Description
ຫຍີ້ຫໍ້: Dr. Tobias.
ບັນຈຸ: 180 ເມັດ.
ນໍ້າມັນປາສູດ premium, ບໍ່ຄາວ, ເປັນນໍ້າມັນປາຈາກແຫລ່ງປາທຳມະຊາດທີ່ດີທີ່ສຸດ ຜ່ານຂັ້ນຕອນການສະກັດແບບພິເສດໃນໂຮງງານທີ່ສະອາດທັນສະໄຫມ ເພື່ອໃຫ້ໄດ້ນໍ້າມັນປາບໍລິສຸດທີ່ສຸດ ແລະ ມີຄຸນນະພາບສູງ, ໄດ້ຮັບການຢັ້ງຢືນຈາກມູລນິທິວິທະຍາດສາດແຫ່ງຊາດສະຫະລັດອາເມລິກາ (NSF), ໄດ້ຮັບການທົດສອບ ແລະ ຢັ້ງຢືນຈາກຫ້ອງທົດລອງວ່າເປັນຜະລິດຕະພັນຄຸນນະພາບດີຜ່ານມາດຕະຖານສາກົນ
ຄຸນປະໂຫຍດຂອງນໍ້າມັນປາ ຫລື fish oil
ນໍ້າມັນປາແມ່ນນໍ້າມັນທີ່ສະກັດມາຈາກປາ ໂດຍສະເພາະປາໃນເຂດຫນາວ, ເຊິ່ງໃນນໍ້າມັນປາຈະມີກົດໄຂມັນຢູ່ຫລາຍຊະນິດເຊັ່ນ: ກົດໄຂມັນໂອເມກາ-3 ແລະ ໂອເມກາ-6. ໂອເມກາ-3 ເປັນກົດໄຂມັນທີ່ມີຄວາມຈຳເປັນຕໍ່ຮ່າງກາຍຫລາຍ ເນື່ອງຈາກຮ່າງກາຍບໍ່ສາມາດສ້າງຂຶ້ນມາເອງໄດ້ ແລະ ຕ້ອງໄດ້ຮັບຈາກສານອາຫານເທົ່ານັ້ນ. ໃນໂອເມກາ-3 ປະກອບດ້ວຍ EPA ແລະ DHA.
EPA ເປັນສານຕໍ່ຕ້ານການອັກເສບອັນຊົງພະລັງ ມີປະໂຫຍດຕໍ່ສຸຂະພາບຜິວເຊັ່ນ: ຊ່ວຍລົດການຍ່ອນຍານຂອງຜິວຫນັງ, ຈຸດດ່າງດຳ, ສິວອັກເສບ ແລະ ປົກປ້ອງຜິວຈາກແສງແດດ.
DHA ເປັນກົດໄຂມັນຂອງສະຫມອງ ຊ່ວຍເສີມສ້າງພັດທະນາການຂອງສະຫມອງ, ການຮຽນຮູ້, ຄວາມຊົງຈຳ ໃຫ້ເປັນໄປຢ່າງມີປະສິດທິພາບ, ຊ່ວຍເຮັດໃຫ້ສຸຂະພາບຜິວສົດໃສຊຸ່ມຊື່ນຂຶ້ນ ຈາກການບຳລຸງຈາກພາຍໃນ.
ປະໂຫຍດຂອງໂອເມກາ-3 ມີດັ່ງລຸ່ມນີ້:
- ບຳລຸງລະບົບປະສາດ ແລະ ສະຫມອງ ຊ່ວຍເພີ່ມຄວາມຊົງຈຳ ແລະ ຄວາມສາມາດໃນການຮຽນຮູ້ ປ້ອງກັນການເກີດພາວະສະຫມອງເຊື່ອມ.
- ບຳລຸງສາຍຕາ ເພີ່ມພັດທະນາການໃນດ້ານສາຍຕາ ແລະ ສະຫມອງຂອງເດັກນ້ອຍເກີດໃຫມ່.
- ຊ່ວຍຫລຸດລະດັບໄຂມັນໃນເລືອດ.
- ປ້ອງກັນໂລກຫລອດເລືອດແດງແຂງຕົວ ຫລຸດຄວາມສ່ຽງຈາກການເກີດເສັ້ນເລືອດໃນສະຫມອງແຕກ.
- ຫລຸດຄວາມສ່ຽງຂອງການເກີດໂລກຫົວໃຈວາຍ.
- ຊ່ວຍຮັກສາໂລກຄວາມດັນເລືອດສູງ.
- ຊ່ວຍເພີ່ມພູມຕ້ານທານ ແລະ ສະກັດກັ້ນການຈະເລີນເຕີບໂຕຂອງເນື້ອງອກ.
- ຫລຸດຄວາມຖີ່ ແລະ ຄວາມຮຸນແຮງຂອງໂລກເຈັບຫົວ.
- ບັນເທົາອາການອັກເສບ ປວດ ບວມຂອງໂລກຂໍ້ອັກເສບ.
- ຫລຸດຄວາມສ່ຽງຂອງໂລກມະເຮັງເຕົ້ານົມ ປ້ອງກັນມະເຮັງຕັບອ່ອນ.
- ບຳລຸງສຸຂະພາບຜິວ, ເສັ້ນຜົມ ແລະ ເລັບໃຫ້ມີສຸຂະພາບດີ.
- ບັນເທົາອາການຄັນ.
- ມີສັບພະຄຸນຕ້ານອະນຸມູນອິດສະຫລະ ແລະ ຕ້ານການອັກເສບ.
ວິທີກິນ
ກິນຄັ້ງລະ 2 ເມັດຕໍ່ມື້ຫລັງອາຫານ.
Reviews
There are no reviews yet.