• Skip to secondary menu
  • Skip to main content
  • Skip to primary sidebar
  • ຫນ້າບ້ານ
  • ສິນຄ້າ
    • ສິນຄ້າເພື່ອສຸຂະພາບ
    • ສິນຄ້າເພື່ອຄວາມງາມ
  • ຕິດຕໍ່ພວກເຮົາ

Twin Bees

  • ບົດຄວາມກ່ຽວກັບສຸຂະພາບ
  • ບົດຄວາມກ່ຽວກັບຄວາມງາມ
You are here: Home / ບົດຄວາມກ່ຽວກັບຄວາມງາມ / ວິຕາມິນ DHC ຍີ່ປຸ່ນ ບຳລຸງຜິວພັນ ເພື່ອຄວາມງາມຈາກພາຍໃນ

ວິຕາມິນ DHC ຍີ່ປຸ່ນ ບຳລຸງຜິວພັນ ເພື່ອຄວາມງາມຈາກພາຍໃນ

March 21, 2019 By Xanaphone Chanhchom Leave a Comment

DHC ເປັນບໍລິສັດທີ່ເປັນທີ່ຮູ້ຈັກກັນຢ່າງແຜ່ຫລາຍ ແລະ ຜະລິດຕະພັນຂອງບໍລິສັດກໍ່ໄດ້ຮັບການຕອບຮັບເປັນຢ່າງດີ ຈາກຜູ້ຊົມໃຊ້ທັງໃນປະເທດຍີ່ປຸ່ນ, ໄທ ແລະ ອາເມລິກາ. ຜະລິດຕະພັນຂອງ DHC ລວມມີວິຕາມິນ, ອາຫານເສີມ, ເຄື່ອງສຳອາງ ແລະ ສິນຄ້າບຳລຸງຜິວພັນຫລາກຫລາຍຊະນິດ.

ສຳລັບວິຕາມິນ DHC ສ່ວນຫລາຍຈະຊ່ວຍບຳລຸງສຸຂະພາບ ກໍ່ຄືສຸຂະພາບຜິວ ແລະ ຄວາມງາມ ມີຫລາຍຢ່າງດັ່ງນີ້:

1. DHC Vitamin C

  • ຖືໄດ້ວ່າເປັນລະດັບນາງເອກຂອງວົງການ ເຊິ່ງຈະຊ່ວຍຫລຸດຄວາມຫມອງຄໍ້າເທິງໃບຫນ້າ ແລະ ຜິວກາຍ.
  • ຫລຸດຈຸດດ່າງດຳ, ຝ້າ, ເມັນ ໃຫ້ຄ່ອຍໆຈາງລົງ.
  • ຜິວພັນກະຈ່າງໃສ ມີນໍ້າມີນວນຂຶ້ນ.
  • ຊ່ວຍໃຫ້ຫລອດເລືອດແຂງແຮງ.
  • ຊ່ວຍເສີມສ້າງພູມຄຸ້ມກັນ ປ້ອງກັນຫວັດໄດ້ດີ.
  • ຊ່ວຍຟື້ນຟູເນື້ອເຍື່ອທີ່ຖືກທຳລາຍຈາກແສງລັງສີ UV (ແສງແດດ).
  • ເປັນຕົວຊ່ວຍເພີ່ມປະສິດທິພາບໃນການດູດຊຶມຂອງອາຫານເສີມອື່ນໆໃຫ້ໄດ້ຜົນດີຂຶ້ນ.

2. DHC Vitamin E

ວິຕາມິນ E ເປັນວິຕາມິນທີ່ຊ່ວຍບຳລຸງຜິວພັນ, ຫລຸດຮອຍຈາກສິວ, ຮອຍດ່າງດຳຕ່າງໆ, ຫລຸດການເກີດຝ້າ ແລະ ເມັນ, ຫລຸດບັນຫາຜິວແຫ້ງ, ຫລຸດຮອຍຫ່ຽວ ຄືນຄວາມອ່ອນເຍົາໃຫ້ແກ່ຜິວພັນໃຫ້ກັບມາໃສນຸ້ມຊຸ່ມຊື່ນອີກຄັ້ງ. ເປັນສານຕ້ານອະນຸມູນອິດສະຫລະ ແລະ ຊ່ວຍຢັບຢັ້ງການອັກເສບຂອງຜິວ ແນະນຳໃຫ້ກິນຄູ່ກັບວິຕາມິນ C ຈະເຮັດໃຫ້ຜິວກະຈ່າງໃສ ແລະ ຫລຸດຈຸດດ່າງດຳຮອຍສິວໄດ້ດີຫລາຍ.

3. DHC Hyaluronsan

DHC Hyaluronsan (ໄຮຢາລູຣອນ) ຫນຶ່ງໃນວິຕາມິນບຳລຸງຄວາມງາມທີ່ເປັນທີ່ນິຍົມທີ່ສຸດ ແລະ ຂາຍດີຫລາຍໃນຍີ່ປຸ່ນ. Hyaluronic Acid ມັກໃຊ້ປະສົມໃນເຄື່ອງສຳອາງ ເພື່ອບຳລຸງຜິວພັນໃຫ້ນຽນ, ໃສ, ເດັ້ງ ເພີ່ມຄວາມເປັ່ງປັ່ງໃຫ້ຜິວມີສຸຂະພາບດີ.

