• Skip to secondary menu
  • Skip to main content
  • Skip to primary sidebar
  • ຫນ້າບ້ານ
  • ສິນຄ້າ
    • ສິນຄ້າເພື່ອສຸຂະພາບ
    • ສິນຄ້າເພື່ອຄວາມງາມ
  • ຕິດຕໍ່ພວກເຮົາ

Twin Bees

  • ບົດຄວາມກ່ຽວກັບສຸຂະພາບ
  • ບົດຄວາມກ່ຽວກັບຄວາມງາມ
You are here: Home / ບົດຄວາມກ່ຽວກັບສຸຂະພາບ / ໂຄນະຢູກິ ຄອລລາເຈນ ຈາກຍີ່ປຸ່ນ

ໂຄນະຢູກິ ຄອລລາເຈນ ຈາກຍີ່ປຸ່ນ

February 15, 2019 By Xanaphone Chanhchom Leave a Comment

ຄອລລາເຈນເປັນໂປຣຕີນທຳມະຊາດຊະນິດຫນຶ່ງທີ່ພົບຫລາຍໃນກະດູກ ແລະ ຜິວຫນັງຂອງສິ່ງທີ່ມີຊີວິດ.

ໃນຮ່າງກາຍເຮົາມີໂປຣຕີນຄອລລາເຈນຢູ່ເຖິງ 1 ໃນ 3 ຫລື ປະມານ 33%. ໃນນັ້ນ 70% ຂອງຈຳນວນຄອລລາເຈນທັງຫມົດແມ່ນເປັນສ່ວນປະກອບຂອງຜິວຫນັງ, ຮອງລົງມາແມ່ນມີຢູ່ໃນແຂ້ວ, ກະດູກ, ຂໍ້ຕໍ່, ເສັ້ນເອັນ, ຂົນ, ເສັ້ນຜົມ ແລະ ຫລອດເລືອດ.

ຄອລລາເຈນມີໂຄງສ້າງເປັນຕາຫນ່າງຫນາແຫນ້ນຂະຫນາດນ້ອຍຫລາຍ, ມີຄວາມແຂງແຮງ ແລະ ຢືດຢຸ່ນ ມີລັກສະນະເປັນກຽວພັນກັນ ແລະ ເປັນຕົວເຊື່ອມອະໄວຍະວະຕ່າງໆກັບກະດູກ ແລະ ເຮັດຫນ້າທີ່ເປັນໂຄງສ້າງຫລັກຂອງຜິວຫນັງ ແລະ ກະດູກ.

ຄອລລາເຈນຈະຖືກຜະລິດຫລາຍຂຶ້ນເມື່ອເຮົາອາຍຸຍັງນ້ອຍ ແລະ ຈະເລີ້ມຫລຸດການຜະລິດຄອລລາເຈນໃຫມ່ທົດແທນໄດ້ຫນ້ອຍລົງໄປເລື້ອຍໆເມື່ອມີອາຍຸຮອດ 25 ປີ, ແຕ່ນັ້ນບໍ່ແມ່ນສາເຫດດຽວທີ່ເຮັດໃຫ້ປະສິດທິພາບໃນການສ້າງຄອລລາເຈນຂອງເຮົາຫລຸດລົງ ພຶດຕິກຳການບໍລິໂພກອາຫານ, ການໃຊ້ຊີວິດ ແລະ ລັງສີ UV ກໍ່ຍັງມີສ່ວນເຮັດໃຫ້ປະລິມານການຜະລິດຄອລລາເຈນຫລຸດລົງໄດ້ອີກດ້ວຍ.

