• Skip to secondary menu
  • Skip to main content
  • Skip to primary sidebar
  • ຫນ້າບ້ານ
  • ສິນຄ້າ
    • ສິນຄ້າເພື່ອສຸຂະພາບ
    • ສິນຄ້າເພື່ອຄວາມງາມ
  • ຕິດຕໍ່ພວກເຮົາ

Twin Bees

  • ບົດຄວາມກ່ຽວກັບສຸຂະພາບ
  • ບົດຄວາມກ່ຽວກັບຄວາມງາມ
You are here: Home / ບົດຄວາມກ່ຽວກັບສຸຂະພາບ / ສານອາຫານທີ່ຄົນສູບຢາຕ້ອງກິນເພີ່ມເຕີມ

ສານອາຫານທີ່ຄົນສູບຢາຕ້ອງກິນເພີ່ມເຕີມ

March 4, 2019 By Xanaphone Chanhchom Leave a Comment

ການສູບຢາເປັນໄພທີ່ນຳໄປສູ່ພະຍາດຮ້າຍແຮງຫລາຍຢ່າງທີ່ເຮັດໃຫ້ທຸກທໍລະມານ ແລະ ທຳລາຍຊີວິດໄດ້ແກ່: ມະເຮັງປອດ, ມະເຮັງກ່ອງສຽງ, ລຳຄໍ, ຫລອດອາຫານ, ພະຍາດຫລອດເລືອດຫົວໃຈ, ພະຍາດຫລອດເລືອດສະຫມອງ, ເຊື່ອມສະມັດຕະພາບທາງເພດ ແລະ ພະຍາດກະດູກຜ່ອຍ ເປັນຕົ້ນ. ດັ່ງນັ້ນ, ການທີ່ຈະຫລຸດຄວາມສ່ຽງພະຍາດທັງຫມົດທີ່ກ່າວມາ ແມ່ນມີທາງດຽວຄື ເຊົາສູບຢາ.

ສ່ວນຕົວຂ້າພະເຈົ້າເປັນຄົນບໍ່ສູບຢາ ຮູ້ພຽງແຕ່ຜົນຮ້າຍຂອງການສູບຢາຕາມສື່ຕ່າງໆເທົ່ານັ້ນ ແລະ ບໍ່ຮູ້ວ່າການເຊົາສູບຢານັ້ນຍາກ ຫລື ງ່າຍຊໍ່າໃດ, ແຕ່ສຳລັບຄົນທີ່ກຳລັງສູບຢາຢູ່ ຫລື ກຳລັງຄິດທີ່ຈະເຊົາ ຕ້ອງໄດ້ຮັບສານອາຫານເພີ່ມເຕີມເປັນພິເສດດັ່ງລຸ່ມນີ້:

1 – ລະບົບທາງເດີນຫາຍໃຈ: ຢາສູບເຮັດໃຫ້ເກີດອາການລະຄາຍເຄືອງ ແລະ ການອັກເສບຕໍ່ເນື້ອເຍື່ອໃນລະບົບທາງເດີນຫາຍໃຈທີ່ເປັນສາເຫດຂອງຖົງລົມໂປ່ງ, ມະເຮັງໃນລະບົບທາງເດີນຫາຍໃຈຕ່າງໆ. ດັ່ງນັ້ນ, ຄວນພິຈາລະນາເສີມສານອາຫານທີ່ດູແລສຸຂະພາບທາງເດີນຫາຍໃຈເຊັ່ນ: ສານສະກັດຈາກ Cinnamon ແລະ Acerola Cherry ເປັນຕົ້ນ.

2 – ລະບົບພູມຄຸ້ມກັນ ແລະ ຄວາມເສື່ອມຂອງເຊວ: ການສູບຢາ 1 ກອກ ເຮັດໃຫ້ຫລຸດການດູດຊຶມວິດຕາມິນ C ລົງເຖິງ 25mg. ເຊິ່ງວິດຕາມິນ C ຄືສານທີ່ຊ່ວຍປ້ອງກັນພະຍາດ, ເພີ່ມພູມຄຸ້ມກັນຮ່າງກາຍ ແລະ ຕ້ານອະນຸມູນອິດສະຫລະທີ່ສຳຄັນ ເມື່ອຂາດວິດຕາມິນ C ຈະສົ່ງຜົນໃຫ້ເນື້ອເຍື່ອ ແລະ ເຊວຕ່າງໆຂອງຮ່າງກາຍຖືກທຳລາຍ, ເສຍຫາຍ ແລະ ເສື່ອມສະພາບຢ່າງໄວວາ. ດັ່ງນັ້ນ, ຄວນກິນຜັກຫມາກໄມ້ທີ່ມີສີສັນອັນອຸດົມໄປດ້ວຍ Phytonutrients ແລະ ມີວິດຕາມິນ C ໃຫ້ຫລາຍ.