ເຫມາະສຳລັບຄົນທີ່ສຸຂະພາບຜິວແຫ້ງຫຍາບ ຊ່ວຍເຕີມນໍ້າຫລໍ່ລ້ຽງໃຫ້ຜິວທີ່ຫມອງຄໍ້າຈາກມົນລະພິດ ໃຫ້ກັບມາເຕັ່ງຕຶງມີຊີວິດຊີວາ, ນຸ້ມນຽນ ຄືກັບຕອນເປັນສາວ ແລະ ຫລຸດຮອຍຫ່ຽວໄດ້ເປັນຢ່າງດີ.

4. DHC Vitamin B-Mix

ວິຕາມິນ B ລວມ ຊ່ວຍປ້ອງກັນການເກີດສິວ, ຫລຸດບັນຫາສິວສ້ຽນ, ສິວອຸດຕັນ, ຜື່ນເທິງໃບຫນ້າ, ຊ່ວຍໃຫ້ຫນ້າລຽບນຽນ ແລະ ຍັງຊ່ວຍແກ້ໄຂບັນຫາຜູ້ແຕ່ງຫນ້າບໍ່ຄ່ອຍຕິດ ເພື່ອສຸຂະພາບຮ່າງກາຍທີ່ແຂງແຮງ ແລະ ຜິວພັນສົດໃສ ປາສະຈາກສິວ.

5. DHC Zinc

ສັງກະສີ (Zinc) ມີຄວາມຈຳເປັນສຳລັບສຸຂະພາບຂອງຜິວຫນັງ, ປ້ອງກັນການເກີດສິວ, ບັນເທົາອາການອັກເສບຂອງສິວ, ຫລຸດຜ່ອນຫນ້າມັນ, ບຳລຸງຜົມ, ເພີ່ມພູມຄຸ້ມກັນພະຍາດໃຫ້ຮ່າງກາຍ ການໄຫລວຽນເລືອດບໍ່ດີ ເມື່ອຍງ່າຍ.

ສັງກະສີ (Zinc) ມີຄວາມສຳຄັນຕໍ່ລະບົບທາງເດີນອາຫານ ແລະ ລະບົບປະສາດ ເຮັດຫນ້າທີ່ຄວບຄຸມການສ້າງ ແລະ ການເຮັດວຽກຂອງເຊວໃນຮ່າງກາຍ ເພື່ອຊະລໍການຕາຍຂອງເຊວ, ຊະລໍຄວາມແກ່, ຊ່ວຍຮັກສາບາດແຜ.

6. DHC Collagen

ເມື່ອຮອດອາຍຸ 25 ປີ ບໍ່ວ່າຍິງ ຫລື ຊາຍ ຮ່າງກາຍຈະຜະລິດຄໍລາເຈນໄດ້ຫນ້ອຍລົງໄປເລື້ອຍໆ, ດັ່ງນັ້ນ ການກິນຄໍລາເຈນເສີມທົດແທນສິ່ງທີ່ຂາດຫາຍໄປຈຶ່ງມີຄວາມສຳຄັນຕໍ່ຜິວພັນດັ່ງນີ້:

  • ຊ່ວຍໃຫ້ຜິວພັນເກີດຄວາມຊຸ່ມຊື່ນ.
  • ຊ່ວຍເສີມຄວາມເປັ່ງປັ່ງໃຫ້ກັບຜິວຫນັງ.
  • ຊ່ວຍໃຫ້ຜິວພັນລຽບນຽນກະຊັບ.
  • ຊ່ວຍເສີມສ້າງຄວາມແຂງແຮງໃຫ້ກັບຊັ້ນຜິວຫນັງ ແລະ ເສີມໃຫ້ກະດູກແຂງແຮງ.

ຄໍລາເຈນຈະເຮັດໃຫ້ສຸຂະພາບຜິວກັບໄປເປັນຄືຕອນສາວອີກຄັ້ງ.

Print Friendly, PDF & Emailພິມຫນ້ານີ້

Filed Under: ບົດຄວາມກ່ຽວກັບຄວາມງາມ

ກ່ຽວກັບພວກເຮົາ

ແຫລ່ງຂໍ້ມູນຂ່າວສານ ແລະ ຄວາມຮູ້ກ່ຽວກັບສຸຂະພາບ ແລະ ຄວາມງາມ. ພວກເຮົາຍັງມີສິນຄ້າຫລາຍຢ່າງ ສາມາດຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ຕະຫລອດເວລາ

ບົດຄວາມທີ່ຫນ້າສົນໃຈ

  • ຫລີກລ້ຽງ ແລະ ປ້ອງກັນພະຍາດເລືອດຈາງທາງກຳມະພັນ Thalassemia
  • Astaxanthin ສານຕ້ານອະນຸມູນອິດສະຫລະອັນຊົງພະລັງ
  • ວິຕາມິນ DHC ຍີ່ປຸ່ນ ບຳລຸງຜິວພັນ ເພື່ອຄວາມງາມຈາກພາຍໃນ
  • ອາຫານເສີມ 6 ຢ່າງ ສຳລັບນັກອອກກຳລັງກາຍ
  • ສານອາຫານທີ່ຄົນສູບຢາຕ້ອງກິນເພີ່ມເຕີມ

Reader Interactions

Leave a Reply Cancel reply

Your email address will not be published. Required fields are marked *

Primary Sidebar

ເຂົ້າຮ່ວມໃນຊຸມຊົນ

  • Facebook

ຮັບຂໍ້ມູນຂ່າວສານ

ກະລຸນາລົງທະບຽນເພື່ອຮັບຂໍ້ມູນຂ່າວສານ ແລະ ສ່ວນຫລຸດທາງ email

ຄົ້ນຫາສິ່ງທີ່ຢູ່ໃນເວບ

Copyright © 2025 · Twin Bees