ຊຶ່ງເມື່ອປະລິມານຄອລລາເຈນຫລຸດລົງກໍ່ຈະສົ່ງຜົນໃຫ້ເກີດຄວາມປ່ຽນແປງຕ່າງໆກັບຜິວພັນເຊັ່ນ ຜິວພັນຂາດຄວາມກະຊັບ, ຍ່ອນຍານ, ເກີດຮອຍ, ຫມອງຄໍ້າ, ກະດູກ ແລະ ຂໍ້ຕໍ່ເສື່ອມ ເກີດສຽງດັງ ເປັນຕົ້ນ. ເມື່ອຮ່າງກາຍບໍ່ສາມາດຜະລິດຄອລລາເຈນໃຫມ່ໄດ້ທັນຕາມການສູນເສຍຂອງຮ່າງກາຍ ເຮົາຈຶ່ງຈຳເປັນຕ້ອງຮັບປະທານຄອລລາເຈນເສີມເພື່ອທົດແທນຄອລລາເຈນທີ່ສູນເສຍໄປຕາມທຳມະຊາດ.

ໂດຍທົ່ວໄປຄອລລາເຈນຈະບໍ່ສາມາດຮັບປະທານໂດຍກົງໄດ້ ເພາະມີຂະຫນາດ ແລະ ຄວາມຫນາແນ້ນສູງຫລາຍຈຶ່ງດູດຊຶມໄດ້ຍາກ ຈຶ່ງຈຳເປັນຕ້ອງຜ່ານຂະບວນການແປຮູບໃຫ້ມີຂະຫນາດນ້ອຍເພື່ອໃຫ້ຮ່າງກາຍດູດຊຶມໄດ້ງ່າຍ.

ອາຫານຊ່ວຍການຜະລິດຄອລລາເຈນ

ນອກຈາກຄອລລາເຈນທີ່ຮ່າງກາຍຜະລິດຂຶ້ນເອງ ຫລື ຄອລລາເຈນໃນຮູບແບບຮັບປະທານແລ້ວ, ຍັງມີຄອລລາເຈນທີ່ມາຈາກແຫລ່ງທຳມະຊາດອື່ນໆ ຫລື ຮັບປະທານຄຽງຄູ່ກັບຄອລລາເຈນເພື່ອໃຫ້ເກີດປະສິດທິພາບສູງສຸດເຊັ່ນ:

  • ວິດຕາມິນ C ໃນຫມາກໄມ້: Strawberry, Kiwi, Acerola Cherry.
  • ວິດຕາມິນ C ໃນຜັກ: ຜັກຫົມ, ຫມາກນາວ.
  • ທາດເຫລັກ: ຕັບງົວ, ປາຊາດີນຕາກແຫ້ງ.
  • ວິດຕາມິນ A: ຫມາກອຶ, ຫົວກາຣົດ.
  • ແຄລຊ້ຽມ ແລະ ວິດຕາມິນ D.

ຄວນດື່ມນໍ້າຫລາຍໆເພື່ອຊ່ວຍໃຫ້ການດູດຊຶມໄດ້ດີຂຶ້ນ.

ປະໂຫຍດຂອງໂຄນະຢູກິ ຄອລລາເຈນ Konayuki Collagen ຈາກຍີ່ປຸ່ນ

Konayuki Collagen ເປັນຄອລລາເຈນຄຸນນະພາບສູງທີ່ຜະລິດມາຈາກຜິວຫມູ (ຟາມໃນປະເທດຍີ່ປຸ່ນ 100%) ດີກວ່າຄອລລາເຈນຈາກປາ 50 ເທົ່າ ສະກັດເອົາແຕ່ຄຸນຄ່າຂອງຄອລລາເຈນບໍລິສຸດເທົ່ານັ້ນ ບໍ່ມີໄຂມັນ ແລະ ບໍ່ມີສານປຸງແຕ່ງ. ດ້ວຍເທັກໂນໂລຊີໃຫມ່ລ້າສຸດເຮັດໃຫ້ໄດ້ໂມເລກຸນນ້ອຍກວ່ານາໂນເທັກໂນໂລຊີທົ່ວໄປ ຊຶ່ງເຮັດໃຫ້ຮ່າງກາຍສາມາດດູດຊຶມໄດ້ໄວທີ່ສຸດ ເນື່ອງຈາກຫມູມີໂຄໂມໂຊມທີ່ໃກ້ຄຽງກັບມະນຸດ.

