• Skip to secondary menu
  • Skip to main content
  • Skip to primary sidebar
  • ຫນ້າບ້ານ
  • ສິນຄ້າ
    • ສິນຄ້າເພື່ອສຸຂະພາບ
    • ສິນຄ້າເພື່ອຄວາມງາມ
  • ຕິດຕໍ່ພວກເຮົາ

Twin Bees

  • ບົດຄວາມກ່ຽວກັບສຸຂະພາບ
  • ບົດຄວາມກ່ຽວກັບຄວາມງາມ
You are here: Home / ບົດຄວາມກ່ຽວກັບສຸຂະພາບ / ອາຫານເສີມ 6 ຢ່າງ ສຳລັບນັກອອກກຳລັງກາຍ

ອາຫານເສີມ 6 ຢ່າງ ສຳລັບນັກອອກກຳລັງກາຍ

March 11, 2019 By Xanaphone Chanhchom Leave a Comment

ນອກຈາກໂປຣຕີນແບບຜົງທີ່ນັກອອກກຳລັງກາຍກິນເພື່ອສ້າງມວນກ້າມເນື້ອແລ້ວ ຢູ່ຕ່າງປະເທດຍັງມີອາຫານເສີມອີກຫລາຍຢ່າງທີ່ເປັນທີ່ນິຍົມກັນໃນກຸ່ມນັກອອກກຳລັງກາຍ.

1 – Collagen Peptides (ຄອລລາເຈນ)

ຄອລລາເຈນເປັນໂປຣຕີນຊະນິດຫນຶ່ງທີ່ກວມເອົາ 30% ຂອງໂປຣຕີນທັງຫມົດໃນຮ່າງກາຍ, ຄອລລາເຈນສ່ວນຫລາຍແມ່ນຜະລິດມາຈາກສັດນໍ້າ (Marine), ສັດປີກ (Poultry), ງົວ (Bovine) ແລະ ຫມູ (Porcine).

ຄຸນປະໂຫຍດ: ຊ່ວຍບຳລຸງຜິວພັນ, ຜົມ, ເລັບມື, ເຮັດໃຫ້ກະດູກ ແລະ ຂໍ້ແຂງແຮງ.

2 – MCT Oil (ສະກັດຈາກນໍ້າມັນຫມາກພ້າວ)

MCT Oil ທີ່ສະກັດຈາກນໍ້າມັນຫມາກພ້າວຈະມີໃນ 3 ຮູບແບບຄື: ແບບນໍ້າມັນ, ຜົງ ແລະ ເມັດ.

ຄຸນປະໂຫຍດ: ສ້າງພະລັງງານໃຫ້ແກ່ຮ່າງກາຍ ແລະ ສະຫມອງ.

3 – CLA 1250 (ສະກັດຈາກດອກຄຳຝອຍ)

CLA ຫຍໍ້ມາຈາກ Conjugated Linoleic Acid ເປັນສານສະກັດທີ່ໄດ້ຈາກດອກຄຳຝອຍ.

ຄຸນປະໂຫຍດ: CLA ມີຄຸນປະໂຫຍດໃນການຫລຸດນໍ້າຫນັກ ແຕ່ສິ່ງທີ່ CLA ແຕກຕ່າງຈາກອາຫານເສີມທົ່ວໄປຄື ນອກຈາກກິນເພື່ອຄວບຄຸມນໍ້າຫນັກແລ້ວ ຍັງສາມາດສ້າງມວນກ້າມເນື້ອໄດ້ນຳອີກດ້ວຍ.

4 – Turmeric Curcumin (ສະກັດຈາກຂີ້ຫມິ້ນ)

ຄຸນປະໂຫຍດ: ບຳລຸງສຸຂະພາບຫົວໃຈ ແລະ ການໄຫລວຽນຂອງເລືອດ, ຈຸດເດັ່ນຂອງຂີ້ຫມິ້ນແມ່ນມີສັບພະຄຸນຕ້ານການອັກເສບເປັນຫລັກ ທີ່ຊ່ວຍບັນເທົາອາການປວດ ແລະ ບາດເຈັບຈາກການອອກກຳລັງກາຍເຊັ່ນ: ປວດຄໍ, ບ່າ, ຫລັງ, ແອວ ແລະ ຂໍ້.

5 – Krill Oil

Krill Oil ເປັນນໍ້າມັນທີ່ສະກັດມາຈາກກຸ້ງນ້ອຍຊະນິດຫນຶ່ງທີ່ອາໄສຢູ່ມະຫາສະຫມຸດນໍ້າເລິກ ອັງຕາກຕິກ.

ຄຸນປະໂຫຍດ: ມີຄຸນປະໂຫຍດຄືກັນກັບນໍ້າມັນປາ ສິ່ງທີ່ແຕກຕ່າງແມ່ນ Krill Oil ສາມາດຊຶມເຂົ້າຮ່າງກາຍໄດ້ໄວ ແລະ ມີສານຕ້ານອະນຸມູນອິດສະຫລະ Astaxanthin ອັນຊົງພະລັງ.

6 – Vitamin D3 (ວິດຕາມິນ D3)

ຄຸນປະໂຫຍດ: ຊ່ວຍໃຫ້ກະດູກແຂງແຮງ ແລະ ຊ່ວຍໃນການດູດຊຶມແຄລຊ້ຽມ.

Print Friendly, PDF & Emailພິມຫນ້ານີ້

Filed Under: ບົດຄວາມກ່ຽວກັບສຸຂະພາບ

ກ່ຽວກັບພວກເຮົາ

ແຫລ່ງຂໍ້ມູນຂ່າວສານ ແລະ ຄວາມຮູ້ກ່ຽວກັບສຸຂະພາບ ແລະ ຄວາມງາມ. ພວກເຮົາຍັງມີສິນຄ້າຫລາຍຢ່າງ ສາມາດຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ຕະຫລອດເວລາ

ບົດຄວາມທີ່ຫນ້າສົນໃຈ

  • ຫລີກລ້ຽງ ແລະ ປ້ອງກັນພະຍາດເລືອດຈາງທາງກຳມະພັນ Thalassemia
  • Astaxanthin ສານຕ້ານອະນຸມູນອິດສະຫລະອັນຊົງພະລັງ
  • ວິຕາມິນ DHC ຍີ່ປຸ່ນ ບຳລຸງຜິວພັນ ເພື່ອຄວາມງາມຈາກພາຍໃນ
  • ອາຫານເສີມ 6 ຢ່າງ ສຳລັບນັກອອກກຳລັງກາຍ
  • ສານອາຫານທີ່ຄົນສູບຢາຕ້ອງກິນເພີ່ມເຕີມ

Reader Interactions

Leave a Reply Cancel reply

Your email address will not be published. Required fields are marked *

Primary Sidebar

ເຂົ້າຮ່ວມໃນຊຸມຊົນ

  • Facebook

ຮັບຂໍ້ມູນຂ່າວສານ

ກະລຸນາລົງທະບຽນເພື່ອຮັບຂໍ້ມູນຂ່າວສານ ແລະ ສ່ວນຫລຸດທາງ email

ຄົ້ນຫາສິ່ງທີ່ຢູ່ໃນເວບ

Copyright © 2025 · Twin Bees