3 – ກະດູກ: ສານພິດໃນຢາສູບເຮັດໃຫ້ສູນເສຍ ແລະ ຫລຸດການດູດຊຶມວິດຕາມິນ D ຂອງຮ່າງກາຍດ້ວຍເຊັ່ນດຽວກັນ ຊຶ່ງວິດຕາມິນ D ມີບົດບາດສຳຄັນໃນການດູດຊຶມ Calcium ສຳລັບກະດູກ. ດັ່ງນັ້ນ, ຜູ້ທີ່ສູບຢາຈຶ່ງມີຄວາມສ່ຽງຕໍ່ການເປັນພະຍາດກະດູກຜ່ອຍ ຈຶ່ງຄວນກິນອາຫານທີ່ມີ Calcium ສູງຕ່າງໆໃຫ້ຫລາຍຂຶ້ນ.

4 – ຫລອດເລືອດ: ສານພິດໃນຢາສູບເຮັດໃຫ້ຫລອດເລືອດຕີບລົງ ເຮັດໃຫ້ເລືອດໄປລ້ຽງສ່ວນຕ່າງໆຂອງຮ່າງກາຍໄດ້ຫນ້ອຍລົງ ນຳມາຊຶ່ງພະຍາດເສັ້ນເລືອດຫົວໃຈຕີບ, ພະຍາດຫົວໃຈຂາດເລືອດ ຈຶ່ງຄວນເພີ່ມສານອາຫານທີ່ບຳລຸງສຸຂະພາບຫລອດເລືອດຫົວໃຈໄດ້ແກ່: ກະທຽມ, ນໍ້າມັນປາ, CoQ10, ຊາຂຽວ, ໂອເມກາ 3 ເປັນຕົ້ນ. ສ່ວນສານອາຫານທີ່ດີຕໍ່ສຸຂະພາບຫລອດເລືອດສະຫມອງໄດ້ແກ່: ຜັກຫນອກ, ກິງໂກະ ເປັນຕົ້ນ.

ທັງນີ້ຫາກທ່ານຍັງສູບຢາຢ່າງຕໍ່ເນື່ອງ ພະຍາດຮ້າຍແຮງຕ່າງໆກໍ່ຍັງຄົງຖ້າໂອກາດໂຈມຕີສຸຂະພາບຂອງທ່ານຢູ່ ເຊັ່ນດຽວກັບຄວັນຢາສູບທີ່ຍັງຄົງເປັນອັນຕະລາຍຕໍ່ຄົນຮອບຂ້າງໄປພ້ອມໆກັນດ້ວຍ. ການເຊົາສູບຢາຄືສິ່ງທີ່ດີທີ່ສຸດທີ່ທ່ານຈະມອບໃຫ້ຕົວທ່ານເອງ ແລະ ຄົນອ້ອມຂ້າງ.

Print Friendly, PDF & Emailພິມຫນ້ານີ້

Filed Under: ບົດຄວາມກ່ຽວກັບສຸຂະພາບ

ກ່ຽວກັບພວກເຮົາ

ແຫລ່ງຂໍ້ມູນຂ່າວສານ ແລະ ຄວາມຮູ້ກ່ຽວກັບສຸຂະພາບ ແລະ ຄວາມງາມ. ພວກເຮົາຍັງມີສິນຄ້າຫລາຍຢ່າງ ສາມາດຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ຕະຫລອດເວລາ

ບົດຄວາມທີ່ຫນ້າສົນໃຈ

  • ຫລີກລ້ຽງ ແລະ ປ້ອງກັນພະຍາດເລືອດຈາງທາງກຳມະພັນ Thalassemia
  • Astaxanthin ສານຕ້ານອະນຸມູນອິດສະຫລະອັນຊົງພະລັງ
  • ວິຕາມິນ DHC ຍີ່ປຸ່ນ ບຳລຸງຜິວພັນ ເພື່ອຄວາມງາມຈາກພາຍໃນ
  • ອາຫານເສີມ 6 ຢ່າງ ສຳລັບນັກອອກກຳລັງກາຍ
  • ສານອາຫານທີ່ຄົນສູບຢາຕ້ອງກິນເພີ່ມເຕີມ

Reader Interactions

Leave a Reply Cancel reply

Your email address will not be published. Required fields are marked *

Primary Sidebar

ເຂົ້າຮ່ວມໃນຊຸມຊົນ

  • Facebook

ຮັບຂໍ້ມູນຂ່າວສານ

ກະລຸນາລົງທະບຽນເພື່ອຮັບຂໍ້ມູນຂ່າວສານ ແລະ ສ່ວນຫລຸດທາງ email

ຄົ້ນຫາສິ່ງທີ່ຢູ່ໃນເວບ

Copyright © 2025 · Twin Bees