  1. ຊ່ວຍເສີມສ້າງກະດູກໃຫ້ແຂງແຮງ ປ້ອງກັນພະຍາດກະດູກຜ່ອຍ ຊ່ວຍປັບສົມດຸນນໍ້າຫລໍ່ລ້ຽງຂໍ້ຕໍ່ຕາມຮ່າງກາຍ.
  2. ຊ່ວຍຟື້ນຟູສຸຂະພາບຜິວ ເພີ່ມຄວາມຢືດຢຸ່ນ ແລະ ຄວາມຊຸ່ມຊື່ນໃຫ້ແກ່ຜິວ.
  3. ຊ່ວຍໃຫ້ຜິວພັນຂາວສົດໃສ ຊ່ວຍລຶບຮອຍຫ່ຽວ ແລະ ຝ້າ ໃຫ້ຈາງລົງ.
  4. ຄືນຄວາມອ່ອນເຍົາໃນເວລາອັນໄວ ຢັບຢັ້ງການເກີດຮອຍຫ່ຽວ ຊ່ວຍບຳລຸງຜິວ.
  5. ກະຕຸ້ນໃຫ້ເກີດການສ້າງເມັດເລືອດ ເພີ່ມຄວາມແຂງແຮງໃຫ້ຜະຫນັງຫລອດເລືອດ ແລະ ເນື້ອເຢື່ອອື່ນໆຕາມຮ່າງກາຍ.
  6. ຊ່ວຍບຳລຸງເສັ້ນຜົມ, ເລັບ, ເຫືອກ ແລະ ປົວຄວາມຜິດປົກກະຕິຂອງເສັ້ນປະສາດ.
  7. ຊ່ວຍບຳລຸງສາຍຕາ ແລະ ຫລຸດຄວາມອ່ອນເພຍຂອງສາຍຕາ.

ວິທີກິນ

ກິນຄັ້ງລະ 5g – 10g ຕໍ່ມື້ ສາມາດປະສົມກິນໃສ່ນໍ້າລ້າ ຫລື ນໍ້າຫມາກໄມ້ ແລະ ປະສົມໃສ່ອາຫານກໍ່ໄດ້, ກິນງ່າຍ ແລະ ບໍ່ຄາວ.

Print Friendly, PDF & Emailພິມຫນ້ານີ້

Filed Under: ບົດຄວາມກ່ຽວກັບສຸຂະພາບ

ກ່ຽວກັບພວກເຮົາ

ແຫລ່ງຂໍ້ມູນຂ່າວສານ ແລະ ຄວາມຮູ້ກ່ຽວກັບສຸຂະພາບ ແລະ ຄວາມງາມ. ພວກເຮົາຍັງມີສິນຄ້າຫລາຍຢ່າງ ສາມາດຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ຕະຫລອດເວລາ

ບົດຄວາມທີ່ຫນ້າສົນໃຈ

  • ຫລີກລ້ຽງ ແລະ ປ້ອງກັນພະຍາດເລືອດຈາງທາງກຳມະພັນ Thalassemia
  • Astaxanthin ສານຕ້ານອະນຸມູນອິດສະຫລະອັນຊົງພະລັງ
  • ວິຕາມິນ DHC ຍີ່ປຸ່ນ ບຳລຸງຜິວພັນ ເພື່ອຄວາມງາມຈາກພາຍໃນ
  • ອາຫານເສີມ 6 ຢ່າງ ສຳລັບນັກອອກກຳລັງກາຍ
  • ສານອາຫານທີ່ຄົນສູບຢາຕ້ອງກິນເພີ່ມເຕີມ

Reader Interactions

Leave a Reply Cancel reply

Your email address will not be published. Required fields are marked *

Primary Sidebar

ເຂົ້າຮ່ວມໃນຊຸມຊົນ

  • Facebook

ຮັບຂໍ້ມູນຂ່າວສານ

ກະລຸນາລົງທະບຽນເພື່ອຮັບຂໍ້ມູນຂ່າວສານ ແລະ ສ່ວນຫລຸດທາງ email

ຄົ້ນຫາສິ່ງທີ່ຢູ່ໃນເວບ

Copyright © 2025 · Twin Bees