້າເພື່ອສຸຂະພາບ
    • ສິນຄ້າເພື່ອຄວາມງາມ
  • ຕິດຕໍ່ພວກເຮົາ

Twin Bees

  • ບົດຄວາມກ່ຽວກັບສຸຂະພາບ
  • ບົດຄວາມກ່ຽວກັບຄວາມງາມ
You are here: Home / ບົດຄວາມກ່ຽວກັບສຸຂະພາບ / ສຸດຍອດຫມາກໄມ້ຊະລໍຄວາມແກ່

ສຸດຍອດຫມາກໄມ້ຊະລໍຄວາມແກ່

February 9, 2019 By Xanaphone Chanhchom Leave a Comment

ຄ່າຄະແນນໂອແຣັກແມ່ນຫຍັງ? (The ORAC Score)

ຄ່າຄະແນນໂອແຣັກ (ORAC Score) ຫມາຍເຖິງຄະແນນທີ່ສົມມຸດຂຶ້ນມາ ເພື່ອໃຊ້ວັດຄວາມສາມາດໃນການຕ້ານອະນຸມູນອິດສະຫລະຂອງອາຫານ ຊຶ່ງມາຈາກຄຳເຕັມວ່າ Oxygen Racial Absorbance Capacity, ຊຶ່ງຄ່າຄະແນນໂອແຣັກຈະເຮັດໃຫ້ເຮົາຮູ້ວ່າ ອາຫານສອງຊະນິດທີ່ມີປະລິມານເທົ່າກັນ ຫາກອາຫານຊະນິດໃດມີຄ່າຄະແນນໂອແຣັກສູງກວ່າ ກໍ່ຫມາຍຄວາມວ່າອາຫານຊະນິດນັ້ນມີຄວາມສາມາດໃນການຕ້ານອະນຸມູນອິດສະຫລະໄດ້ດີກວ່າ ເພື່ອບໍ່ໃຫ້ເຮົາຕົກເປັນເຫຍື່ອຂອງການໂຄສະນາ.

ຄ່າຄະແນນໂອແຣັກເປັນເຄື່ອງມືທີ່ມີມາດຕະຖານ ແລະ ວິທີການທີ່ເປັນທີ່ຍອມຮັບຈາກນາໆປະເທດ ຊຶ່ງສາມາດລະບຸຄວາມສາມາດທີ່ແທ້ຈິງຂອງອາຫານໃນການຕ້ານອະນຸມູນອິດສະຫລະໃນຮ່າງກາຍມະນຸດ.

ມັງຄຸດ (Mangosteen)

ມັງຄຸດເປັນຣາຊີນີແຫ່ງຫມາກໄມ້ທີ່ມີສານປະກອບແຊນໂທນ (Xanthones) ຕາມທຳມະຊາດໃນປະລິມານຫລາຍທີ່ສຸດໃນໂລກ.
ຈາກຄຸນສົມບັດຂອງແຊນໂທນໃນມັງຄຸດທີ່ກໍ່ໃຫ້ເກີດຄຸນສົມບັດພິເສດທີ່ຄົ້ນພົບໂດຍນັກວິໄຈ
ທາງວິທະຍາສາດການແພດທົ່ວໂລກວ່າ ມີລິດໃນການຕ້ານອະນຸມູນອິດສະຫລະທີ່ຊົງປະສິດທິພາບ ສາມາດວັດໄດ້ຈາກຄ່າຄະແນນໂອແຣັກສູງກວ່າຫມາກໄມ້ຊະນິດອື່ນຫລາຍກວ່າ 20 ເທົ່າ.

  • ຫລຸດການເກີດຂອງມະເຮັງຫລາຍຊະນິດເຊັ່ນ: ມະເຮັງຜິວຫນັງ, ລຳໄສ້, ຫລອດອາຫານ, ຕັບ.
  • ຈາກຜົນຂອງການທົດລອງສາມາດຫລຸດຂະຫນາດຂອງເນື້ອງອກໄດ້.
  • ຫລຸດອາການພູມແພ້ ຊ່ວຍໃຫ້ລະບົບທາງເດີນຫາຍໃຈດີຂຶ້ນ.
  • ຕ້ານການອັກເສບ ຫລຸດຄວາມເຈັບປວດຂອງກ້າມເນື້ອ ແລະ ຂໍ້ກະດູກ.
  • ຫລຸດໄຂມັນໃນເລືອດ, ຫລຸດໂອກາດຂອງພະຍາດຫົວໃຈ ແລະ ຄວາມດັນເລືອດສູງ.
  • ຕ້ານເຊື້ອແບັກທີເຣຍ ແລະ ເຊື້ອໄວຣັສ.

