• Skip to secondary menu
  • Skip to main content
  • Skip to primary sidebar
  • ຫນ້າບ້ານ
  • ສິນຄ້າ
    • ສິນຄ້າເພື່ອສຸຂະພາບ
    • ສິນຄ້າເພື່ອຄວາມງາມ
  • ຕິດຕໍ່ພວກເຮົາ

Twin Bees

  • ບົດຄວາມກ່ຽວກັບສຸຂະພາບ
  • ບົດຄວາມກ່ຽວກັບຄວາມງາມ
You are here: Home / ບົດຄວາມກ່ຽວກັບສຸຂະພາບ / ຫລີກລ້ຽງ ແລະ ປ້ອງກັນພະຍາດເລືອດຈາງທາງກຳມະພັນ Thalassemia

ຫລີກລ້ຽງ ແລະ ປ້ອງກັນພະຍາດເລືອດຈາງທາງກຳມະພັນ Thalassemia

April 20, 2020 By Xanaphone Chanhchom Leave a Comment

ພະຍາດເລືອດຈາງທຳກຳມະພັນແມ່ນຫຍັງ?

ພະຍາດເລືອດຈາງ ຫລື ພາສາອັງກິດເອີ້ນວ່າ: ທາລັສຊີເມຍ (Thalassemia) ມີສາເຫດມາຈາກກຳມະພັນ ໃນການສ້າງເຮໂມໂກລບິນຜິດປົກກະຕິທີ່ເປັນສ່ວນປະກອບສຳຄັນຂອງເມັດເລືອດແດງ. ຈຶ່ງເຮັດໃຫ້ເມັດເລືອດແດງມີອາຍຸສັ້ນ, ແຕກງ່າຍ ແລະ ຖືກທຳລາຍງ່າຍ.

ພະຍາດນີ້ເປັນພະຍາດທາງກຳມະພັນທີ່ສືບເຊື້ອມາຈາກພໍ່ ແລະ ແມ່ທີ່ເປັນພະຍາດ ຫລື ຖືເຊື້ອພະຍາດທາລັສຊີເມຍ. ເປັນໄດ້ທັງໃນຜູ້ຍິງ ແລະ ຊາຍ ສາມາດພົບໃນປະຊາກອນທົ່ວໄປ.

ລັກສະນະອາການສະແດງອອກ

ສະແດງອອກນັບຕັ້ງແຕ່ບໍ່ມີອາການໃດໆຈົນເຖິງມີອາການເລືອດຈາງຊະນິດຮ້າຍແຮງສູງທີ່ອາດເສຍຊີວິດຕັ້ງແຕ່ໃນທ້ອງ ຫລື ຫລັງເກີດບໍ່ເກີນ 1 ວັນ.

ຊະນິດຮ້າຍແຮງຫນ້ອຍຫາປານກາງ: ຜູ້ທີ່ເປັນພະຍາດຈະມີອາການຈືດ ຕ້ອງໄດ້ຮັບເລືອດເປັນບາງຄັ້ງຄາວ ຮູ້ສຶກເມື່ອຍງ່າຍ. ຊະນິດຮ້າຍແຮງຈະມີລັກສະນະທາງກາຍະພາບດັ່ງນີ້:

  • ຈືດມ້ານ, ໂຫນກແກ້ມສູງ, ຜິວຫນັງກໍ່າ.
  • ຫນ້າຜາກກວ້າງ, ຕາເຫລືອງ, ດັງແປ.
  • ຕັບປ້າງໃຫຍ່ ອາດມີບາດແຜຊໍ້າເຮື້ອຢູ່ຕາມຂາ.
  • ຮ່າງກາຍຈະເລີນເຕີບໂຕຊ້າຜິດປົກກະຕິ.