ຫມາກພິລາ (Pomegranate)

ຫມາກໄມ້ສີສົດໃສທີ່ມີຕົ້ນກຳເນີດມາຈາກດິນແດນແຖວເປີເຊຍ ຫລື ປະເທດອີຣ່ານ ໃນປັດຈຸບັນຈາກການວິໄຈຈຳນວນຫລາຍຢືນຢັນວ່າ ຫມາກພິລາມີສານປະກອບຕາມທຳມະຊາດໃນກຸ່ມແຊນໂທນ ໂດຍສະເພາະແມ່ນ Hydrolysable Xanthones ຫລື ສານປະກອບແຊນໂທນໃນກຸ່ມທີ່ສາມາດລະລາຍນໍ້າໄດ້ຢູ່ໃນປະລິມານຫລາຍ ຊຶ່ງໃຫ້ປະໂຫຍດທີ່ຊັດເຈນແກ່ຮ່າງກາຍ.

  • ຊ່ວຍໃຫ້ລະບົບໄຫລວຽນຂອງເລືອດດີຂຶ້ນ.
  • ສົ່ງເສີມລະບົບເຮັດວຽກຂອງຫົວໃຈ.
  • ຫລຸດພາວະການແຂງຕົວຂອງເລືອດຈາກໄຂມັນໃນເລືອດສູງ.
  • ບັນເທົາພະຍາດຫົວໃຈ ແລະ ຄວາມດັນເລືອດສູງ.
  • ເພີ່ມພະລັງ ແລະ ຄວາມງາມ.

ໂກຈິ ເບີຣີ (Goji Berry)

ເປັນຫມາກໄມ້ທີ່ພົບ ແລະ ປູກກັນຫລາຍທາງພາກຕາເວັນຕົກສ່ຽງເຫນືອຂອງປະເທດຈີນ ໃຊ້ເປັນສ່ວນປະກອບຂອງອາຫານຈີນຫລາກຫລາຍຊະນິດມາຕັ້ງແຕ່ບູຮານ ແລະ ມີຊັບພະຄຸນທາງຢາດັ່ງນີ້:

  • ບຳລຸງຮ່າງກາຍ ບຳລຸງສາຍຕາ ໂດຍສະເພາະຕາບອດກາງຄືນ.
  • ຊ່ວຍກ່ອມປະສາດເຮັດໃຫ້ຫລັບສະບາຍ.
  • ຫລຸດປະລິມານນໍ້າຕານໃນເລືອດ.
  • ເສີມພູມຕ້ານທານພະຍາດຂອງຮ່າງກາຍ.
  • ມີສ່ວນຊ່ວຍເພີ່ມຈຳນວນເມັດເລືອດຂາວ.
  • ຫລຸດໄຂມັນໃນເລືອດ.
  • ປ້ອງກັນໄຂມັນພອກຕັບ ແລະ ຊ່ວຍໃຫ້ເຊວຕັບເຮັດວຽກໄດ້ດີຂຶ້ນ.
  • ຊ່ວຍບັນເທົາອາການວິນຫົວ ຫນ້າມືດຕາລາຍ ສາຍຕາບໍ່ດີ.
  • ເປັນຢາອາຍຸຍືນ ເຫມາະກັບຄົນທີ່ບໍ່ມີແຮງ, ອ່ອນເພຍ, ວິນຫົວ ແລະ ຫມາກໄຂ່ຫລັງເຮັດວຽກບໍ່ປົກກະຕິ.

ອາໄຊອິ ເບີຣີ (Acai Berry)

ເປັນຫມາກໄມ້ຂອງພືດຕະກູນປາມທີ່ມີຖິ່ນກຳເນີດໃນດິນແດນແຖວແມ່ນໍ້າອາເມຊອນ, ປະເທດເບຣຊິນ ມີປະຫວັດການໃຊ້ທີ່ຍາວນານ ແລະ ສິ່ງທີ່ເຮັດໃຫ້ຫມາກໄມ້ຊະນິດນີ້ແຕກຕ່າງຈາກເບີຣີທົ່ວໆໄປນັ້ນຄື ມັນອຸດົມໄປດ້ວຍກົດອະມິໂນ, ກົດໄຂມັນ, ວິດຕາມິນ, ເກືອແຮ່ ແລະ ສານຕ້ານອະນຸມູນອິດສະຫລະຈຳນວນຫລາຍ ຊຶ່ງເປັນລັກສະນະເດັ່ນທີ່ບໍ່ປະກົດມີຢູ່ໃນຫມາກໄມ້ຊະນິດອື່ນ ແລະ ຜົນລັບຈາກການໃຊ້ງານໃນຖານະເປັນສຸດຍອດຫມາກໄມ້ ເຮັດໃຫ້ ອາໄຊອິ ເບີຣີ ຖືກຈັດໃຫ້ຢູ່ໃນເມນູສຸຂະພາບຂອງນັກໂພສະການຊັ້ນນຳຂອງໂລກ. ງານວິໄຈທາງວິທະຍາສາດທີ່ກ່ຽວຂ້ອງກັບການໃຊ້ສານອາຫານເພື່ອດູແລສຸຂະພາບ ເປີດເຜີຍໃຫ້ເຫັນຄວາມລັບ ແລະ ຄຸນສົມບັດທີ່ຫນ້າອັດສະຈັນຂອງ ອາໄຊອິ ເບີຣີ ຢ່າງຕໍ່ເນື່ອງເປັນຕົ້ນແມ່ນ:

  • ມີຄວາມສາມາດໃນການຕ້ານອະນຸມູນອິດສະຫລະສູງ ແລະ ມີສ່ວນຊ່ວຍຕໍ່ຕ້ານພະຍາດມະເຮັງ.
  • ຊ່ວຍຄວບຄຸມລະດັບໄຂມັນໃນເລືອດ.
  • ອຸດົມໄປດ້ວຍສານອາຫານເຊັ່ນ: ໂປຣຕີນ ແລະ ກົດໄຂມັນຊະນິດບໍ່ອີ່ມຕົວ Omega-3/6/9.
  • ອຸດົມໄປດ້ວຍວິດຕາມິນທີ່ຈຳເປັນຕໍ່ຮ່າງກາຍ.
  • ມີສ່ວນປະກອບຂອງເສັ້ນໃຍອາຫານສູງ.
  • ຊ່ວຍໃນເລື່ອງລະບົບການຍ່ອຍອາຫານ ແລະ ຄວບຄຸມນໍ້າຫນັກ.
  • ຊ່ວຍໃນຂະບວນການຂັບສານພິດອອກຈາກຮ່າງກາຍ.

ໃນຊີວິດປະຈຳວັນຂອງເຮົານັ້ນ ຮ່າງກາຍຈະສ້າງອະນຸມູນອິດສະຫລະຂຶ້ນມາ ໂດຍສະເພາະເມື່ອເກີດຄວາມຕຶງຄຽດ ສານອະນຸມູນທີ່ລະດັບເຄມີບໍ່ສົມດຸນເຫລົ່ານີ້ຈະເຮັດໃຫ້ເຊວເສຍຫາຍ ເປັນໄປລັກສະນະດຽວກັນກັບໂລຫະເຂົ້າຂີ້ຫມ້ຽງ ແລະ ຖືກທຳລາຍໃນທີ່ສຸດ. ດ້ວຍເຫດນີ້ ອະນຸມູນອິດສະຫລະຈຶ່ງເປັນອັນຕະລາຍ ເປັນສາເຫດສຳຄັນເຮັດໃຫ້ແກ່ໄວ ແລະ ເປັນພະຍາດທີ່ເຮັດໃຫ້ເຊວເຊື່ອມສະພາບ.

ຫມາກໄມ້ທີ່ມີຄ່າຄະແນນໂອແຣັກສູງເທົ່າໃດ ກໍ່ຈະມີຄວາມສາມາດໃນການຕ້ານອະນຸມູນອິດສະຫລະໄດ້ຫລາຍເທົ່ານັ້ນ.

Print Friendly, PDF & Emailພິມຫນ້ານີ້

Filed Under: ບົດຄວາມກ່ຽວກັບສຸຂະພາບ

ກ່ຽວກັບພວກເຮົາ

ແຫລ່ງຂໍ້ມູນຂ່າວສານ ແລະ ຄວາມຮູ້ກ່ຽວກັບສຸຂະພາບ ແລະ ຄວາມງາມ. ພວກເຮົາຍັງມີສິນຄ້າຫລາຍຢ່າງ ສາມາດຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ຕະຫລອດເວລາ

ບົດຄວາມທີ່ຫນ້າສົນໃຈ

  • ຫລີກລ້ຽງ ແລະ ປ້ອງກັນພະຍາດເລືອດຈາງທາງກຳມະພັນ Thalassemia
  • Astaxanthin ສານຕ້ານອະນຸມູນອິດສະຫລະອັນຊົງພະລັງ
  • ວິຕາມິນ DHC ຍີ່ປຸ່ນ ບຳລຸງຜິວພັນ ເພື່ອຄວາມງາມຈາກພາຍໃນ
  • ອາຫານເສີມ 6 ຢ່າງ ສຳລັບນັກອອກກຳລັງກາຍ
  • ສານອາຫານທີ່ຄົນສູບຢາຕ້ອງກິນເພີ່ມເຕີມ

Reader Interactions

Leave a Reply Cancel reply

Your email address will not be published. Required fields are marked *

Primary Sidebar

ເຂົ້າຮ່ວມໃນຊຸມຊົນ

  • Facebook

ຮັບຂໍ້ມູນຂ່າວສານ

ກະລຸນາລົງທະບຽນເພື່ອຮັບຂໍ້ມູນຂ່າວສານ ແລະ ສ່ວນຫລຸດທາງ email

ຄົ້ນຫາສິ່ງທີ່ຢູ່ໃນເວບ

Copyright © 2025 · Twin Bees