ການສືບເຊື້ອສາຍພະຍາດ

ການປິ່ນປົວ

ຜູ້ທີ່ເປັນພະຍາດທາລັສຊີເມຍເກືອບວ່າທຸກຄົນຈະມີອາການອ່ອນເພຍຍ້ອນຂາດເລືອດ. ຄົນທີ່ເປັນຊະນິດຮ້າຍແຮງຕ້ອງໄດ້ປິ່ນປົວດ້ວຍການໃສ່ເລືອດບໍລິຈາກຢ່າງເປັນປະຈຳເມື່ອມີອາການເລືອດຈາງ ປະມານ 3-4 ອາທິດ ຕໍ່ ຄັ້ງ. ນອກຈາກນີ້, ຍັງມີການປິ່ນປົວດ້ວຍວິທີອື່ນອີກ ເຊິ່ງພວກເຮົາຈະນຳມາຂຽນໃນໂອກາດຫນ້າ.

ການຄວບຄຸມ ແລະ ປ້ອງກັນ

ບຸກຄະລາກອນທາງການແພດຕ້ອງໃຫ້ຄວາມຮູ້ແກ່ປະຊາຊົນກ່ຽວກັບພະຍາດນີ້ ເພື່ອຄົັນຫາກຸ່ມສ່ຽງ ແລະ ໃຫ້ຄຳແນະນຳແກ່ຜູ້ເປັນພະຍາດໃນການຮັກສາຕົນເອງຢ່າງຖືກວິທີທີ່ໂຮງຫມໍເມືອງ ຫລື ແຂວງທີ່ຢູ່ໃກ້ບ້ານ.

ຄູ່ສົມລົດຕ້ອງມີການປຶກສາແພດຫມໍ ແລະ ກວດເລືອດ. ແພດຫມໍຕ້ອງໃຫ້ຄຳແນະນຳກ່ຽວກັບຄວາມສ່ຽງ ແລະ ການຄຸມກຳເນີດທີ່ເຫມາະສົມສຳລັບຄູ່ຜົວເມຍທີ່ກວດເລືອດພົບວ່າມີຄວາມສ່ຽງທີ່ຈະໄດ້ລູກເປັນພະຍາດທາລັສຊີເມຍ.

Print Friendly, PDF & Emailພິມຫນ້ານີ້

Filed Under: ບົດຄວາມກ່ຽວກັບສຸຂະພາບ

ກ່ຽວກັບພວກເຮົາ

ແຫລ່ງຂໍ້ມູນຂ່າວສານ ແລະ ຄວາມຮູ້ກ່ຽວກັບສຸຂະພາບ ແລະ ຄວາມງາມ. ພວກເຮົາຍັງມີສິນຄ້າຫລາຍຢ່າງ ສາມາດຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ຕະຫລອດເວລາ

ບົດຄວາມທີ່ຫນ້າສົນໃຈ

  • ຫລີກລ້ຽງ ແລະ ປ້ອງກັນພະຍາດເລືອດຈາງທາງກຳມະພັນ Thalassemia
  • Astaxanthin ສານຕ້ານອະນຸມູນອິດສະຫລະອັນຊົງພະລັງ
  • ວິຕາມິນ DHC ຍີ່ປຸ່ນ ບຳລຸງຜິວພັນ ເພື່ອຄວາມງາມຈາກພາຍໃນ
  • ອາຫານເສີມ 6 ຢ່າງ ສຳລັບນັກອອກກຳລັງກາຍ
  • ສານອາຫານທີ່ຄົນສູບຢາຕ້ອງກິນເພີ່ມເຕີມ

Reader Interactions

Leave a Reply Cancel reply

Your email address will not be published. Required fields are marked *

Primary Sidebar

ເຂົ້າຮ່ວມໃນຊຸມຊົນ

  • Facebook

ຮັບຂໍ້ມູນຂ່າວສານ

ກະລຸນາລົງທະບຽນເພື່ອຮັບຂໍ້ມູນຂ່າວສານ ແລະ ສ່ວນຫລຸດທາງ email

ຄົ້ນຫາສິ່ງທີ່ຢູ່ໃນເວບ

Copyright © 2025 · Twin Bees